ຟັງ! ຫຼາຍ​ເລື່ອງ​ທີ່​ອົບ​ອຸ່ນ​ລະ​ຫວ່າງ "ເພື່ອນ​ໃຫຍ່" ສີ​ຈິ້ນ​ຜິງ​ແລະ​ເດັກ​ນ້ອຍ​ຈີນ​ແລະ​ຕ່າງ​ປະ​ເທດ
2018-05-31 17:54:12  cri 


ເລື່ອງ​ທີ 4: ເຄີຍ​ຮ້ອງ​ໄຫ້​ຍ້ອນ​ບໍ່​ໄດ້​ເຂົ້າ​ເປັນ​ສະ​ມາ​ຊິກກອງ​ເຍົາ​ວະ​ຊົນ​ໃນ​ຊຸດ​ທີ​ໜຶ່ງ

ເວ​ລາ​ລົມ​ກັບ​ເພື່ອນ​ນ້ອຍ,
ທ່ານ​ສີ​ຈິ້ນ​ຜິງ​ມັກ​ຟັງ​ເຂົາ​ເຈົ້າ​ເລົ່າ​ເລື່ອງ​ຂອງ​ຕົນ​ເອງ,
ແລະ​ກໍ່​ຍິນ​ດີ​ແບ່ງ​ປັນ​ເລື່ອງ​ໃນ​ຍາມ​ຍັງ​ນ້ອຍ
ຂອງ​ຕົນ​ເອງ​ເຊັ່ນ​ກັນ.
ທ່ານ​ຮຽນ​ຢູ່​ໂຮງ​ຮຽນ​ປະ​ຖົມ​ຊົນ​ເຜົ່າ​ເມືອງ​ໄຫ​ຕ້ຽນ​ຂອງ​ນະ​ຄອນ​ຫຼວງ​ປັກ​ກິ່ງ
ໃນ​ເວ​ລາ​ຫວນ​ຄືນ​ອະ​ດີດ​ທີ່​ຈັດ​ພິ​ທີ​ເຂົ້າ​ຮ່ວມກອງ​ເຍົາ​ວະ​ຊົນ
ເຄີຍ​ຮ້ອງ​ໄຫ້​ຍ້ອນ​ບໍ່​ໄດ້​ເຂົ້າ​ເປັນ​ສະ​ມາ​ຊິກຊຸດ​ທີ​ໜຶ່ງ,
ຫຼັງ​ຈາກ​ໄດ້​ເຂົ້າ​ແລ້ວ ຮູ້​ສຶກ​ຕື່ນ​ເຕັ້ນ​ເປັນ​ພິ​ເສດ.
ເມື່ອ​ໄດ້​ເຫັນ​ເພື່ອນ​ນ້ອຍ​ຂຽນ​ຄຳ​ວ່າ "ຕອບ​ບຸນ​ແທນ​ຄຸນ​ປະ​ເທດ​ຊາດ" ດ້ວຍ​ສໍ​ຟອຍ
ທ່ານ​ຫວນ​ຄືນ​ວ່າ ໄລ​ຍະ​ທ່ານ​ອາ​ຍຸ​ 4-5 ປີ
ແມ່​ເຄີຍ​ຊື້​ປື້ມ​ປະ​ກອບ​ຮູບ​ແຕ້ມ​ກ່ຽວ​ກັບ​ເລື່ອງ​ຂອງ​ເຢ​ວ້​ເຟີຍ​
ເຊິ່ງ​ແມ່​ໄດ້​ເລົ່າ​ເລື່ອງ​ກ່ຽວ​ກັບ ແມ່​ຂອງ​ເຢ​ວ້​ເຟີຍ ປັກ​ໂຕ​ໜັງ​ສື​ໃສ່​ຫຼັງ​ເຢ​ວ້​ເຟີຍ
ທ່ານ​ຖາມ​ແມ່​ວ່າ:
"ປັກ​ໂຕ​ໜັງ​ສື​ໃສ່​ທາງ​ຫຼັງ​ບໍ່​ເຈັບ​ບໍ່?"
ແມ່ບອກວ່າ:
"ເຈັບ​ແທ້, ແຕ່​ເຢ​ວ້​ເຟີຍ​ກໍ່​ຈະ​ຈົດ​ຈຳ​ໄວ້​ໃນ​ໃຈ​ຕະ​ຫຼອດ​ໄປ."
ທ່ານ​ສີຈິ້ນ​ຜິງບອກ​ພວກ​ນ້ອງໆ​ວ່າ,
ຄຳ​ວ່າ "ຕອບ​ບຸນ​ແທນ​ຄຸນ​ປະ​ເທດ​ຊາດ"
ທ່ານ​ໄດ້​ຈົດ​ຈຳ​ໄວ້​ຕະ​ຫຼອດ​ເຖິງ​ດຽວນີ້
ແລະ​ກໍ່​ແມ່ນ​ເປົ້າ​ໝາຍ​ສູ້​ຊົນ​ຂອງ​ຕົນ​ເອງ​ຕະ​ຫຼອດ​ຊີ​ວິດ.

1  2  3  4  5  6  7  8  9  10  11  
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ