ຟັງ! ຫຼາຍ​ເລື່ອງ​ທີ່​ອົບ​ອຸ່ນ​ລະ​ຫວ່າງ "ເພື່ອນ​ໃຫຍ່" ສີ​ຈິ້ນ​ຜິງ​ແລະ​ເດັກ​ນ້ອຍ​ຈີນ​ແລະ​ຕ່າງ​ປະ​ເທດ
2018-05-31 17:54:12  cri 

ເລື່ອງ​ທີ 9: ການເປັນ​ນັກວິທະຍາສາດ​ແມ່ນ​ຄວາມ​​ໃຝ່ຝັນ​ຂອງ​ເດັກນ້ອຍ​ຈີນ​ຢ່າງ​ຫຼວງ​ຫຼາຍ

​ພໍ​ເຖິງ​ວັນ​ເດັກນ້ອຍ​ສາກົນ​ແຕ່ລະ​ປີ
ທ່ານ​ສີ​ຈິ້ນ​ຜິ​ງກໍ​ຄຽງ​ຂ້າງ​ງ​ໄດ້​ຍາດ​ເວລາ​ຈາກ​ວຽກ​ຫຍຸ້ງ​ຍາກ​ເພື່ອຢູ່ຮ່ວມ​ກັບ​ເດັກນ້ອຍ
​ເຂົ້າ​ຮ່ວມ​ກິດຈະກຳ​ຂອງ​ເດັກນ້ອຍ
ສົ່ງຄຳ​ອວຍພອນ ​ແລະ​ຢື້​ຢາມ​ຖາມ​ຂ່າວ
​ແລະ​ຢາກ​ຄວາມ​ຫວັງ​ໄວ້​ກັບ​ເດັກນ້ອຍ
​​ຫວ່າງ​ບໍ່​ດົນ​ມາ​ນີ້, ​ໃນກອງ​ປະຊຸມ​ academician ​ບັນດິດ​ຈາກສະ​ຖາ​ບັນ​ວິທະຍາສາດ​ຈີນ ​ແລະ​ສະ​ຖາ​ບັນວິສະວະກຳຈີນ
ທ່ານ​ສີ​ຈິ້ນ​ຜິ​ງກ່າວ​ຕໍ່ບັນດາ​ນັກວິ​ທະຍາ​ສາດ​ລະດັບ​ສູງ​ສຸດ​ຈີນ​ວ່າ:
"​ການ​ເປັນ​ນັກວິທະຍາສາດ​ແມ່ນ​ຄວາມ​ໄຝ່ຝັນ​ຂອງ​ເດັນ​ນ້ອຍ​ຈີນ​ຢ່າງ​ຫຼວງ​ຫຼາຍ,
ຕ້ອງ​​ເຮັດ​​ໃຫ້​ວຽກ​ງານ​​ເຕັກນິກ​ວິທະຍາສາດ​​ເປັນວຽກ​ທີ່​ມີແຮງດຶງ​ດູດ ​ແລະ​ກາຍ​ເປັນ​ອາຊີບ​ທີ່​ເດັກນ້ອຍ​ໃຝ່ຝັນ​ຫາ ​ແລະ​ເຄົາລົບ​ນັບ​ຖື,
​ໃຫ້​ຄວາມ​ໃຝ່ຝັນ​ຂອງ​ເດັກນ້ອຍ​ມີ​ປີກ​ແບບ​ເຕັກນິກ​ວິທະຍາ​ສາດ,
​ໃຫ້ວົງ​ການ​ເຕັກນິກ​ວິທະຍາສາດ​ຂອງ​ປະ​ເທດ​ຊາດ​ໃນ​ອະນາຄົດ​ມີ​ນັກ​ວິທະຍາ​ສາດຜູ້ດີ​​ເດັ່ນ​ຢ່າງ​ຫຼວງ​ຫຼາຍ,
​ແລະ​​ເຮັດ​ໃຫ້​ທ້ອງ​ຟ້າ​ວິທະຍາສາດ​​ເຕັມ​ໄປ​ດ້ວຍ​ດາລາ​ເປັ່ງ​ປະກາຍ​ເຕັມ​ທ້ອງ​ຟ້າ.

1  2  3  4  5  6  7  8  9  10  11  
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ