ການ​ຮ່ວມ​ມື​ຈີນ​-ອາ​ຊຽນ2012

(GMT+08:00) 2012-11-23 10:14:33     cri
      ປີ2012ແມ່ນການ​ເຊັນ"​ສັນຍາ​ຂອບ​ການ​ຮ່ວມ​ມືເສດຖະກິດ​ຮອບດ້ານ​ຈີນ​​ອາ-​ຊຽນ"ຄົບຮອບ10ປີ​ແລະ​​ແມ່ນປີ​​ແຫ່ງການ​ຮ່ວມ​ມື​ທາງ​ດ້ານ​ວິທະຍາສາດ​ເຕັກ​ໂນ​ໂລ​ຊີ​ຈີນ-​ອາຊຽນ.ພາຍ​ໃຕ້​ຄວາມ​ພະຍາຍ​າມຮ່ວມ​ຂອງ​ສອງ​ຝ່າຍ,ຂໍ້​ລິ​ເລີ່​ມຕ່າງໆ​ທີ່​ຜູ່​ນຳ​ທັງສອງ​ຝ່າຍ​ໄດ້​ປະກາດ​ໃນ​ກອງປະຊຸມ​ສຸດ​ຍອດ​​ເພື່ອລະ​ລຶກວັນ​ສ້າງ​ຕັ້ງຄົບຮອບ20ປີ​ໄດ້ຖືກຈັດ​ຕັ້ງ​ປະຕິບັດ​ຫຼື​ແລ້ວ​ພວມ​ຜັນ​ຂະຫຍາຍ​​ເປັນ​ຢ່າງ​ດີ,​ການ​ກໍ່ສ້າງ​ເຂດ​ການ​ຄ້າ​ເສລີ​ໄດ້ລົງ​ເລິກ​ດຳ​ເນີນ​ໄປຢ່າງ​ບໍ່​ຢຸດ​ຢັ້ງ, ການ​ຮ່ວມ​ມື​ທີ່​ຕິດ​ແທດ​ຕົວ​ຈິງ​ໃນ​ຂົງ​ເຂດ​ຕ່າງໆ​ເຊັ່ນ:ວິທະຍາສາດ​ເຕັກ​ໂນ​ໂລ​ຊີ,ການ​ອະນຸລັກ​ສິ່ງ​ແວດ​ລ້ອມ,ວັດທະນະທຳ​ແລະ​ການ​ສຶກສາ​ເປັນ​ຕົ້ນ​ໄດ້​ກ້າວ​ໄປ​ຫນ້າ​ຢ່າງ​ຫມັ້ນທ່ຽງ,ການ​ພົວພັນ​ຄູ່​ຮ່ວ​ມມື​ຍຸດ​ທະຍາ​ສາດຈີນ-​ອາຊຽນ​ໄດ້​ຮັບ​ຜົນສຳ​ເລັດ​ສູງ​ໃຫມ່​ເລື້ອຍ​ໆ.
   ຫນຶ່ງ:ການ​ເມືອງ ການ​ປ້ອງ​ກັນຊາດ​ແລະຄວາມສະຫງົບ

   ການ​ເມືອງ
   ປີ2012,ຈີນ​ກັບ​ປະ​ເທດ​ອາ​ຊຽນ​ໄດ້​ຮັກສາ​ການ​ໄປມາຫາສູ່​ກັນ​ລະຫວ່າງ​ເຈົ້າ​ຫນ້າ​ທີ່​ລະດັບ​ສູງ​ຢ່າງ​ໃກ້ຊິດ.ການ​ຢ້ຽມຢາມ​ເຊິ່ງກັນ​ແລະ​ກັນ​ໃນ​ລະດັບ​ສູງ​ກວ່າ​ຮອງ​ນາຍົ​ກ​ລັດຖະມົນຕີລະຫວ່າ​ງສອງ​ຝ່າຍ​ໃນ​ປີ​ນີ້​ໄດ້​ຫຼາ​ຍກວ່າ 50 ​​ເທື່ອ,ອັນ​ໄດ້​ເພີ່ມຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ກັນທາງ​ດ້ານ​ຍຸດ​ທະ​ສາດ​ແລະ​ການຕິດ​ຕໍ່​ປະສານ​ງານກັນລະຫວ່າງ​ສອງ​ຝ່າຍ​ຕື່ມອີກ.

   ທ່ານ​ຢາງ​ເຈ​ສື,ລັດຖະມົນຕີ​ວ່າການ​ກະຊວງການ​ຕ່າງປະ​ເທດ​ຈີນ​ໄດ້​ເຂົ້າ​ຮ່ວມ​ກອງ​ປະຊຸມ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ຕ່າງໆ​​ໃນ​ເວທີ​​ເປິກສາຫາລື​ພາກ​ພື້ນ​ອາ​ຊຽນທີ່​ຈັດ​ຂຶ້ນ​ຢູ່​ນະຄອນຫຼວງ​ພະນົມ​ເປັນ​ຂອງ​ກຳປູ​ເຈຍ​ໃນ​ເດືອນ​ກໍລະກົດ​ປີ​ນີ້,​​​ໂດຍ​ໄດ້ກ່າວ​ຢ້ຳນະ​ໂຍບາຍ​ຂອງ​ຈີນ​ໃນ​ການ​ຊຸກຍູ້​ການພົວພັນ​​ໄມຕີ​ຈິດ​ມິດ​ຕະພາບ​ຖານບ້ານ​ໃກ້​ເຮືອນ​ຄຽງ​ແລະ​ການ​ຮ່ວມ​ມື​​ແບບ​ຕ່າງ​ຝ່າຍ​ຕ່າງ​ທີ່​ມີ​ຜົນ​ປະ​ໂຫຍ​ດລະຫວ່າງ​ຈີນ​ກັບ​ອາ​ຊຽນ.

​ເພື່ອ​ເພີ່ມ​ທະວີການ​ຕິດ​ຕໍ່​ພົວພັນ​​ແບບ​ກົນ​ໄກ​ລະຫວ່າງ​ຈີນ​ກັບ​ອາ​ຊຽນ​ຕື່ມອີກ,ຈີນ​ໄດ້​ຕັ້ງ​ສະຖານທູດ​ຈີນ​ປະຈຳ​ອາ​ຊຽນຢູ່ນະຄອນຫຼວງ ຈາ​ກາກ​ຕາ​ຂອງອິນ​ໂດ​ເນ​ເຊຍ,​ແລະ​ແຕ່ງ​ຕັ້ງທ່າ​ນນາງ​ຢາງ​ສິ້ວ​ຜິ​ງ​ເປັນ​​ເອກ​ອັກຄະ​ລັດຖະທູດ​ຈີນ​ປະຈຳ​ອາ​ຊຽນ.ວັນ​ທີ27 ​ເດືອນກັນຍາ​ປີ​ນີ້,ຄະນະ​ທູດ​ຈີນ​ປະຈຳ​ອາ​ຊຽນ​ໄດ້​ຈັດ​ພິທີ​​ເປີດ​ສະຖານ​ທູດດັ່ງກ່າວ.

ສອງ​ຝ່າຍ​ໄດ້​ຮັກສາ​ການ​ຕິດ​ຕໍ່​ພົວພັນ​ແລະ​ປະສານ​ງານ​ກັນຢ່າງ​ໃກ້ຊິດ​ກ່ຽວ​ກັບ​ບັນຫາ​ພາກ​ພື້ນ​​ແລະ​ສາກົນ​ທີ່​ສຳຄັນ​ພາຍ​ໃນ​ອົງການ​ຈັດ​ຕັ້ງ​ສາກົນ​ແລະ​ພາກ​ພື້ນ​ເຊັ່ນ:ອົງການ​ສະຫະ​ປະຊາ​ຊາດ ກຸ່ມ20 ປະ​ເທດ​ຫຼືG20  ອົງການ​ຮ່ວມ​ມື​ເສດຖະກິດ​ອາຊີ​ປາຊີ​ຟິກຫຼື​ເອ​ເປັກ ກອງ​ປະຊຸມ​ສຸດ​ຍອດ​ອາຊີ​ຕາ​ເວັນ​ອອກ​ແລະ​ອື່ນໆ,ຮ່ວມ​ກັນຊຸກຍູ້​ການ​ສ້າງ​ຕັ້ງ​ລະບຽບ​ການເສດຖະກິດ​ການ​ເມືອງ​ສາກົນ​ໃຫມ່​ທີ່ຍຸດຕິ​ທຳ​,​​ ທັງ​ໝົດ​ນີ້​ທຳ​ການປະກອບສ່ວນ​ຢ່າງ​ຕັ້ງຫນ້າ​ເພື່ອ​ສັນຕິພາບ ສະຖຽນ​ລະ​ພາບ​ແລະ​ຄວາມ​ຈະ​ເລີ​ນຮຸ່ງ​ເຮືອງ​ຂອງ​ພາກ​ພື້ນ.
  ການ​ຮ່ວມ​ມືທີ່​ຕິດ​ແທດຕົວ​ຈິງ​​ໃນ​ດ້ານທະ​ເລ​ຈີນ​ໃຕ້

      ປີ2012​ແມ່ນການ​ລົງ​ນາມ​ໃນ"ຖ​ະ​ແຫຼ​ງການ​ແຫ່ງ​ການ​ປະພຶດ​ຂອງ​ບັນດາ​ຝ່າຍ​ໃນ​ທະ​ເລ​ຈີນ​ໃຕ້"ຄົບຮອບ10ປີ,​ໃນ10ປີ​ມາ​ນີ້,ທ່າ​ອຽງ​ໂດຍ​ລວມຂອງ​ຂະ​ບວນການ​ປະຕິບັດ​ຖະ​ແຫຼ​ງການ​ດັ່ງ​ກາວ​​ໄດ້​ດຳ​ເນີນ​ໄປ​ເປັນ​ຢ່າງ​ດີ.​ເດືອນ​ມັງກອນ​ປີ​ນີ້,ຢູ່​ທີ່​ນະຄອນຫຼວງ​ປັກ​ກິ່ງ,ຈີນ​ກັບປະ​ເທດ​ອາ​ຊຽນ​ໄດ້​ຈັດ​ກອງ​ປະຊຸມ​ເຈົ້າ​ຫນ້າທີ່ອາ​ວຸ​ໂສ​ຄັ້ງ​ທີ4​ແລະ​ກອງ​ປະຊຸມ​ຫນ່ວຍງານ​ຄັ້ງ​ທີ7ກ່ຽວ​ກັບ​ການ​ປະຕິບັດ​ຖະ​ແຫຼ​ງການ​​ດັ່ງກ່າວ,​ເດືອນ​ມິຖຸນາ,ຢູ່​ນະຄອນ​ຫຼວງ​ຮ່າ​ໂນ້ຍ​ຫວຽດນາມ​ໄດ້​ຈັດ​ກອງ​ປະ​ຊຸມ​ເຈົ້າ​ຫນ້າ​ທີ່​ອາວຸ​ໂສ​ກ່ຽວ​ກັບ​ການ​ປະຕິບັດ​ຖະແຫຼ​ງການ​ດັ່ງກ່າວ​ຄັ້ງ​ທີ5,​ໂດຍ​ໄດ້​ກ້າວ​ເຖິງ​ຂັ້ນ​ມີ​ຄວາມ​​ເຫັນ​ທີ່​ເປັນ​​ເອກກະສັນ​ກັນ​ຢ່າງ​ກວ້າງຂວາງ​ກ່ຽວ​ກັບ​ການ​ຜັນ​ຂະຫຍາຍ​ຖ​ະ​ແຫຼ​ງການ​ແລະ​ຊຸກຍູ້​ການ​ຮ່ວມ​ມື​ທີ່​ຕິດ​ແທດ​ຕົວ​ຈິງ​​​ໃນ​ດ້ານ​ທະ​ເລ​ຈີນ​ໃຕ້.

     ອີງ​ຕາມ​"ແຜນການ​ວຽກ​ງານ2012"ທີ່​ໄດ້​ຮັບຮອງ​ໃນ​ກອງ​ປະ​ຊຸມ​ເຈົ້າ​ຫນ້າ​ທີ່​ອາວຸ​ໂສ​ຄັ້ງ​ທີ4 ,ຝ່າຍ​ຈີນ​ໄດ້​ເປັນ​ປະ​ເທດ​ເຈົ້າພາບ​​ໃນການ​ຈັດ​ກອງ​ປະຊຸມ​ສຳ​ມະ​ນາກ່ຽວ​ກັບ​ການປ້ອງ​ກັນ​ແລະ​ຫຼຸດ​ໄພ​ທຳ​ມະ​ຊາດ​ເທິ​ງທະ​ເລ​ຈີນ​ໃຕ້​ແລະ​ກອງ​ປະຊຸມ​ສຳ​ມະ​ນາ​ທາງ​ດ້ານ​ສິ່ງ​ແວດ​ລ້ອມ​ຊີວະ​ນາໆ​ພັນ​ແລະ​ເຕັກນິກ​ຕິດຕາມກວດກາ​ທະ​ເລ​ຂອງທະ​ເລ​ຈີນ​ໃຕ້.

      ຈີນ​ກັບປະ​ເທດ​ອາ​ຊຽນ​ໄດ້​ຮັກສາ​ການຕິດ​ຕໍ່​ພົວພັນ​ກັນ​ກ່ຽວ​ກັບ​ການ​ຄົ້ນ​ຄວ້າ​ຫາລື​ຫຼັກມາດຖານ​ແຫ່ງ​ການ​ປະພຶດ​ຂອງ​ທະ​ເລ​ຈີນ​ໃຕ້,​ເຈົ້າ​ຫນ້າ​ທີ່​ອາວຸ​ໂສ​ຂອງ​ບັນດາ​ປະ​ເທດ​ໄດ້ຈັດການ​ເປິກສາຫາລື​ບໍ່​ເປັນ​ທາງ​ການ​ກ່ຽວ​ກັບ​ຫຼັກ​ມາດຖານ​ຢູ່​ນະຄອນຫຼວງ​ພະນົມ​ເປັນ​ຂອງ​ກຳປູ​ເຈຍ​ໃນ​ວັນ​ທີ8 ​ເດືອນ​ກໍ​ລະ​ກົດ​ແລະ​ວັນ​ທີ13 ກັນ​ຍາ​ປີ​ນີ້,​ເພື່ອ​ຄົ້ນຄວ້າ​ຫາລື​ກ່ຽວ​ກັບ​ບັນຫາ​ທີ່​ກ່ຽວ​ຂ້ອງ,​ໂດຍ​ໄດ້​ເພີ່ມ​ຄວາມ​ເຂົ້າ​ໃຈ​​ເຊິ່ງກັນ​ແລະ​ກັນ ໃຫ້ຫຼາຍ​ຂຶ້ນ,​ແລະສະ​ແດງ​ໃຫ້​ເຫັນ​ເຖິງ​ຄວາມ​ມຸ້ງ​ມາດ​ປາຖະຫນາ​ອັນດີງາມ​ໃນ​ການ​ຮ່ວມ​ກັນ​ຮັກສາ​ສັນຕິພາບ​ແລະ​ສະຖຽນ​ລະ​ພາບ​ຂອງ​ທະ​ເລ​ຈີນ​ໃຕ້. ຈີນ​ໄດ້​ສົ່ງ​ເຈົ້າຫນ້າ​ທີ່​​ເຂົ້າ​ຮ່ວມ​ກອງ​ປະຊຸມ​ສຳ​ມະ​ນາ​ກ່ຽວ​ກັບ​ຫຼັກ​ມາດຖານ​​ເຊິ່ງ​ຈັດ​ຂຶ້ນ​ໂດຍຜູ້​ຊົງ​ຄຸນ​ວຸດ​ທິຂອງປະ​ເທດ​ອາຊຽນຢູ່​ມະ​ເລ​ເຊຍ,​ເພື່ອ​​ແລກປ່ຽນ​ຄຳ​ຄິດ​ຄຳ​ເຫັນ​ກ່ຽວ​ກັບ​ບັນຫາ​ທີ່​ກ່ຽວຂ້ອງ.
1 2 3 4 5 6 7 8