ການ​ຮ່ວມ​ມື​ຈີນ​-ອາ​ຊຽນ2012

(GMT+08:00) 2012-11-23 10:14:33     cri

 
ການທ່ອງທ່ຽວ
​ໃນ​ຫຼາຍປີ​ມາ​ນີ້, ອົງການ​ທ່ອງ​ທ່ຽວ​ແຫ່ງ​ຊາດ​ຈີນ​ໄດ້​ສະໜອງ​ບູລິ​ມະ​ສິດ​ໃຫ້​ແກ່​ປະ​ເທດ​ອາ​ຊຽນ​ແລະກອງ​ເລຂາ​ອາ​ຊຽນ​​ໃນ​ການເຂົ້າ​ຮ່ວມ​ງານ​ຊື້​ຂາຍ​ການທ່ອງທ່ຽວ​ສາກົນ​ຈີນ​ໃນ​ແຕ່ລະ​ປີ. ປີ 2012, ອົງການ​ທ່ອງ​ທ່ຽວ​ແຫ່ງ​ຊາດ​ຈີນ​ສື​ບຕໍ່​ສະໜອງຮ້ານ​ວາງສະ​ແດງ​ແບບ​ມາດຖານ​ 2 ​ຮ້ານ​ໂດຍ​ບໍ່​ເກັບ​ຄ່າ​ໃຫ້​ແກ່​ທຸກ​ປະ​ເທດ​ອາ​ຊຽນ​ແລະກອງ​ເລຂາ​ອາ​ຊຽນ, ​ແລະ​ຈັດ​ວາງ​ບ່ອນ​ວາງສະ​ແດງຂອງ​ເຂົາ​ເຈົ້າ​ໃຫ້​ຢູ່​ຮ່ວມ​ກັນ, ​ໃຫ້​ຄວາມ​ສະໜັບສະໜູນ​ແລະ​ຊ່ອຍ​ເຫຼືອ​ແກ່​ກິດຈະກຳໂຄສະນາ​ພິ​ເສດ​ຂອງ​ປະ​ເທດ​ອາ​ຊຽນທີ່​ຈັດ​ຂຶ້ນ​ໃນ​ໄລຍະງານ​ວາງສະ​ແດງ​ຢ່າງ​ຕັ້ງໜ້າ.

​ເດືອນ​ກຸມພາ​ປີ​ນີ້, ຄະນະ​ກຳມະການ​ພັດທະນາ​ແລະ​ປະຕິ​ຮູບ​ແຫ່ງ​ລັດ​ຈີນ​, ສູນ​ຈີນ-ອາ​ຊຽນ​ແລະອົງການ​ທ່ອງ​ທ່ຽວ​ແຫ່ງ​ຊາດ​ຈີນ​ໄດ້​ຮ່ວມ​ກັນ​ຈັດ​ເວທີ​ປຶກສາ​ຫາລື​ການທ່ອງທ່ຽວ​ສີຂຽວ​ຈີນ-ອາ​ຊຽນຄັ້ງ​ທຳ​ອິດຢູ່​ປັກ​ກິ່ງ. ​​ແລະເດືອນ​ເມສາ, ພາຍ​ໃຕ້​ການຊ່ອຍ​ເຫຼືອ​ຂອງ​ອົງການ​ທ່ອງ​ທ່ຽວ​ແຫ່ງ​ຊາດ​ຈີນ, ສູນ​ຈີນ-ອາ​ຊຽນ​ໄດ້​ພາ​ໜ່ວຍ​ງານຂອງ​ສະຖານີ​ໂທລະພາບ​ສູນ​ກາງ​ຈີນ​ໄປ​ຖ່າຍ​ຊັບພະຍາກອນ​ທ່ອງ​ທ່ຽວ​ຢູ່ກຳ​ປູ​ເຈຍ, ​ແລະ​ອອກ​ອາກາດ​ຢູ່​ສະຖານີ​​ໂທລະພາບ​ສູນ​ກາງ​ຈີນ.
 
​ເຈັດ, ດ້ານສາທາລະນະ​ສຸກ, ດ່ານ​ພາສີ​ແລະ​ການ​ກວດກາ​ຄຸນ​ນະພາບ
ສາທາລະນະ​ສຸກ
ວັນ​ທີ 29 ມີນາ​ 2012, ກອງ​ປະຊຸມ​ເຈົ້າ​ໜ້າ​ທີ່​ອາວຸ​ໂສ​ການ​ພັດທະນາ​ສາທາລະນະ​ສຸກ​ຈີນ-ອາ​ຊຽນຄັ້ງ​ທີ 2 ​ໄດ້​ຈັດ​ຂຶ້ນ​ຢູ່​ເຊ​ບຸ​ຂອງ​ຟີ​ລິບ​ປີນ. ວັນ​ທີ 6 ກໍລະກົດ, ກອງ​ປະຊຸມ​ລັດຖະມົນຕີ​ສາທາລະນະ​ສຸກ​ຈີນ-ອາ​ຊຽນຄັ້ງ​ທີ 4 ຈັດ​ຂຶ້ນ​ຢູ່​​ເກາະ​ພູ​ເກັດ​ຂອງ​ໄທ. ທີ່ປະຊຸມ​ໄດ້​ຕົກລົງ​ຂົງ​ເຂດ​​ບູລິ​ມະ​ສິດ​ໃນ​ການ​ຮ່ວມ​ມື​ທາງ​ດ້ານສາທາລະນະ​ສຸກ​ລະຫວ່າງສອງ​ຝ່າຍ, ​ໄດ້​​ແລກປ່ຽນ​ບົດຮຽນ​ກ່ຽວ​ກັບ​ການ​ຄຸ້ມ​ຄອງຢາ​ສູບຂອງ​ປະ​ເທດ​ຕ່າງໆ, ​ແລະ​ໄດ້​ເຊັນ"ບົດ​ບັນທຶກຄວາມ​ເຂົ້າ​ໃຈກ່ຽວ​ກັບ​ການ​ຮ່ວມ​ມື​ທາງ​ດ້ານສາທາລະນະ​ສຸກ​ລະຫວ່າງ​ລັດຖະບານສ.ປ.​ຈີນ​ກັບລັດຖະບານປະ​ເທດ​ສະມາຊິກສະມາຄົມ​ບັນດາ​ປະ​ເທດ​ອາຊີ​ຕາ​ເວັນ​ອອກສຽງ​ໃຕ້"

​ເດືອນ​ເມສາ​, ກອງ​ປະຊຸມ​ສຳ​ມະ​ນາ​ແພດພື້ນ​ເມືອງ​ຈີນ-ອາ​ຊຽນທີ່​ມີ​ຫົວ​ຂໍ້​ວ່າ"ຈັດ​ເອົາແພດ ​ພື້ນ​ເມືອງ​​​ເຂົ້າ​ໃນ​ລະບົບ​ສາທາລະນະ​ສຸກ​ແຫ່ງ​ລັດ"​ໄດ້​ຈັດ​ຂຶ້ນ​ຢູ່​ປັກ​ກິ່ງ.

​ເດືອນ​ສິງຫາ, ຈີນ​ໄດ້​​ເຊື້ອ​ເຊີນປະ​ເທດ​ອາຊຽນ​ເຂົ້າ​ຮ່ວມ​ເວທີ​ປຶກສາ​ຫາລື​ສາທາລະນະ​ສຸກ​ຈີນ​ທີ່​ຈັດ​ຂຶ້ນ​ຢູ່​ປັກ​ກິ່ງ, ​ເພື່ອ​​ແລກປ່ຽນ​ບົດຮຽນ​ກ່ຽວ​ກັບ​​ການປະ​ຕິ​ຮູບ​ສາທາລະນະ​ສຸກ.

​ໃນ​ປີ 2012, ສອງ​ຝ່າຍຈີນ​ອາ​ຊຽນ​ໄດ້​ປະຕິບັດ​ໂຄງການ​ກ່ຽວ​ກັບພະຍາດ​ເອດຢູ່​ເຂດ​ຊາຍ​ແດນ​ລະຫວ່າງ​ຈີນ​ກັບ​ມຽນມາ, ຈີນ​ກັບຫວຽດນາມ​​ແລະ​ຈີນ​ກັບ​ລາວ, ​ໂຄງການ​​ທົດ​ລອງ​ການ​ຮ່ວມ​ກັນ​ປ້ອງ​ກັນ​ພະຍາດ​ໄຂ້​ຍູງ/​ໄຂ້​ເລືອດ​ອອກລະຫວ່າງ​ອະນຸ​ພາກ​ພື້ນ​ແມ່​ນ້ຳຂອງ​ກັບ​ແຂວງ​ຢຸນນານ​ພ້ອມ​ດ້ວຍ​ໂຄງການ​​ທົດ​ລອງປ້ອງ​ກັນຄວບ​ຄຸມພະ​ຍາດ​ໄຂ້​ເລືອດ​ອອກ​ຢູ່​ເຂດ​ຊາຍ​ແດນ​ອະນຸ​ພາກ​ພື້ນ​ແມ່​ນ້ຳຂອງ.
 
ດ່ານ​ພາສີ
ວັນ​ທີ 5 ຫາ​ວັນ​ທີ 9 ມິຖຸນາ​ປີ 2012, ກອງ​ປະຊຸມ​ປຶກສາ​ຫາລື​ລະດັບຫົວໜ້າ​ດ່ານ​ພາສີ​ຈີນ-ອາ​ຊຽນຄັ້ງ​ທີ 10 ​ໄດ້​ຈັດ​ຂຶ້ນ​ຢູ່​ມາ​ນິລາ​ຂອງ​ຟີ​ລິບ​ປີນ, ​​ໂດຍໄດ້​ແລກປ່ຽນ​ຄວາມ​ເຫັນ​ກ່ຽວ​ກັບ​ການ​ເພີ່ມ​ທະວີ​ການ​ກໍ່ສ້າງ​ຄວາ​ມສາມາດ, ຊຸກຍູ້​ຄວາມ​ປອດ​ໄພ​ແລະ​ຄວາມ​ສະດວກ​ຂອງ​ການ​ຕອບສະໜອງ​ສາກົນ, ຂອງວຽກ​ງານອົງການ​ດ່ານ​ພາສີ​ສາກົນແລະ​ອົງການ​ການ​ຄ້າ​ໂລກ​ເປັນ​ຕົ້ນ.

​ເດືອນ​ມິຖຸນາ, ກອງ​ປະ​ຊຸມ​ສຳ​ມະ​ນາ​ຂອງ​ນັກທຸລະກິດ​ທີ່​ໄດ້​ຜ່ານ​ການ​ຮັບຮອງ​ຫຼື AEOຂອງດ່ານ​ພາສີ​ຈີນ-ອາ​ຊຽນ​ໄດ້​ຈັດ​ຂຶ້ນ​ຢູ່​ນະຄອນ​ກຸ້ຍ​ລິນ​ເຂດ​ກວາງຊີຂອງ​ຈີນ.

​ເດືອນ​ກັນຍາ​, ຊຸດ​ອົບຮົມ​ການ​ກວດກາ​ຫຼັງຂອງ​ດ່ານ​ພາສີ​ໄດ້​​ໄຂ​ຈັດ​ຢູ່​ນະຄອນ​ຊຽນ​ໄຮຂອງຈີນ, ​ເຈົ້າ​ໜ້າ​ທີ່ດ່ານ​ພາສີ​ລະດັບ​ກາງ​ແລະ​ລະດັບ​ສູງ 20 ຄົນ​ຂອງ 4 ປະ​ເທດ​ໄດ້​ເຂົ້າ​ຮ່ວມ.
1 2 3 4 5 6 7 8