ການ​ຮ່ວມ​ມື​ຈີນ​-ອາ​ຊຽນ2012

(GMT+08:00) 2012-11-23 10:14:33     cri

  ສິດ​ຊັບ​ສິນ​ທາງ​ປັນຍາ
  ປີ2012,ຈີນ​ກັບ​ອາ​ຊຽນ​ໄດ້​ລົງ​ເລິກ​ແລກປ່ຽນ​ແລະ​ຮ່ວມມື​ຢ່າງ​ກວ້າງຂວາງ​​ໃນ​ຂົງ​ເຂດ​ສິດ​ຊັບ​ສິນ​ທາ​ງປັນຍາ.
 ​ເພື່ອ​ຊຸກຍູ້​ການສົນທະນາຈີນ​ອາຊຽນ​ກ່ຽວ​ກັບ​ສະພາບ​ການ​ພັດທະນາ​ຂອງສາກົນ ພາກ​ພື້ນ​ແລະ​ປະ​ເທດ,ຈັດ​ຕັ້ງ​ປະຕິບັດ​ເນື້ອ​ໃນ​ການ​ຮ່ວມ​ມືທີ່​ກ່ຽວຂ້ອງ​ໃນ"ບົດ​ບັນທຶກ​ຄວາມ​ເຂົ້າ​ໃຈ​ກ່ຽວ​ກັບການ​ຮ່ວມ​ມື​ທາງ​ດ້ານ​ສິດ​ຊັບ​ສິນ​ທາງ​ປັນຍາ​ລະຫວ່າງ​ລັດຖະບານ​ຂອງ​ສາທາລະນະ​ລັດ​ປະຊາຊົນ​ຈີນ​ກັບ​ລັດຖະບານ​ຂອງ​ປະ​ເທດ​ສະມາຊິກສະມາຄົມ​ບັນດາ​ປະ​ເທດ​ອາຊີ​ຕາ​ເວັນ​ອອກສຽງ​​ໃຕ້",ນັບ​ແຕ່​ວັນ​ທີ10 ຮອດ​ວັນ​ທີ12 ກັນຍາ,ຈີນ​ໄດ້​ຈັດ​ກອງ​ປະ​ຊຸມສຳ​ມະນາຈີນ​ອາ​ຊຽນກ່ຽວ​ກັບ​ການ​ປົກ​ປ້ອງ​ສິດ​ຊັບ​ສິນ​ທາງ​ປັນຍາ​ກັບ​ຄວາມ​ຮູ້​ດັ້ງ​ເດີມ​ພ້ອມ​ດ້ວຍ​ຊັບພະຍາກອນ​ທີ່​ສືບ​ທອດກັນ​ມາ,ຈັດ​ຕັ້ງ​ເຈົ້າ​ຫນ້າ​ທີ່​ພະ​ແນ​ກຄຸ້ມ​ຄອງ​ຊັບ​ສິນ​ທາງ​ປັນຍາ​ຂອງ​ຈີນ​ກັບປະ​ເທດ​ສະມາຊິກ​​ອາ​ຊຽນພ້ອມ​ດ້ວຍຜູ່​ຊ່ຽວຊານ ນັກ​ວິຊາ​ການ​​ໃນວົງ​ການ​ສິນ​ຊັບ​ສິນ​ທາງ​ປັນຍາ​​ເພື່ອປຶກສາ​ຫາລື​ກ່ຽວ​ກັບ​ການ​ປົກ​ປ້ອງ​ຄວາມ​ຮູ້​ດັ້ງ​ເດີມ​ແລະ​ຊັບ​ພະຍາກ​ອນທີ່​ສືບ​ທອດກັນ​ມາຢ່າງ​ຕັ້ງຫນ້າ,​ແລະຊອກ​ຫາ​ການ​ຮ່ວມ​ມື​ພ້ອມ​ກັນ.

ຫ້າ:ຂໍ້ມູນ​ຂ່າວສານ​ແລະ​ການ​ສື່ສານ​ແລະ​ການບິນ
   ຂໍ້​ມູນ​ຂ່າວສານ​ແລະ​ການ​ສື່ສານ
​ນັບແຕ່​ຕົ້ນປີ​ນີ້​ມາ,ຈີນ​ກັບ​ອາ​ຊຽນ​ໄດ້​ພັດທະນາ​ຢ່າງ​ຫມັ້ນທ່ຽງ​ໃນ​ການ​ແລກປ່ຽນ​ແລະ​ຮ່ວມ​ມື​ໃນ​ຂົງ​ເຂດ​ຂໍ້​ມູນ​ຂ່າວສານ​ແລະ​ການ​ສື່ສານ.
ຈີນ​ໄດ້​ເຂົ້າ​ຮ່ວມ​ກອງ​ປະຊຸມ​ຫນ່ວຍງານ​,ກອງ​ປະ​ຊຸມ​ເຈົ້າ​ຫນ້າ​ທີ່​ອາວຸ​ໂສ​ດ້ານ​ຂໍ້​ມູນ​ຂ່າວສານ​ແລະ​ການ​ສື່ສານ​ຂອງ​ຈີນ​ອາ​ຊຽນ​ທີ່​ຈັດ​ຂຶ້ນ​ໃນ​ເດືອນ​ມີນາ​ແລະ​ກອງ​ປະຊຸມ​ໂຕະມົນ​ຂອງ​ສະພາ​ຕິດຕາມ​ກວດກາ​​ໂທລະ​ຄົມ​ຈີນ​ອາ​ຊຽນທີ່​ຈັດ​ຂຶ້ນ​ໃນ​ເດືອນກໍ​ລະດົດປີ​ນີ້,​​ໂດຍ​ໄດ້​ແລກປ່ຽນຄຳ​ຄິດ​ຄຳ​ເຫັນ​ກ່ຽວ​ກັບ​ສະພາບ​ການ​ພັດທະນາ​​ແລະນະ​ໂຍບາຍ​ການ​ຕິດຕາມ​ກວດກາຂະ​ແຫນ​ງການໂທລະ​ຄົມພ້ອມ​ດ້ວຍ​ໂຄງການຮ່ວມ​ມື​ທາງ​ດ້ານ​​ໂທ​ລະ​ຄົມຂໍ້​ມູນ​ຂ່າວສານ​ຈີນ-​ອາຊຽນ.

​ເດືອນ​ມັງກອນ​ປີ​ນີ້,ຊຸດ​ອົບຮົມ​ເຕັກນິກ​​ແລະ​ການ​ນຳ​ໃຊ້​ການ​ສື່ສານຜ່ານອິນ​ເຕີ​ເນັດ​ສາຍ​ກວ້າງຈີນ​ອາ​ຊຽນ​ໄດ້​ຈັດ​ຂຶ້ນ​ຢູ່​​ນະຄອນ​ເຊິ່ນ​ເຈີ້ນ.​​ໃນເດືອນມິຖຸນາ, ​​ເດືອນ​ກັນ​ຍາ, ກອງ​ປະຊຸມ​ກ່ຽວ​ກັບ​ການ​ຫັນ​ເປັນ​ຂໍ້​ມູນ​ຂ່າວສານ​ຂອງ​ວິ​ສາ​ຫະກິດ​ຂະ​ແຫນງ​ກາງ​ແລະ​ນ້ອຍ​ຈີນ​ອາ​ຊຽນ​ໄດ້​ຈັດ​ຂຶ້ນ​ຢູ່​ນະຄອນ​ລຽນ​ຢູນກາງຂອງ​ຈີນ,ກອງ​ປະຊຸມ​ສຳ​ມະ​ນາ​ການ​ສຶກສາ​ທາງ​ໄກ​ຈີນ​ອາ​ຊຽນ​​ໄດ້​ຈັດ​ຂຶ້ນ​ຢູ່​ນານນິງແລະ​ຊຸດ​ສຳ​ມະ​ນາ​ເຕັກນິກ​​ແລະ​ການ​ນຳ​ໃຊ້​​ການ​ນສື່ສານ​ຜ່ານ​ອິນ​ເຕີ​ເນັດ​ສາຍ​ກວ້າງ​ແບບ​ເຄື່ອນ​ທີ່​ແລະ​ບໍ່​ມີ​ສາຍ​ຈີນ​ອາ​ຊຽນ​ໄດ້​ຈັດ​ຂຶ້ນ​ຢູ່ປັກ​ກິ່ງ.

ຈີນ​ຈະ​ຈັດ​ຊຸດອົບຮົມ​ເຕັກນິກ​ແລະ​ການ​ນຳ​ໃຊ້ກ່ຽວ​ກັບ​ຄຼາວດ(cloud)​ຈີນ​ອາ​ຊຽນ​ແລະກອງ​ປະຊຸມ​ສຳ​ມະ​ນາ​ຄວາມ​ປອດ​ໄພຂອງ​ອິນ​ເຕີ​ເນັດ​ຈີນ​ອາ​ຊຽນ​ໃນ​ທ້າຍ​ປີ​ນີ້,​ເຊື້ອ​ເຊີນ​ຜູ່​ຕາງຫນ້າຂອງ​ພາກສ່ວນ​​ຂໍ້​ມູນ​ຂ່າວ​ສານ​ແລະ​ການ​ສື່ສານ​ຂອງ​ບັນດາ​ປະ​ເທດ​ອາ​ຊຽນ​ແລະກອງ​ເລຂາ​ອາ​ຊຽນ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ເທື່ອ​ນີ້.ກິດຈະກຳ​ເຫຼົ່າ​ນີ້​ໄດ້​ເພີ່ມທະ​ວີ​ການ​ແລກປ່ຽນ​ບົດຮຽນ​ແລະ​ການ​ສ້າງສາ​ຄວາມ​ສາມາດ​ລະຫວ່າງ​ສອງ​ຝ່າຍ​ໃນການ​ພັດທະນາ​ການຫັນ​ເປັນ​ຂໍ້​ມູນ​ຂ່າວສານ ຄວາມ​ປອດ​ໄພ​ດ້ານອິນ​ເຕີ​ເນັດແລະ​ອື່ນໆ.

ການບິນ
ໃນ​ປີ​ນີ້,ສອງ​ຝ່າຍ​ໄດ້​ຈັດ​ກອງ​ປະ​ຊຸມ​ຫນ່ວຍງານ​ການຈັດ​ຕັ້ງ​ການ​ບິນ​ພາກ​ພື້ນຈີນ​ອາ​ຊຽນຄັ້ງ​ທີ6,​ເພື່ອ​ສືບ​ຕໍ່ປຶກສາ​ຫາລື​ກ່ຽວ​ກັບ​ການ​ເປີດ​ກວ້າງການຈັດ​ຕັ້ງ​ການ​ຂົນ​ສົ່ງ​ທາງ​ອາກາດ​​ໃນ​ພາກ​ພື້ນ​ລະຫວ່າງ​ຈີນ​ກັບ​ອາ​ຊຽນຕື່ມ​ອີກ.

ກອງປະຊຸມ​ຫນ່ວຍ​​ງານ​ຂອງກົມ​ການບິນ​ພົນລະ​​​ເຮື​ອນຂອງ​ຈີນ​ກັບຫນ່ວຍ​ງານ​ຈັດ​ຕັ້ງການ​ຂົນ​ສົ່ງ​ທາງ​ອາກາດ​ພາກ​ພື້ນ​ອາ​ຊຽນຄັ້ງ​ທີ6​ໄດ້​ຈັດ​ຂຶ້ນ​ຢູ່​ເມືອງ​ຄຸນມິ​ງ​ແຂວງ​ຢຸນນານ​ແຕ່​ວັນ​ທີ10 ຮອດ​ວັນ​ທີ14 ກັນຍາ2012,ກອງ​ປະຊຸມ​​ເທື່ອ​ນີ້​ໄດ້​ເປິກສາຫາລື​ກັນ​ກ່ຽວກັບ​ອະນຸສັນຍາ​ທີ​ສອງ​ຂອງ​"ສັນຍາວ່າ​ດ້ວຍ​ການ​ຂົນ​ສົ່ງທາງາາດຈີນ​ອາ​ຊຽນລະຫວ່າງ​ຈີນ​ກັບ​ອາ​ຊຽນ​"​ເຊິ່ງກ່ຽວຂ້ອງ​ກັບ​ສິດ​ທຸລະ​ກິດ​ທີ5ລະຫວ່າງຈີນ​ກັບອາຊຽນ​ແລະປະ​ເທດ​ທີ​ສາມ​.

ຈີນຈະ​ຈັດ​ຊຸດ​ສຳ​ມະ​ນາ​ການ​ຄຸ້ມ​ຄອງ​ຄວາມ​ປອດ​ໄພ​ທາງ​ດ້ານ​ການບິນພົນລະ​ເຮືອນ​ຈີນຊຽນຢູ່​ແຂວງ​ຢຸນນານ​ໃນ​ເດືອນພະຈິກ​ນີ້,​ເພື່ອສຶກສາອົບຮົມ​ພະນັກງານ​ວິຊາ​ສະ​ເພ​າະ​ໃນ​ການ​ຄຸ້ມ​ຄອງ​ຄວາມ​ປອດ​ໄພ​ດ້ານ​ການບິນ​ພົນລະ​ເຮືອນ20 ຄົນ​ໃຫ້​ແກ່​ປະ​ເທດ​ອາ​ຊຽນ.​ໃນ​ ​ປີ​ນີ້​ຍັງ​ຈະ​ຈັດ​ຊຸດ​ສຳ​ມະ​ນາ​ກ່ຽວ​ກັບ​ການປະ​ເມີນ​ບໍລິ​ມາດຂອງ​ເຂດສະຫນາມ​ບິນ​ຈີນອາ​ຊຽນຢູ່​ນະຄອນ​ທຽນ​ສິນ,​ເພື່ອອົບຮົມ​ບົ່ມ​ເພາະ​ພະນັກງານ​ວິຊາສະ​ເພາະ​ທາງດ້ານ​ການ​ຄຸ້ມ​ຄອງ​ຄົມມະນາຄົມ​ແລະ​ການ​ຂົນ​ສົ່ງ​ທາງອາກາດ20 ຄົນ​ໃຫ້​ແກ່​ປະ​ເທດ​ອາຊຽນ.
ກອງ​ປະຊຸມ​​ເຈົ້າຫນ້າ​ທີ່​ອາວຸ​ໂສ​ແລະ​ກອງ​ປະຊຸມລະດັບ​ລັດຖະມົນຕີກ່ຽວ​ກັບ​ຄົມມະນາຄົມ​ຂົນ​ສົ່ງ​ຈີນ​ອາ​ຊຽນຄັ້ງ​ທີ11ຈະ​ຈັດ​ຂຶ້ນ​ຢູ່​ອິນ​ໂດ​ເນ​ເຊຍ​ໃນ​​ເດືອນ​ພະຈິກ​2012,ກົມ​ການ​ບິນ​ພົນລະ​ເຮືອນ​ຈີນ​ຈະ​ສົ່ງ​ເຈົ້າ​ຫນ້າ​ທີ່​ເຂົ້າ​ຮ່ວມ,​ເພື່ອ​ລາຍ​ງານ​ສະພາບ​ການ​ຮ່ວມ​ມື​ແ​ລະຄວາມ​ຄືບ​ຫນ້າຫຼ້າ​ສຸດ​ຂອງ​ຈີນ​ອາ​ຊຽນ​ໃນ​ຂົງ​ເຂດການບິນ​ພົນລະ​ເຮືອນ​​ໃນ​1ປີ​ມາ​ນີ້​ໃຫ້​ກອງ​ປະຊຸມ​ເທື່ອ​ນີ້.
1 2 3 4 5 6 7 8