ການ​ຮ່ວມ​ມື​ຈີນ​-ອາ​ຊຽນ2012

(GMT+08:00) 2012-11-23 10:14:33     cri

ການ​ປ້ອງ​ກັນຊາດ​ແລະ​ປ້ອງ​ກັນ​ຄວາມ​ສະຫງົບ
ວັນ​ທີ29 ພຶດສະພາ​ປີ​ນີ້,ຢູ່​ທີ່​ນະຄອນຫຼວງ​ພະນົມ​ເປັນ​ກຳປູ​ເຈຍ, ພົນ​ເອກລຽ​ງ​ກວ່າ​ງ​ເລ້ຍ,ທີ່​ປຶກສາ​ແຫ່ງ​ລັດ​ທັງ​ເປັນ​ລັດຖະມົນຕີ​ວ່າການກະຊວງ​ປ້ອງ​ກັນ​ປະ​ເທດ​ຈີນໄດ້​ເຂົ້າ​ຮ່ວມການ​ປຶກສາຫາລື​ລະຫວ່າງ​ລັດຖະມົນຕີກະຊວງ​ປ້ອງ​ກັນ​ປະ​ເທດຈີນ​ກັບບັນດາ​ປະ​ເທດອາ​ຊຽນ​ເປັນ​​ເທື່ອ​ທຳ​ອິດ,​ຝ່າຍຕ່າງໆ​ໄດ້​ແລກປ່ຽນ​ຄວາມ​ຄິດ​ຄວາມ​ເຫັນ​ກ່ຽວ​ກັບ​ບັນຫາ​ສ​ະຖານະ​ການ​ຄວາມ​ຫມັ້ນຄົງພຽງ​​ໃນ​ພາກ​ພື້ນ​ພ້ອມ​ດ້ວຍ​ການ​ລົງ​ເລິກ​ການ​ຮ່ວມ​ມື​ທີ່​ໄວ້​ເນື້ອ​ເຊື່ອ​ໃຈ​ກັນ​ແລະ​ບັນຫາ​ອື່ນໆ.

  ​ເດືອນ​ພຶດສະພາ,ຕຳຫຼວດຈີນ​ໄດ້​ຮ່ວມ​ມື​ກັບ​ຕຳຫຼວດ​ຂອງ​ 7 ປະ​ເທດ​ອາ​ຊຽນ​ເຊັ່ນ:​ໄທ,ມະ​ເລ​ເຊຍ, ກຳປູ​ເຈຍ ,ອິນ​ໂດ​ເນ​ເຊຍ, ຟິລິບປິນ​​ເປັນ​ຕົ້ນ​ເພື່ອ​ດຳ​ເນີນການ​ເຄື່ອນ​ໄຫວ​ຢ່າງ​ເປັນ​ເອກະ​ພາບ​ກັນ,​​ໂດຍ​ໄດ້ມ້າງ​ກຸ່ມທີ່​ດຳ​ເນີນ​ການ​ທີ່​ຜິດ​ກົດໝາຍ​ໃນ​ການ​ນຳ​ໃຊ້​ສື່​ອີ​ເລັກ​ໂທຼນິກການ​ຫຼອກ​ຕົ້ມ​ຜ່ານ​ທາງ​ໂທລະ​ຄົມທີ່​ໃຫຍ່​ທີ່​ສຸດ, ​​ເຊິ່ງຄະດີ​ດັ່ງກ່າວ​ເກີດ​ຂຶ້ນ​ໃນວັນ​ທີ29 ພະຈິກ​2011ຢ່າງ​ສຳ​ເລັດ​ຜົນ,ຈັບ​ຕົວ​ຜູ່​ຖືກ​ສົງ​ໄສ482 ຄົນ,​ໄດ້​ສະກັດ​ກັ້ນ​ທ່າ​ອຽງ​ທີ່​ເກີດການ​ກະທຳ​​ດັ່ງກ່າວ​ນີ້​ຢ່າງ​ບັງ​ເກີ​ດຜົນ.

​ໂດຍ​ຜ່ານ​ກອງ​ປະຊຸມ​ສຳ​ມະ​ນາ​​ແລະ​ການ​ຊຸດ​ສຳ​ມະ​ນາ​ຕ່າງໆ ,ພາກສ່ວນ​ຮັກສາ​ຄວາມ​ສະຫງົບ​ຂອງ​ສອງ​ຝ່າຍ​ໄດ້ແລກປ່ຽນ​ຄວາມ​ຄິດ​ຄວາມ​ເຫັນ​ແລະ​ຕິດ​ຕໍ່​ພົວພັນ​ກັນ​ຢ່າງ​ໃກ້ຊິດ. ​ເດືອນ​ພຶດສະພາ​ປີ​ນີ້,ລັດຖະບານ​ຈີນ​ໄດ້​ສົ່ງ​ຄະນະ​ຜູ່​ແທນ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ຫົວ​ຫນ້າຕຳຫຼວດ​ຂອງ​ປະ​ເທດ​ອາຊຽນຄັ້ງ​ທີ32ທີ່​ຈັດ​ຂຶ້ນ​ຢູ່​ນະຄອນຫຼວງ​ເນ​ປີ​ດໍ​ຂອງ​ມຽນມາ.​ເດືອນ​ມິຖຸນາ,ຊຸດ​ສຳ​ມະ​ນາ​ຂອງ​ເຈົ້າ​ຫນ້າ​ທີ່​ຕຳຫຼວດ​ລະດັບ​ສູງ​ຂອງ​ອົງການ​ຕຳຫຼວດ​ຈີນ​ອາ​ຊຽນ​ໄດ້​ຈັດ​ຂຶ້ນ​ຢູ່​ແຂວງ​ເຈີ້​ຈ່ຽງຂອງຈີນ.ນັບ​ແຕ່​ເດືອນ​ມິຖຸນາ​ຮອດ​ເດືອນ​ສິງຫາ,​ໂຄງການ​ອົບຮົມ​ເຕັກນິກການສືບ​ສວນ​ທາງ​ອາຍາ​ຈີນ-​ອາ​ຊຽນຊຸດ​ທີ9​ໄດ້​ຈັດ​ຂຶ້ນ​ຢູ່​ທີ່​ນະ​ຄອນ​ຫຼວງ​ປັກ​ກິ່ງ.ນອກ​ນີ້,ຈີນ​ຍັງ​ຈະ​ຈັດການ​ຊຸດ​ສຳ​ມະ​ນາ​ເຈົ້າ​ຫນ້າ​ທີ່​ປະຕິ​ດບັດ​ກົດຫມາຍ​ລະດັບ​ສູງ​ໃນ​ທ້າຍ​ປີ​ນີ້,​ເພື່ອ​​ເຊື້ອ​ເຊີນ​ເຈົ້າ​ຫນ້າ​ທີ່​ການ​ປະຕິບັດ​ຕາມ​ກົດຫມາຍ​ຂອງ​ປະ​ເທດ​ສະມາຊິກ​ອາຊຽນ​ເຂົ້າ​ຮ່ວມ.

  ສອງ:​ເສດຖະກິດ​ການ​ຄ້າ​ແລະ​ການ​ລົງທຶນ
  ປີ2011,ຍອດ​ມູນ​ຄ່າ​ການ​ຄ້າ​ສອງ​ຝ່າຍ​ຈີນ​ອາ​ຊຽນ​ໄດ້​ສູງ​ເຖິງ362 ຕື້850 ລ້ານ​ໂດ​ລາ​ສະຫະລັດ,​ເພີ່ມ​ຂຶ້ນ​ຫຼາຍ​ກວ່າ​ໄລຍະ​ດຽວ​ກັນ​ຂອງ​ປີ2010 23,9%,ອາຊຽນ​ໄດ້​ກາຍ​ເປັນ​ຄູ່​ການ​ຄ້າ​​ໃຫຍ່ອັນ​ດັບທີ​ສາມ​,ຕະຫຼາດ​ການ​ສົ່ງ​ອອກ​ສິນຄ້າ​ໃຫຍ່ອັນ​ດັບທີ4​ແລະ​​ແຫຼ່ງການ​ນຳ​ເຂົ້າສິນຄ້າ​​ໃຫຍ່ອັນ​ດັບທີ​ສອງ​ຂອງ​ຈີນ.ຈີນ​ໄດ້​ເປັນ​ປະ​ເທດ​ຄູ່​ການຄ້າ​​ໃຫຍ່ອັນ​ດັບ​ຫນຶ່ງຂອງ​ອາ​ຊຽນ​​ໃນ 3 ປີ​ລຽນຕິດ,ຮອດ​ທ້າຍ​ເດືອນ​ກັນຍາ​ປີ2012,ຍອດ​ມູນ​ຄ່າ​ການ​ຄ້າ​ຂອງ​ສອງ​ຝ່າຍ​ໄດ້​ບັນ​ລຸ​ເຖິງ288 ຕື້890 ລ້ານ​ໂດ​ລາ​ສະຫະລັດ.

ການ​ລົງທຶນສອງ​ຝ່າຍລະຫວ່າງ​ຈີນ​ກັບ​ອາ​ຊຽນ​ໄດ້​ເປີດ​ກວ້າງ​ຢ່າງ​ບໍ່​ຢຸດ​ຢັ້ງ,ຮອດ​ທ້າຍ​ເດືອນ​ກັນຍາ​ປີ​ນີ້,ການ​ລົງທຶນ​​​ລະຫວ່າງ​ສອງ​ຝ່າຍ​ໄດ້ມີ 94ຕື້​ໂດ​ລາ​ສະຫະລັດ.​ນັບ​ແຕ່​ປີ2006 ​ເປັນ​ຕົ້ນ​ມາ,ນັກທຸລະກິດຈີນ​ໄດ້​ສ້າງ​ຕັ້ງ​ເຂດ​ການ​ຮ່ວມ​ມື​ທາງດ້ານ​ເສດຖະກິດ​ການ​ຄ້າ 5 ​ແຫ່ງ​ຢູ່ກຳ​ປູ​ເຈຍ, ​ໄທ, ຫວຽດນາມ​ແລະ​ອິນ​ໂດ​ເນ​ເຊຍ,​ເນື້ອ​ທີ່ທີ່​ມີ​ແຜນການ​ລວມທັງ​ຫມົດມີ 31 ກິ​ໂລ​ຕາ​ແມັດ.ຮອດ​ທ້າຍ​ເດືອນ​ກໍລະກົດ​2012,​ໄດ້​ສຳ​​ເລັດ​ການ​ລົງທຶນ​ທີ່​ມີ​ມູນ​ຄ່າ​ທັງ​ຫມົດ934 ລ້ານ​ໂດ​ລາ​ສະຫະລັດ,ມີວິ​ສາ​ຫະກິດ​ 91​ແຫ່ງ​ໄດ້​ຕັ້ງ​ຢູ່​ຂົງເຂດ​​ແຫ່ງ​ນີ້,ສຳ​ເລັດມູນ​ຄ່າ​ການ​ຜະລິດ​ເຖິງ 1 ຕື້ 450 ລ້ານ​ໂດ​ລາ​ສະຫະລັດ,ຊຸກຍູ້​​ໃຫ້ມີ​ປະ​ຊາ​ຊົນ​ທ້ອງ​ຖິ່ນມີ​ການປະກອບວຽກ​​​ເຮັດ​ງານ​ທຳເກືອບ8000 ຄົນ.

 ຮອດ​ທ້າຍ​ເດືອນ​ກໍລະກົດ2012, ວິ​ສາ​ຫະກິດ​ຈີນ​ໄດ້​ເຊັນ​ສັນຍາ​ກໍ່ສ້າງ​ໂຄງການ​ຮັບ​ເຫມົາ​ກໍ່ສ້າງ​ໃນປະ​ເທດ​ອາ​ຊຽນ​ທີ່​ມີ​​ມູນ​ຄ່າທັງ​ຫມົດ134 ຕື້ 900 ລ້​ານ​ໂດ​ລາ​ສະຫະລັດ,ສຳ​ເລັດ​ມູນ​ຄ່າ​ການ​ດຳ​ເນີນທຸລະ​ກິດ​ເຖິງ 87 ຕື້​​ໂດ​ລາ​ສະຫະລັດ.

 ງາ​ນວາງສະ​ແດງສິນຄ້າ​ຈີນ-​ອາ​ຊຽນຄັ້ງ​ທີ9
    ນັບ​ແຕ່​ວັນ​ທີ21ຮອດ​ວັນ​ທີ25ກັນຍາ2012,ງາ​ນວາງສະ​ແດງສິນຄ້າ​ຈີນ-​ອາ​ຊຽນຄັ້ງ​ທີ9​ໄດ້​ຈັດ​ຂຶ້ນ​ຢູ່​​​ເມືອງ​ນານ​ນິງຂອງ​ເຂດ​ກວາງຊີ. ທ່ານ​ສີ​ຈິ້ນ​ຜິ​ງ,ຮອງ​ປະທານ​ປະ​ເທດ​ຈີນ,ທ່ານ​ເທັນ​ເຊັນ,ປະທານາທິບໍດີ​ມຽນມາ​​​ເຊິ່ງ​ເປັນ​ປະ​ເທດກຽດຕິຍົດ​ຂອງ​ງານ​ວາງສະ​ແດງ​ສິນຄ້າຄັ້ງ​ນີ້,ທ່ານ​ທອງ​ສິງ ທຳ​ມະ​ວົງ,ນາຍົກລັດຖະມົນຕີລາວ,ທ່ານຫງວຽນ​ເຕີນ​ຢຸງ,ນາຍົກລັດຖະມົນຕີຫວຽດນາມ,ທ່ານມູຊິນ​​ເຕັງ,ຮອງ​ນາຍົກລັດຖະມົນ ຕີມະ​ເລ​ເຊຍ ທ່ານກິດ​ຕິຣັດ ນະຣະນອງ,ຮອງ​ນາຍົກລັດຖະມົນຕີ​ໄທ,ທ່ານ​ໂລຮັສ,ທູດ​ພິ​ເສດຂອງ​ປະທານາທິບໍດີ​ຟິລິບ​ປິນ,ທ່ານ​ລິນ​ຄ່າງຊ້ຽນ,ຮອງ​ເລຂາທິການ​ໃຫຍ່​ກອງ​ເລຂາ​ອາ​ຊຽນ,ທ່ານ​ສຸພະ​ໄຊ ພານິດ​ສະ​ພັກ  ​ເລຂາທິການ​ໃຫຍ່ປະຊຸມການ​ຄ້າ​ແລະ​ການ​ພັດທະນາ​ຂອງ​ອົງການ​ສະຫະ​ປະຊາ​ຊາດ​ແລະ​ທ່ານອື່ນໆ​ເຂົ້າ​ຮ່ວມ.

      ​ໃນ​ໄລຍະ​ດຽວ​ກັນ,ກອງ​ປະຊຸມ​ສຸດ​ຍອດ​ການຄ້າ​ແລະ​ການ​ລົງທຶນແລະ​​ເວທີ​ປຶກສາ​ຫາລື​ເຂ​ດການ​ຄ້າ​ເສລີ​ຈີນ​-ອາ​ຊຽນ​ຄັ້ງ​ທີ9​ໄດ້​ຈັດ​ຂຶ້ນ​ຢ່າງ​​ ​ສຳ​ເລັດ​ຜົນຢູ່​ເມືອງ​ນານ​ນິງ.ຫົວ​ຂໍ້ຫຼັກ​ຂອງ​ກອງ​ປະຊຸມ​ສຸດ​ຍອດ​ຄັ້ງ​ນີ້​ແມ່ນ"ຕິດ​ຕໍ່​ພົວພັນ​ແລະ​ເຊື່ອມ​ໂຍງ​ເຂົ້າກັນ​ແລະ​ຮ່ວມ​ມື​ໄດ້​ຮັບ​ຜົນ​ປະ​ໂຫຍ​ດ".ທ່ານ​ສີຈີ້​ນຜິ​ງ,ຮອງ​ປະທານ​ປະ​ເທດ​ຈີນ​ໄດ້​ເຂົ້າ​ຮ່ວມພິທີ​ໄຂ​ປະຊຸມ​ແລະ​ກ່າວ​ຄຳ​ປາ​ໄສ​ທີ່​ມີຫົວ​ຂໍ້​ວ່າ:"ຮ່ວມ​ກັນຊຸກຍູ້​ການ​ຮ່ວມ​ມື​ລົງ​ສູ່​ລວງ​ເລິກ​ເພື່ອ​ຮ່ວມກັນບັນລຸການ​ພັດທະນາ​ແບບຍືນ​ຍົງ".ທ່າ​ນ​ເທັນ​ເຊັນ,ປະທານາທິບໍດີ​ມຽນມ້າກໍ່​ໄດ້​ເຂົ້າຮ່ວມ​ພິທີ​ໄຂ​ປະຊຸມ​ແລະ​ກ່າວ​ຄຳ​ປາ​ໄສ​ເຊັ່ນ​ກັນ.
1 2 3 4 5 6 7 8