ການ​ຮ່ວມ​ມື​ຈີນ​-ອາ​ຊຽນ2012

(GMT+08:00) 2012-11-23 10:14:33     cri

ຫົກ: ວັດທະນະ​ທຳ ການ​ສຶກສາ​ແລະການທ່ອງທ່ຽວ
ວັດທະນະທຳ
ວັນ​ທີ25 ພຶດສະພາ2012,ກອງປະຊຸມ​ລັດຖະມົນຕີ​ວັດທະນະທຳ​ຈີນ​ອາ​ຊຽນຄັ້ງ​ທຳ​ອິດ​ໄດ້​ຈັດ​ຂຶ້ນ​ຢູ່​ສິງກະ​ໂປ.ຜູ້​ແທນຝ່າຍ​ທີ່​ຮ່ວມ​ປະຊຸມ​ໄດ້​ຕົກລົງການ​ສ້າງ​ຕັ້ງ​ກົນ​ໄກ​ກອງ​ປະຊຸມ​ລັດຖະມົນຕີ​ວັ​ດທະນະ​ທຳຈີນ​ອາ​ຊຽນ,​ແລະ​ເປິກສາຫາລື​ກ່ຽວ​ກັບ​ເລື່ອງ​ຕ່າງ​ໆ​ເຊັ່ນ:ການ​ປ​ະຕິບດ​ກົນ​ໄກ​ດັ່ງກ່າວ ການ​ຮ່ວມ​ມື​ລະຫວ່າງ​ສອງ​ຝ່າຍ​ໃນ​ຂົງ​ເຂດ​ວັດທະນະທຳ​ໃນ​ໄລຍະ​ຕໍ່ຫນ້າ​ພ້ອມ​ດ້ວຍ"​ແຜນການປະຕິບັດ​ງານ​ກ່ຽວ​ກັບການ​ຮ່ວມ​ມື​ທາງ​ດ້ານວັດ​ທະນະ​ທຳ​ລະຫວ່າງຈີນ​ກັບ​ອາ​ຊຽນ"​ເປັນ​ຕົ້ນ.
 
​ເລີ່​ມ​ແຕ່​ປີ 2006 ມາ​ນີ້, ສອງ​ຝ່າຍ​ໄດ້​ຈັດ"​ເວ​ທີປຶກສາ​ຫາ​ລຶຂະ​ແໜງ​ການ​ວັດທະ​ນະ​ທຳ​ຈີນ-ອາ​ຊຽນ"ສຳ​ເລັດ​ຜົນ 6 ​ເທື່ອ​ຢ່າງ​, ອັນ​ໄດ້​ປະກອບສ່ວນຢ່າງ​ຕັ້ງໜ້າ​ເພື່ອ​ຊຸກຍູ້​ການ​ແບ່ງປັນ​ຊັບພະຍາກອນ​ແລະ​ການ​ຮ່ວມ​ມື​ຢ່າງ​ແທ້​ຈິງ​​ໃນ​ການ​ແລກປ່ຽນ​ວັດທະນະທຳ​ຂອງ​ພາກ​ພື້ນ​ແລະ​ລົງ​ເລິກ​ການ​ພົວພັນ​ລະຫວ່າງ​ຈີ​ນກັບ​ອາ​ຊຽນ. ປີ 2012, ​ເວ​ທີ​ປຶກສາ​ຫາລື​ດັ່ງກ່າວປ່ຽນ​​ຊື່​ວ່າ ​"​ເວທີ​ປຶກສາ​ຫາລື​ວັດທະນະທຳ​ຈີນ-ອາ​ຊຽນ", ​​​ແລະ​ໄດ້​ຈັດ​ຂຶ້ນ​ຢູ່​ນະຄອນ​ນານ​ນິງ​ເຂດ​ກວາງຊີ​ຂອງ​ຈີນ​ແຕ່​ວັນ​ທີ 10 ຫາ​ວັນ​ທີ 14 ກັນຍາຜ່ານ​ມາ.
 
ການ​ສຶກສາ
---- ສັບປະດາ​ແລກປ່ຽນ​ການ​ສຶກສາ​ຈີນ-ອາ​ຊຽນ
ວັນ​ທີ 17 ຫາ​ວັນ​ທີ 20 ກັນຍາ, ສັບປະດາ​ແລກປ່ຽນ​ການ​ສຶກສາ​ຈີນ-ອາ​ຊຽນຄັ້ງ​ທີ 5 ​ໄດ້ຈັດ​ຂຶ້ນ​ຢູ່​ແຂວງ​ກຸ້ຍ​ໂຈ່​ວຂອງ​ຈີນ. ກິດຈະກຳ​ເທື່ອ​ນີ້​ມີ​ຫົວ​ຂໍ້​ວ່າ"ການ​ປະດິດ​ສ້າງ​ແບບ​ເປີດ​ປະຕູ, ການ​ຮ່ວມ​ມື​ຢ່າງ​ແທ້​ຈິງ", ​ໃນ​ໄລຍະ​ດັ່ງກ່າວ​ໄດ້​ຈັດ"​ເວທີ​ປຶກສາ​ຫາລື​ອະທິການ​ບໍດີ​ມະຫາວິທະຍາ​ໄລ​ຈີນ​ອາ​ຊຽນ", "ງານວັດທະນະທຳດ້ານ​ອາຫານ​ຈີນ-ອາ​ຊຽນ", "ກອງ​ປະຊຸມ​ສຳ​ມະ​ນາ​ກ່ຽວ​ກັບ​ການພັດທະນາ​ຂະ​ແໜງ​ການ​ວັດທະນະທຳ​ຈີນ-ອາ​ຊຽນ", ​ແລະ"​ເວທີ​ປຶກສາ​ຫາລື​ການ​ສຶກສາ​​ແພດສາດ​ຈີນ-ອາ​ຊຽນ"​ເປັນ​ຕົ້ນ, ມີ​​ເຈົ້າ​ໜ້າ​ທີ່ 600 ກວ່າ​ຄົນ​ທີ່​ມາ​ຈາກ​ພາກສ່ວນ​ສຶກສາ​ທິການ​ຂອງ​ປະ​ເທດ​ອາ​ຊຽນ, ​ໂຮງຮຽນ​ຊັ້ນ​ສູງ​ທີ່​ກ່ຽວຂ້ອງ, ສະຖານທູດ​ອາ​ຊຽນປະຈຳ​ຈີນ, ສູນ​ຈີນ-ອາ​ຊຽນ, ​ກອງ​​ເຂ​ລາ​ອາ​ຊຽນ, ສະຫະພັນ​ມະຫາວິທະຍາ​ໄລ​ອາ​ຊຽນ​ພ້ອມ​ດ້ວຍຜູ້​ແທນ​ຂອງ​​ໂຮງຮຽນ​ຊັ້ນ​ສູງ​ຈຳນວນ​ໜຶ່ງ​ຂອງ​ຈີນ​ເຂົ້າ​ຮ່ວມ.

----ສູນ​ອົບ​ຮົບອາຊີວະ​ສຶກສາຈີນ-ອາ​ຊຽນ 10 ​ແຫ່ງ
​ໃນ​ກອງ​ປະຊຸມ​ສຸດ​ຍອດ​ຈີນ-ອາ​ຊຽນຄັ້ງ​ທີ 14 ທີ່​ຈັດ​ຂຶ້ນ​ໃນ​ປີ 2011, ທ່ານ​ເວີນ​ເຈ່ຍ​ປາວ, ນາຍົກລັດຖະມົນຕີຈີນ​ໄດ້​ສະ​ເໜີ​ຂໍ້​ລິ​ເລີ່​ມທີ່"ສ້າງຕັ້ງ​ສູນ​ອົບ​ຮົມ​ອາຊີວະ​ສຶກສາ 10 ​ແຫ່ງ​ປະກອບສ່ວນ​ໃຫ້​ອາ​ຊຽນ, ​ເພື່ອ​ສະໜອງ​ຊັບພະຍາກອນມະນຸດ​ທີ່​ຕ້ອງການ​ໃນ​ການພັດທະນາ​ເສດຖະກິດ​ສັງຄົມ​ຂອງ​ປະ​ເທດ​ອາ​ຊຽນ." ປະຈຸ​ບັນ, ສູນ​ອົບຮົມ​ອາຊີວະ​ສຶກສາຈີນ-ອາ​ຊຽນ 10 ​ແຫ່ງ​ລ້ວນ​ແຕ່​​ໄດ້​ສ້າງ​ຕັ້ງ​ຂຶ້ນ​ສຳ​ເລັດ​ແລ້ວ, ຕັ້ງ​ຢູ່​ເຂດ​ປົກຄອງ​ຕົນ​ເອງ​​ເຜົ່າ​ຈ້ວງ​ກວາງຊີ, ​ແຂວງ​ເສ​ສວນ, ​ແຂວງ​ຢຸນນານ, ​ແຂວງ​ກຸ້ຍ​ໂຈ່​ວ, ​ແຂວງ​ຝູຈ້ຽນ​ແລະ​ແຂວງ​​ເຮ່​ຫົງ​ຈ່ຽງ​ເປັນ​ຕົ້ນ, ​ເນື້ອ​ໃນ​ຂອງ​ການອົບຮົມ​​ແມ່ນ​ຢູ່​ໃນ​ຂົງ​ເຂດ​ການ​ປະຊຸມ​ແລະ​ງານວາ​ງສະ​ແດງ​ດ້ານການ​ຄ້າ, ສິນລະປະ​ວັດທະນະທຳ, ການ​ສອນ​ພາສາ​ຈີນ​​ໃຫ້​ຄົນ​ຕ່າງປະ​ເທດ, ການ​ທະນາຄານ​ແລະ​ສ່ວຍ​ສາອາກອນ, ​ແພດ​ແຜນ​ບູຮານ, ພະລັງງານ​ໃໝ່​​ແລະ​ອື່ນໆ.
"​ແຜນການຮັບ-ສົ່ງນັກ​ສຶກສາ​ໄປ​ຮຽນ​ຢູ່​ແຕ່ລະ​ປະ​ເທດ​ຮ່ວມ​ກັນ​ຈຳນວນ 1 ​ແສນ​ຄົນ"

​ມາ​ຮອດ​ທ້າຍ​ປີ 2011, ນັກ​ສຶກສາ​ຂອງ 10 ປະ​ເທດ​ອາ​ຊຽນທີ່​ຮຽນ​ຢູ່​ຈີນ​ມີ 54,790 ຄົນ, ​ໃນ​ນັ້ນ​ລວມທັງ​ນັກ​ສຶກສາ 4,118 ຄົນ​ທີ່​ໄດ້​ທຶນການ​ສຶກສາ​ຈາກ​ລັດຖະບານ​ຈີນ. ນັກ​ສຶກສາປະ​ເພດ​ຕ່າງໆ​ຂອງ​ຈີນ​ທີ່​ໄປ​ຮຽນ​ຢູ່ປະ​ເທດ​ອາ​ຊຽນມີ 101,039 ຄົນ. ປີ 2012, ຈີນ​​ໄດ້​ສືບ​ຕໍ່​ເພີ່ມ​​ທຶນ​​ການ​ສຶກສາ​ຈາກ​ລັດຖະບານ​​ຕໍ່​ປະ​ເທດ​ອາ​ຊຽນ, ຊຸກຍູ້​ປະຕິບັດ"​ແຜນການ​​ຮຽນຕໍ່​ຢູ່​ຈີນຂອງ​ນັກ​ສຶກສາ​ຕ່າງປະ​ເທດ", ​ເພື່ອ​ດຶງ​ດູດ​ນັກ​ສຶກສາ​ຂອງ​ປະ​ເທດ​ອາ​ຊຽນມາ​ຮຽນ​ຢູ່​ຈີນ​ຫຼາຍ​ກວ່າ​ເກົ່າ, ​ແລະ​ສົ່ງ​ເສີມ​ນັກ​ສຶກສາຂອງ​ຈີນ​ແລະ​ປະ​ເທດ​ອາຊຽນ​ເພີ່ມ​ທະວີ​ການ​ແລກປ່ຽນ​​ເຊິ່ງກັນ​ແລະ​ກັນ.

----ການ​ສອນ​ພາສາ​ຈີນ​ແລະ​ຄົ້ນຄວ້າ​ອາ​ຊຽນ
ຈີນ​ໃຫ້​ຄວາມ​ສຳຄັນໃນ​ລະດັບ​ສູງ​ຕໍ່​ການ​ສອນ​ພາສາ​ຈີນ​ຢູ່​ບັນດາ​ປະ​ເທດ​ອາ​ຊຽນ. ປະຈຸ​ບັນ, ຈີນ​ໄດ້​ຕັ້ງ​ສະ​ຖາ​ບັນ​ຂົງຈື້ 26 ​ແຫ່ງ​ແລະ​ຫ້ອງ​ຮຽນ​ຂົງຈື້ 14 ​ແຫ່ງ​ຢູ່ກຳ​ປູ​ເຈຍ, ລາວ, ມາ​ເລ​ເຊຍ, ມຽນມາ, ອິນ​ໂດ​ເນ​ເຊຍ, ຟີ​ລິບ​ປີນ, ສິງກະ​ໂປ​ແລະ​ໄທ.
ພ້ອມ​ກັນ​ນັ້ນ, ຈີນ​ຍັງ​ໄດ້​ເພີ່ມ​ທະວີ​ການ​ຄົ້ນຄວ້າ​ພາກ​ພື້ນອາ​ຊຽນ​ແລະ​ປະ​ເທດ​ອາ​ຊຽນ. ມະຫາ ວິທະຍາ​ໄລ​ປັກ​ກິ່ງ, ມະຫາວິທະຍາ​ໄລ​ພາສາ​ຕ່າງປະ​ເທດ​ປັກ​ກິ່ງ, ມະ​ຫາ​ວິທະຍາ​ໄລ​​ເຊ້ຍ​ເມີນ, ມະຫາວິທະຍາ​ໄລ​ກຸ້ຍ​ໂຈ່​ວ, ​ແລະ​ມະຫາວິທະຍາ​ໄລ​ຢຸນນານ​ເປັນ​ຕົ້ນ​ລ້ວນ​ແຕ່​ໄດ້​ຕັ້ງ​ສູນ​ຄົ້ນຄວ້າປະ​ເທດ​ແລະ​ພາກ​ພື້ນ​ອາ​ຊຽນ. ​ໂຮງຮຽນ​ຊັ້ນ​ສູງ​ຫຼາຍ​ສິບ​ແຫ່ງ​ຂອງ​ຈີນ​ໄດ້​ຕັ້ງຫຼັກສູດ​ການສອນ​ພາສາຂອງ​ບັນດາ​ປະ​ເທດ​ອາ​ຊຽນ, ນັກ​ສຶກສາ​ຈີນ​ທີ່​ຮຽນ​ພາສາ​ຂອງ​ປະ​ເທດ​ອາ​ຊຽນນັບ​ມື້​ນັບ​ຫຼາ​ຍຂຶ້ນ, ການ​ແລກປ່ຽນທາງ​ດ້ານ​ວິຊາ​ການ​ລະຫວ່າງ​ໂຮງຮຽນ​ຊັ້ນ​ສູງ​ຂອງ​ຈີນ​ກັບປະ​ເທດ​ອາ​ຊຽນກໍ່​ນັບ​ມື້​ນັບ​ຫຼາ​ຍຂຶ້ນ.
1 2 3 4 5 6 7 8