ການ​ຮ່ວມ​ມື​ຈີນ​-ອາ​ຊຽນ2012

(GMT+08:00) 2012-11-23 10:14:33     cri

 
ສິບ, ການ​ແລກປ່ຽນ​ລະຫວ່າງ​ຊາວ​ໜຸ່ມ
ປີ 2012 ຈະ​ຈັດ​ຊຸດ​ອົບຮົມ​ພະນັກງານ​ຊາວ​ໜຸ່ມ​ອາ​ຊຽນ 4 ຊຸດ, ​​ເພື່ອ​ອົບຮົມ​ພະນັກງານຊາວ​ໜຸ່ມ 200 ຄົນ​ໃຫ້​ແກ່ 10 ປະ​ເທດ​ອາ​ຊຽນ. ປະຈຸ​ບັນ​ໄດ້ຈັດ​ຊຸດ​ອົບຮົມ 3 ຊຸດ​ແລ້ວ.
​ເດືອນ​ພຶດສະພາ, ກິດຈະກຳ​ແລກປ່ຽນ​ມິດຕະພາບ​ຂອງຊາວ​ໜຸ່ມ​ແມ່​ນ້ຳ​ລ້ານຊ້າງ-​ແມ່​ນ້ຳຂອງ​ຄັ້ງ​ທີ 8 ​ໄດ້​ຈັດ​ຂຶ້ນ​ຢູ່​ຈີນ, ​ໄທ​ແລະ​ກຳປູ​ເຈຍ, ຜູ້​ແທນຊາວ​ໜຸ່ມ 68 ຄົນ ​ທີ່​ມາ​ຈາກ 6 ປະ​ເທດ​ອະນຸ​ພາກ​ພື້ນ​ແມ່​ນ້ຳຂອງຍັງ​ລວມທັງ​ຜູ້​ແທນ​ຈີນ 11 ຄົນ​ໄດ້​ເຂົ້າ​ຮ່ວມກິດຈະກຳ​ດັ່ງກ່າວ. ມາ​ຮອດ​ປະຈຸ​ບັນ, ກິດຈະກຳ​ດັ່ງກ່າວ​ໄດ້​ຈັດ​ຂຶ້ນ 8 ​ເທື່ອ​ແລ້ວ, 6 ປະ​ເທດ​ອະນຸ​ພາກ​ພື້ນ​ແມ່​ນ້ຳຂອງ​ລວມທັງ​ໝົດ​​ແລ້ວ​ໄດ້​ສົ່ງຊາວ​ໜຸ່ມ​ດີ​ເດັ່ນ 519 ຄົນ​ເຂົ້າ​ຮ່ວມ.
ຈີນ​ກຽມ​ຈະ​ຈັດ"ຄ້າຍ​ຊາວ​ໜຸ່ມ​ຈີນ-ອາ​ຊຽນ"ຄັ້ງ​ທີ 7 ​ໃນ​ເດືອນ​ພະຈິກ, ຈະ​​ເຊີນຊວນ​ຊາວ​ໜຸ່ມ​ອາ​ຊຽນ 100 ຄົນ​ມາ​ຢ້ຽມຢາມ​ຈີນ.
ຈີນ​ອາ​ຊຽນ​ໄດ້​ຈັດ"ຄ້າຍພັກ​ແຮມ​ຍາມ​ລະດູ​ຮ້ອນ(ຫຼື​ລະດູ​ໜາວ) ຂອງນັກ​ຮຽນ​ຈີນ-ອາ​ຊຽນ​"​ແລະ"ຂົວ​ພາສາ​ຈີນ"ຫຼາຍ​ເທື່ອ​ແລ້ວ, ຈີນ​ສົ່ງ​ເສີມ​ໂຮງຮຽນ​ຊັ້ນ​ສູງ​ຢູ່​ແຂວງ​ຊາຍ​ແດນ​ດຳ​ເນີນ​ກິດຈະກຳ​ແລກປ່ຽນ​ກັບ​ຊາວ​ໜຸ່ມ​​ເຍົາວະ​ຊົນ​ຂອງ​ປະ​ເທດອາ​ຊຽນຢ່າງ​ກວ້າງ​ຂວາງ, ຊາວ​ໜຸ່ມ​​ເຍົາວະ​ຊົນ​ຂອງອາ​ຊຽນມາຢ້ຽມຢາມຈີນ​ມີ​​ເກືອບ 1 ພັນ​ຄົນ​ຕໍ່​ປີ, ​ໄດ້​ເພີ່ມ​ຄວາມ​ເຂົ້າ​ໃຈ​ແລະ​ມິດຕະພາບ​ລະ​ຫວ່າງ​ຊາວ​ໜຸ່ມ​ຂອງ​ສອງ​ຝ່າຍ​ເປັນ​ຢ່າງ​ດີ.
 
 
1 2 3 4 5 6 7 8