ການ​ຮ່ວມ​ມື​ຈີນ​-ອາ​ຊຽນ2012

(GMT+08:00) 2012-11-23 10:14:33     cri

   ສາມ:ການ​ຮ່ວມ​ມື​ທາງດ້ານ​ການ​ທະນາຄານ
   ວັນ​ທີ17ພຶດສະພາ2012,ຢູ່​ທີ່ນະຄອນ​ຫຼວງ​ປັກ​ກິ່ງ,ທະນາຄາ​ນການ​ພັດ​ທະນາ​ແຫ່ງ​ຊາດ​ຈີນ​ໄດ້​ຈັດ​ກອງ​ປະຊຸມສະພາ​ຢູນຽນ​ເພ (Unionpay) ຈີນ​ອາ​ຊຽນ​ຄັ້ງ​ທີ2,ບັນດາ​ທະນາຄານ​ທີ່​ເປັນ​ສະມາຊິກໄດ້​ເຊັນ"​ສັນຍາ​ເພີ່ມຕື່ມ​ຂອງ​ສັນຍາ​ການ​ຮ່ວມ​ມືຢູນຽນ​​ເພຈີນ​ອາ​ຊຽນ,​ທີ່​ປະ​ຊຸມ​ຍັງ​ໄດ້ລົງ​ເລິກ​ການ​​ແລກປ່ຽນ​ກ່ຽວ​ກັບ​ການ​ຮ່ວມ​ມື​ທີ່​ຕິດ​ແທດ​ຕົວ​ຈິງ,​ຄົ້ນຄວ້າຫາລືກັນ​ກ່ຽວ​ກັບ​ການໃຫ້ການ​ສະຫນັບສະຫນູນ​ທາງ​ດ້ານ​ການ​ລະດົມ​ທຶນ​ໃຫ້​ແກ່​ໂຄງການ​ສຳຄັນ ຂອງ​ບັນດາ​ປະ​ເທດ​ອາ​ຊຽນ​ໃນ​ຂົງ​ເຂດຕ່າງໆ​ເຊັ່ນ:ພື້ນຖານ​ໂຄງ​ລ່າງ,​ພະລັງງານ​ໄຟຟ້າ,ກະສິກຳ,ວິ​ສາ​ຫະກິດ​ຂະຫນາດ​ກາງ​ແລະ​ນ້ອຍ,ຊັບພະ ຍາກອນ​ພະລັງງານ​ເປັນ​ຕົ້ນ​ພ້ອມ​ດ້ວຍຄວາມ​ເປັນ​ໄປ​ໄດ້​ຂອງ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ການ​ຊຳ​ລະ​ບັນຊີ​ດ້ວຍ​ເງິນຕາ​ສະກຸນ​ຕົນ​ແລະ​ການ​ຄ້າ​ເງິນ​ທຶນ​ເປັນ​ຕົ້ນ,​ໄດ້​ສ້າງ​ພື້ນຖານ​ໃຫ້​ແກ່​ການ​ລົງ​ເລິກ​ການ​ຮ່ວມ​ມື​ຕື່ມ​ອີກ​ໃນພາຍ​ຫນ້າ.

  ສີ່:ວິທະຍາສາດ​ເຕັກ​ໂນ​ໂລ​ຊີ  ການ​ອະນຸລັກ​ສິ່ງ​ແວດ​ລ້ອມ​ແລະ​ສິດ​ຊັບ​ສິນ​ທາງ​ປັນຍາ
   ວິທະຍາສາດ​ເຕັກ​ໂນ​ໂລ​ຊີ
ປີ2012​ແມ່ນ​ປີ​ການ​ຮ່ວມ​ມື​ທາງ​ດ້ານວິທະຍາສາດ​ເຕັກ​ໂນ​ໂລ​ຊີລະຫວ່າງ​ຈີນ​ກັບ​ອາ​ຊຽນ,ສອງ​ຝ່າຍ​ໄດ້ຈັດ​ກິດຈະກຳ​ຕ່າງໆ​ໂດຍ​ປີ່​ນອ້ອມ​ຫົວ​ຂໍ້​ການ​ຮ່ວມ​ມື​ທາງ​ດ້ານວິທະຍາສາດ​ເຕັກ​ໂນ​ໂລ​ຊີ.
ວັນ​ທີ18ພຶດສະພາ,ກອງ​ປະຊຸມ​ຄະນະ​ກຳມະການປະສົມ​ທາງ​ດ້ານວິທະຍາສາດ​ເຕັກ​ໂນ​ໂລ​ຊີຈີນ​-ອາ​ຊຽນຄັ້ງ​ທີ7 ​ໄດ້​ຈັດ​ຂຶ້ນ​ຢູ່​ນະຄອນ ຫຼວງ​ເນ​ປີ​ດໍ​ຂອງ​ມຽນມາ.ວັນ​ທີ22 ກັນຍາ​ປີ​ນີ້,ກອງ​ປະຊຸມ​ລະດັບ​ລັດຖະມົນຕີກະ​ຊວງວິທະຍາສາດ​ເຕັກ​ໂນ​ໂລ​ຊີຈີນ-ອາຊຽນຄັ້ງ​ທຳ​ອິດ​ໄດ້​ຈັດ​ຂຶ້ນ​ຢູ່​​ເມືອງ​ນານ​ນິງ​ຂອງ​ເຂດ​ກວາງຊີຈີນ,ທ່ານ​ວ້ານກັ່ງ,ລັດຖະມົນຕີ​ວ່າການກະຊວງວິທະຍາສາດ​ເຕັກ​ໂນ​ໂລ​ຊີຈີນ​​ກັບ​ລັດຖະມົນຕີກະຊວງວິທະຍາ ສາດ​ເຕັກ​ໂນ​ໂລ​ຊີ ຂອງ10ປະ​ເທດ​ອາ​ຊຽນ,​ເຈົ້າ​ຫນ້າ​ທີ່​ອາວຸ​ໂສ​ຂອງ​ກອງ​ເລຂາ​ອາ​ຊຽນ​ໄດ້​ເຂົ້າ​ຮ່ວມ​ກອງ​ປະຊຸມ​ເທື່ອ​ນີ້.​ມື້​ດຽວ​ກັນ,"​ແຜນການ​ ​ຄູ່ຮ່ວມ​ມື​ທາງ​ດ້ານວິທະຍາສາດ​ເຕັກ​ໂນ​ໂລ​ຊີ​ຈີນ​-ອາ​ຊຽນ"​ໄດ້​ເລີ່​ມລົງມື​ປະຕິບັດຢ່າງ​ເປັນ​ທາງ​ການ​ຢູ່​ເມືອງນານ​ນິງ.ການ​ຮ່ວມ​ສ້າງ​ຕັ້ງ​ເວທີ​ຮ່ວມ​​ແບ່ງປັນຊັບພະຍາກອນຂໍ້​ມູນ​ດາວ​ທຽມ​ທີ່​ເປັນ​ໂຄງການ​ທຳ​ອິດ​ໃນ​ຂອບ​ແຜນການ​ປະ​ເທດ​ຄູ່​ຮ່ວມ​ມື​​ໃນ​ດ້ານວິທະຍາສາດ​ເຕັກ​ໂນ​ໂລ​ຊີ​ໄດ້​ເລີ່​ມດຳ​ເນີນ​​ໃນ​ເວລາ​ດຽວ​ກັນ.​​ເດືອນ​ຕຸລາ​ແລະ​ເດືອນ​ພະຈິກ,​​ຊຸດສຳ​ມະ​ນານະ​ໂຍບາຍ​​ແລະ​ການ​ຄຸ້ມ​ຄອງ​ດ້ານວິທະຍາສາດ​ເຕັກ​ໂນ​ໂລ​ຊີທີ່ອວ່າຍຫນ້າ​ໄປ​ສູ່​ປະ​ເທດ​ອາ​ຊຽນ​ແລະເວທີ​ປຶກສາ​ຫາລືຈີນ-​ອາ​ຊຽນ​ໄດ້​ຈັດ​ຂຶ້ນຕາມ​ລຳດັບ​ຢູ່​ຈີນ​.
ການ​ອະນຸລັກ​ສິ່ງ​ແວດ​ລ້ອມ

 ປີ2012,ຈີນ​ກັບ​ອາ​ຊຽນ​ໄດ້ຕັ້ງຫນ້າ​ຜັນຂະ​ຫຍາ​ຍ"ຍຸດ​ທະ​ສາດ​ການ​ຮ່ວມ​ມື​ການ​ອະນຸລັກ​ສິ່ງ​ແວດ​ລ້ອມ​ຈີນ-​ອາ​ຊຽນ,ວາງ​"​ແຜນການ​ປະຕິບັດ​ງານ​ກ່ຽວ​ກັບ​ການ​ຮ່ວມ​ມື​ດ້ານ​ສິ່ງ​ແວດ​ລ້ອມຈີນ-​ອາຊຽນ",​ແລະ​ໄດ້ດຳ​ເນີນ​ກິດຈະກຳ​ຕ່າງໆ​ເຊັ່ນ:ການ​ສົນທະນາ​ທາງ​ດ້ານ​ນະ​ໂຍບາຍ, ການ​ສ້າງສາ​ຄວາມ​ສາມາດ ການຮ່ວມ​ກັນ​ຄົ້ນ​ຄວ້າກ່ຽວ​ກັບ​ບັນຫາ​ສິ່ງ​ແວດ​ລ້ອມ​ໃນ​ພາກ​ພື້ນ​ເປັນຕົ້ນ.

――ການ​ປະຕິບັດ​ແຜນການທູດ​ສີຂຽວຈີນ-​ອາ​ຊຽນ
  ​ແຜນ​ການ​ດັ່ງກ່າວ​ມີ​ຈຸດປະສົງ​ເພື່ອນຳ​ໃຊ້​ທຸກ​ຮູບ​ການ​ເຊັ່ນ:ການ​ຄົ້ນຄວ້າ​ຫາລື​ແລະ​​ແລ​ກປ່ຽນ​ຄວາມ​ຄິດ​ຄວາມ​ເຫັນ,​ເພື່ອ​ເພີ່ມ​ທະວີ​ຄວາມ​ສາມາດ​​ໃນການ​ຄຸ້ມ​ຄອງ​ສິ່ງ​ແວດ​ລ້ອມ​ຂອງ​ເຈົ້າ​ຫນ້າ​ທີ່​ຜູ່​ຕັດສິນ​ນະ​ໂຍບາຍ​ຂອງ​ລັດຖະບານ​ໃຫ້​ຫຼາຍ​ຂຶ້ນ,ຍົກ​ສະຕິ​ສິ່ງ​ແວດ​ລ້ອມ​ຂອງ​ມວນ​ຊົນ​ໃຫ້​ສູງ​ຂຶ້ນ,​ແລະຊຸກຍູ້​ການ​ແລ​ກປ່ຽນ​ດ້ານ​ວັດທະນະທຳ​ໃນ​ຂົງ​ເຂດ​ການ​ອະນຸລັກ​ສິ່ງ​ແວດ​ລ້ອມ​ລະຫວ່າງ​ຊາວ​ຫນຸ່ມ​ຂອງ​ສອງ​ຝ່າຍ,ຊຸກ​ຍູ້​ການ​ປະດິດ​ສ້າງ​​ເຕັກນິກທາງ​ດ້ານການ​ເປັນ​ມິດ​ຕໍ່​ສິ່ງ​ແວດ​ລ້ອມ.

 ນັບ​​ແຕ່​ວັນ​ທີ22ຮອດ​ວັນ​ທີ24ພຶດສະພາ2012,ກອງ​ປະຊຸມ​ສຳ​ມະ​ນາ​ຊາວ​ຫນຸ່ມ​ກັບການ​ພັດທະນາ​ສີຂຽວຈີນ​ອາ​ຊຽນ​ໄດ້​ຈັດ​ຂຶ້ນ​ຢູ່​ປັກ​ກິ່ງ. ນັບ​ແຕ່​ວັນ​ທີ15 ຫາ​ວັນ​ທີ21 ກໍລະກົດ​ປີ​ນີ້,ຊຸດ​ສຳ​ມະ​ນາ​ກ່ຽວ​ກັບ​ເສດຖະກິດ​ສີຂຽວ​ແລະ​ການ​ຄຸ້ມ​ຄອງ​ສິ່ງ​ແວດ​ລ້ອມ​ຈີນ​ອາ​ຊຽນ​ໄດ້​ຈັດ​ຂຶ້ນ​ຢູ່​ປັກ​ກິ່ງ.   ――ການ​ປະຕິບັດ​ແຜນການ​ຮ່ວມ​ມື​ອະນຸລັກ​ຄວາມ​ຫຼາກ​ຫຼາຍ​​ເຊັ່ນ​ກັນ​ທາງ​ດ້ານຊີວະ​ນານາ​ພັນ​ແລະຊີວະພາບ​ຈີນ​-ອາ​ຊຽນ

 ວັນ​ທີ18ກັນຍາ2012,ກອງ​ປະຊຸມ​ສຳ​ມະ​ນາ​ພຶດຕິ​ກຳ​ການ​ປົກ​ປ້ອງ​ຊີຄວາມ​ຫຼາກ​ຫຼາຍທາງ​ດ້ານ​ຂອງ​ຊີວະນານາ​ພັນ​ຈີນ​-ອາ​ຊຽນ​ໄດ້​ຈັດ​ຂຶ້ນ​ຢູ່​ປັກ​ກິ່ງ,​ເພື່ອ​​ແລກປ່ຽນ​ຄວາມ​ຄິດ​ຄວາມ​ເຫັນ​ແລະ​ບົດຮຽນທີ່​ດີ​ກ່ຽວ​ກັບ​ພຶດຕິ​ກຳ​ໃນ​ການ​ປົກ​ປ້ອງ​ຄວາມ​ຫຼາກ​ຫຼາຍທາງ​ດ້ານ​ຂອງຊີວະ​ນາໆ​ພັນ​ຢ່າ​ງສຳ​ເລັດ​ຜົນ.
1 2 3 4 5 6 7 8