ການ​ຮ່ວມ​ມື​ຈີນ​-ອາ​ຊຽນ2012

(GMT+08:00) 2012-11-23 10:14:33     cri

 
ການ​ກວດກາ​ຄຸນ​ນະພາ​ບ
ວັນ​ທີ 19 ຫາ​ວັນ​ທີ 21 ກັນຍາ​ 2012, ກອງ​ປະຊຸມ​ລັດຖະມົນຕີ​ກວດກາ​ຄຸນ​ນະພາບຈີນ-ອາ​ຊຽນຫຼືການຮ່ວມມືSPSຄັ້ງ​ທີ 3 ​ໄດ້​ຈັດ​ຂຶ້ນ​ຢູ່​ນະຄອນ​ນານ​ນິງ​ເຂດ​ກວາງຊີຂອງຈີນ. ຫົວ​ຂໍ​ຕົ້ນຕໍ​ຂອງ​ກອງ​ປະຊຸມ​ເທື່ອ​ນີ້​ແມ່ນ"​ເພີ່ມ​ທະວີ​ການ​ຮ່ວມ​ມື, ໃຫ້ການບໍລິການ​ແກ່ການ​ກໍ່ສ້າງ​ເຂດ​ການ​ຄ້າ​ເສລີ​ຈີນ-ອາ​ຊຽນ". ກອງ​ປະຊຸມ​ໄດ້​ພິຈາລະ​ນາ​ແລະ​ອະນຸມັດ"​ແຜນການ​ປະຕິບັດ​ບົດ​ບັນທຶກ​ຄວາມ​ເຂົ້າ​ໃຈການຮ່ວມມືSPSຈີນ-ອາ​ຊຽນສາກົນ 2013 - 2014", ​ໄດ້​ຕົກລົງ​ໂຄງການ​ຮ່ວມ​ມືທີ່ສຳຄັນ​ໃນ​ຂົງ​ເຂດSPSລະຫວ່າງ​ຈີນ​ກັບ​ອາ​ຊຽນ​ໃນ​ສອງ​ປີ​ຕໍ່ໜ້າ, ​ແລະ​ໄດ້​ປະກາດ"ຖະ​ແຫຼ​ງການ​ຮ່ວມ​ກອງ​ປະຊຸມ​ລັດຖະມົນຕີ​ການ​ກວດກາ​ຄຸນ​ນະພາ​ບຈີນ-ອາ​ຊຽນຄັ້ງ​ທີ 3"

ວັນ​ທີ 20 ກັນຍາ​, ​ເວັບ​ໄຊSPSທີ່​ຈີນ-ອາ​ຊຽນຮ່ວມ​ມື​ພັດທະນາ​ໄດ້​ເລີ່​ມ​ເປີດ​ບໍລິການ​ຢ່າງ​ເປັນ​ທາງ​ການ, ​ເນື້ອ​ໃນ​ຕົ້ນຕໍ​ລວມທັງ​ສູນຖະ​ແຫຼ​ງຂ່າວ, ກອງ​ປະຊຸມ​ລັດຖະມົນຕີ, ກົນ​ໄກ​ປະສານ​ງານ​ຂອງSPS, ຄວາມ​ຮູ້​ກ່ຽວກັບ, ມາດຖານກົດໝາຍຂໍ້ກຳນົດຂອງSPS, ຊີວະນາໆພັນທີ່ມີຜົນຮ້າຍ, ການ​ຮ່ວມ​ມື​ແລະ​ແລກປ່ຽນ, ສັນຍາ​ທີ່​ກ່ຽວຂ້ອງກັບSPSແລະອື່ນໆ.
 
ແປດ, ການ​ພັດທະນາ​ອະນຸພາກ​ພື້ນ​ແມ່​ນ້ຳຂອງ
ກາ​ນຄ້າ​ແລະ​ການ​ລົງທຶນ
ຈີນ​ຕັ້ງໜ້າ​​ເຂົ້າ​ຮ່ວມ​​ແລະ​ອອກ​ແຮງ​ຊຸກຍູ້​ການກໍ່ສ້າງແລວ​ທາງເສ​ດຖະກິດGMS. ​ໃນ​ເວທີ​ປຶກສາ​ຫາລື​ແລວທາງ​ເສດຖະກິດ​ຄັ້ງ​ທີ 4 ທີ່​ຈັດ​ຂຶ້ນ​ຢູ່​ມັນ​ດະ​ເລ​ຂອງ​ມຽນມາ​ໃນວັນ​ທີ 28 ມິຖຸນາ 2012, ຈີນ​ໄດ້​ສະ​ເໜີ​ຄວາມ​ເຫັນ​ຕ່າງໆ​ກ່ຽວ​ກັບ​ການ​ກໍ່ສ້າງ​ແລວ​ທາງເສດຖະກິດ, ລວມທັງ​ຊຸກຍູ້​ການ​ກໍ່ສ້າງແລວ​ທາງ​ຄົມ​ມະ​ນາ​ຄົມ, ທາງ​ລົດ​ໄຟ​ຜ່ານ​ອາຊີ, ສວນ​ອຸດສາຫະກຳ, ​ເຂດ​ຮ່ວມ​ມືຢູ່​ຊາຍ​ແດນ, ​ເຮັດ​ໃຫ້ການ​ຄ້າ​ຫັນ​ເປັນ​ແບບ​ສະດວກ​ແລະ​ການ​ກໍ່ສ້າງທາງ​ດ່ວນ​ທາງ​ດ້ານ​ຂໍ້​ມູນ​ຂ່າວສານ, ​ເພື່ອ​ບັນລຸ​ການ​ຕິດ​ຕໍ່​ພົວພັນ​ກັນ​ຢ່າງຮອບດ້ານ, ​ເພີ່ມ​ການ​ກໍ່ສ້າງ​ຄວາມ​ສາມາດ​ຂອງ​ການ​ຮ່ວມ​ມື​ແລວ​ທາງເສດຖະກິດ. ​ໃນ​ຕົ້ນ​ປີ 2012, ຈີນ​ໄດ້​ຈັດ​ຊຸດ​ອົບຮົມຊຸດ​ໜຶ່ງ​ໃຫ້​ເຈົ້າ​ໜ້າ​ທີ່​ປະ​ເທດ​ອະນຸພາກພື້ນ​ແມ່​ນ້ຳຂອງ​ກ່ຽວ​ກັບ​ການ​ເຮັດ​ໃຫ້ການ​ຄ້າ​ຫັນ​ເປັນ​ແບບ​ສະດວກ​, ​ແລະ​ມີ​ແຜນ​ຈະ​ອົບຮົມ​ຜູ້​ມີ​ຄວາມ​ຮູ້​ຄວາມ​ສາມ​າດວິຊາ​ສະ​ເພາະ 1500 ຄົນ​ໃຫ້​ແກ່​ບັນດາ​ປະ​ເທດ​ອະນຸ​ພາກ​ພື້ນ​ແມ່​ນ້ຳຂອງ​ໃນ 3 ປີ​ຕໍ່ໜ້າ.
 
ສິ່ງ​ແວດ​ລ້ອມ
ຈີນ​ໃຫ້​ຄວາມ​ສຳຄັນໃນ​ລະດັບ​ສູງ​ຕໍ່​ການ​ຮ່ວມ​ມື​ແລະ​​ແລກປ່ຽນ​ກັບປະ​ເທດ​ອະນຸ ພາກ​ພື້ນ​ແມ່​ນ້ຳຂອງ​​ໃນ​ດ້ານ​ສິ່ງ​ແວດ​ລ້ອມ. ຕັ້ງໜ້າ​ເຂົ້າຮ່ວມການ​ຄົ້ນຄວ້າ​ແລະ​ຮ່າງ​ເອກະສານ​ຂອບ​ໄລຍະ​ສອງ​ແລະ​ແຜນການ​ດຳ​ເນີນ​ງານ2012-2016ຂອງ​ແຜນການ​ແລວ​ທາງ​ເສດຖະກິດ​ຂອງ​ຊີວະ​ນາໆ​ພັນຫຼື(CEP-BCI), ​​ເຊິ່ງ​ເປັນ​ໂຄງການ​ສິ່ງ​ແວດ​ລ້ອມ​ຕົ້ນຕໍ. ​ໃນ​ເດືອນ​ພຶດສະພາ​ປີ​ນີ້, ກອງ​ປະຊຸມ​ປະຈຳ​ປີ​ຄັ້ງ​ທີ 18 ຂອງ​ໜ່ວຍ​ງານ​ສິ່ງ​ແວດ​ລ້ອມ​ອະນຸ​ພາກ​ພື້ນ​ແມ່​ນ້ຳຂອງ​ທີ່​ຈັດ​ຂຶ້ນ​ຢູ່​ນະຄອນຊຽງ​ຮຸ່ງ​​ແຂວງ​ຢຸນນານ​ປະ​ເທດ​ຈີນ​ໄດ້​ພິຈາລະນາ​ຮັບຮອງ​ແຜນການ​ເຄື່ອນ​ໄຫວ​ລວມ​ຂອງໂຄງການ​ສິ່ງ​ແວດ​ລ້ອມຕົ້ນຕໍໄລຍະ​ທີ 2. ປະຈຸ​ບັນ, ​ໂຄງການ​ດັ່ງກ່າວ​ໄດ້​​ເຂົ້າ​ສູ່​ໄລຍະ​ເລີ່​ມປະຕິບັດ​ແລ້ວ.
 
ຄົມມະນາຄົມ
ຂົວ​​ແຫ່ງ​ທີ​ສາມ(ຂົວ​ຊຽງ​ຂົງ-ຫວຍ​ໄຊ)​ທີ່ຂ້າມ​ແມ່​ນ້ຳຂອງ​ແລະ​​ເຊື່ອມ​ຕໍ່​ລາວ​ກັບ​ໄທ​ຂອງສາຍຕາ​ເວັນ​ຕົກ​ຂອງ​ແລວທາງ​ເສດຖະກິດ​ເໜືອໃຕ້​ (ທາງ​ຫຼວງ​ຄຸນ​ມິ​ງ-ລາວ-ບາງກອກ)​, ​ແມ່ນ​ລັດຖະບານ​ຈີນ​ແລະ​ໄທ​ຮ່ວມ​ກັນ​ຄົນ​ທະ​ເຄິ່ງລົງທຶນ​ສ້າງ​ຂຶ້ນ, ​ແລະ​ເລີ່​ມສ້າງ​ຢ່າງ​ເປັນ​ທາງ​ການໃນ​ເດືອນ​ກຸມພາ​ປີ 2012, ຄາດ​ວ່າ​ຈະ​ສ້າງ​ສຳ​ເລັດ​ແລະ​ເປີດ​ການ​ບໍລິການ​ໃນ​ເດືອນ​ມິຖຸນາ​ປີ 2013. ທາງ​ຫຼວງຕອນ​ຢູ່​ຈີນ​ປະມານ 407 ກິ​ໂລ​ແມັດ​ຂອງ​ສາຍ​ກາງຂອງ​ແລວທາງ​ເສດຖະກິດ​ເໜືອໃຕ້​ (ນະຄອນ​ຄຸນ​ມິ​ງ-​ຮາ​​ໂນ້ຍ-​ຮາ​ຍຟ໋ອງ) ​ໄດ້​ປັບປຸງ​​ເປັນ​ທາງ​ດ່ວນ​ໝົດ​ແລ້ວ. ສາຍຕາ​ເວັນ​ອອກ​ຂອງ​​ແລວ​ເສດຖະກິດເໜືອ​ໃຕ້​(ຄຸນ​ມິ​ງ-ນານ​ນິງ-ຮາ​ໂນ້ຍ)ມີ​ຄວາມຍາວທັງ​ໝົດ 1208 ກິ​ໂລ​ແມັດ, ຕອນ​ຢູ່​ຈີນ​ທີ່​ມີ​ຄວາມ​ຍາວ​ 179 ກິ​ໂລ​ແມັດນັ້ນໄດ້​ປັບປຸງ​ເປັນ​ທາງ​ດ່ວນ​ແລ້ວ.
ຈີນ​ຮ່ວມ​ມື​ກັບປະ​ເທດ​ອາ​ຊຽນຕ່າງໆ​ຢ່າງ​ໃກ້ຊິດ. ​ເພື່ອ​ສະໜອງ​ຄວາມ​ສະດວກ​ໃຫ້​ແກ່​ການ​ຂົນ​ສົ່ງທາງບົກ​ລະຫວ່າງ​ດ່ານ​ພາສີ​ຂອງ​ຈີນ​ກັບ​ຫວຽດນາມ, ສອງ​ຝ່າຍ​ໄດ້​ເຊັນ"ສັນຍາກ່ຽວ​ກັບ​ການສ້າງ​ລະບຽບ​ການໃບ​ອະນຸມັດການ​ແລ່ນ​ລົດ"ຢູ່​ປັກ​ກິ່ງ​ໃນ​ເດືອນ​ພຶດສະພາ​ປີ 2012, ​​ໂດຍ​ໄດ້ຕົກລົງ​ເປີດ​ທາງ​ຂົນ​ສົ່ງ​ຜູ້​ໂດຍສານ 4 ສາຍ​ແລະ​ທາງ​ຂົນ​ສົ່ງ​ສິນຄ້າ 1 ສາຍ​ຢູ່​ 2 ຊ່ອງ​ຂອງ​ດ່ານ​ພາສີ​​ຈີນ​ກັບ​ຫວຽດນາມ, ​​ແລະ​ໄດ້​ຈັດ​ພິທີ​ເປີດ​ບໍລິການ​ໃນ​ເດືອນ​ສິງຫາ​ປີ​ນີ້.

​ເກົ້າ, ການ​ຫຼຸດ​ຜ່ອນຄວາມທຸກ​ຍາກ​ແລະ​ການ​ພັດທະນາ​ສັງຄົມ
ວັນ​ທີ 26 ຫາ​ວັນ​ທີ 27 ກັນຍາ​ 2012, "​ເວທີ​ປຶກ​ສາ​ຫາລື​ການ​ພັດທະນາ​ສັງຄົມ​ແລະຫຼຸດຜ່ອນ​ຄວາມທຸກ​ຍາກ​ຈີນ-ອາ​ຊຽນຄັ້ງ​ທີ 6"ທີ່​ມີ​ຫົວ​ຂໍ້ວ່າ"ຈີນ​ກັບ​ອາ​ຊຽນ: ການ​ພັດທະນາ​ແບບລວມໝົດ​ທຸກ​ຢ່າງແລະ​ຫຼຸດຜ່ອນ​ຄວາມທຸກຍາກ"​ໄດ້​ຈັດ​ຂຶ້ນ​ຢູ່​​ເຂດ​ກວາງຊີ​ຂອງ​ຈີນ.
ວັນ​ທີ 13 ຫາ​ວັນ​ທີ 15 ກັນຍາ, "ກອງ​ປະຊຸມ​ເຈົ້າ​ໜ້າ​ທີ່ອາວຸ​ໂສ​ກ່ຽວ​ກັບສະຫວັດດີ​ການ​ສັງຄົມ​ແລະ​ການ​ພັດທະນາ​ຈີນ-ອາ​ຊຽນຄັ້ງ​ທີ 7"​ ​ໄດ້​ຈັດ​ຂຶ້ນ​ຢູ່​ຮາ​​ໂນ້ຍຂອງ​ຫວຽດນາມ, ຫົວ​ຂໍ້​ຂອງ​ກອງ​ປະຊຸມ​ແມ່ນ"ຊຸກຍູ້​ການ​ບໍລິການ​ແລະ​ການ​ປົກ​ປ້ອງກຸ່ມ​ຄົນ​ທີ່​ດ້ອຍ​ໂອກາດ​ໃນ​ສັງຄົມ."
ຈີນ​ຍັງ​ຈະ​ຈັດ​ກອງ​ປະຊຸມ​ສຳ​ມະ​ນາ​ກ່ຽວ​ກັບການ​ແບ່ງປັນ​ຜະລິດ​ຕະພັນ​ຂໍ້​ມູນ​ຂ່າວສານ​​​ໃນ​ຂົງ​ເຂດ​ຫຼຸດ​ຄວາມ​ສ່ຽງ​ໄພ​ທຳ​ມະ​ຊາດ​ຈີນ-ອາ​ຊຽນ​ໃນ​ປີ​ນີ້, ​ແລະ​ຮ່ວມ​ກັນ​ກັບ​ກອງເລຂາ​ອາ​ຊຽນຈັດ​ກອງ​ປະຊຸມ​ສຳ​ມະ​ນາ​ຊັ້ນ​ສູງ​ກ່ຽວ​ກັບ​ການ​ຫັນ​ການບໍລິການສາທາລະນະປະກັນ​ໄພ​ສັງຄົມ​ໃຫ້​ເປັນ​ມາດຖານ​ຈີນ-ອາ​ຊຽນ, ​ເພື່ອ​ຄົ້ນຄວ້າ​ປຶກສາ​ຫາລື​ແລະ​ແລ​ກປ່ຽນ​ກ່ຽວ​ກັບ​ການ​ອອກ​ແບບ​ແລະ​ວິທີ​ດຳ​ເນີນ​ງານ​ຂອງ​ການ​ບໍລິການ​ສາທາລະນະ​ໃນ​ດ້ານ​ປະກັນ​ສັງຄົມ.
1 2 3 4 5 6 7 8