ຈຳນວນປະຊາຊົນທີ່ຫຼຸດພົ້ນອອກຈາກຄວາມທຸກຍາກກວມເອົາ 70 % ຂອງໂລກເຊິ່ງຈີນໄດ້ປະກອບສ່ວນສຳຄັນເຂົ້າໃນການຊຸກຍູ້ການສ້າງປະຊາຄົມຮ່ວມຊາຕາກຳຂອງມວນມະນຸດ
2021-02-25 12:36:11
2021-02-25 12:25:37
2021-02-25 12:22:05
ບຸນກຸດຈີນເປັນບຸນປະເພນີທີ່ສຳຄັນແລະມ່ວນຊື່ນຄຶກຄື້ນທີ່ສຸດສຳລັບຄົນຈີນ,ໃນຖານະເປັນໜຶ່ງໃນ 12 ສັດປະຈຳປີນັກສັດຕະລະ, ງົວເປັນຕົວແທນໃຫ້ແກ່ ຄວາມເມດຕາ, ດຸໝັ່ນແລະຈິດໃຈອຸທິຕົນ. ເນື່ອງໃນໂອກາດປີໃໝ່ປີສະຫຼູຕາມຈັນທະຄະຕິຈີນທີ່ໃກ້ຈະໝູນວຽນມາເຖິງນີ້, ຂໍອວຍພອນໃຫ້ມິດລາຍການທຸກໆທ່ານຈົ່ງປະສົບຜົນສຳເລັດໃນໜ້າທີ່ການງານຫຼືການຮຽນ, ມີຄວາມສຸກປອດໄພຕະຫຼອດປີໃໝ່ເທີນ.ຢູ່ຫໍວິຈິດສິນຈີນໄດ້ສະສົມຮູບປັ້ນທີ່ສະແດງໃຫ້ເຫັນວ່າ ງົວໂຕໜຶ່ງກຳລັງສັບຊ່າວເນື້ອທີ່ດິນປູກຝັງ ເຊິ່ງເປັນຜົນງານຂອງສິລະປິນທີ່ປະດິດຂຶ້ນສະເພາະເພື່ອເຂດເສດຖະກິດພິເສດເສີນເຈິ້ນຂອງຈີນ. ເພື່ອນມິດຫຼາຍທ່ານຄົງຈະເຄີຍໄດ້ຍິນ ນະຄອນ ເສີນເຈີ້ນ, ຫຼື ເພື່ອນມິດບາງທ່ານຄົງຈະເຄີຍໄປທ່ຽວເສີນເຈີ້ນ. ເສີນເຈີ້ນໃຊ້ເວລາ 40 ກວ່າປີ ພັດທະນາຈາກບ້ານຊາວປະມົງນ້ອຍໆແຫ່ງໜຶ່ງໄດ້ຂະຫຍາຍຕົວມາເປັນເມືອງໃຫຍ່ທັນສະໄໝ.
ພີ່ນ້ອງປະຊາຊົນທີ່ດຳລົງຊີວິດຢູ່ເຂດທາງຮ່ອມຫູທົ້ງຢວີເອີເມືອງຕົ່ງເສີງນະຄອນຫຼວງປັກກິ່ງ, ຈົນມາເຖິງປັດຈຸບັນກໍຍັງຈື່ບໍ່ລືມຄືມີວັນໜຶ່ງວັນທີ່ໜ້າຕື່ນເຕັ້ນໃຈແມ່ນວັນທີ 25 ກຸມພາປີ 2014, ທ່ານສີຈິ້ນຜິງ ປະທານປະເທດຈີນໄດ້ເດີນທາງໄປສຳຫຼວດກວດກາວຽກງານດັດແປງເທດສະບານເມືອງເກົ່າຂອງນະຄອນຫຼວງປັກກິ່ງ, ທ່ານໄດ້ຍ່າງເຂົ້າໄປໃນເດີ່ນບ້ານໃຫຍ່ທີ່ເຂົາເຈົ້າໄດ້ດຳລົງຊີວິດມາເປັນເວລາຫຼາຍສິບປີແລ້ວ.“ຕອນທ່ຽງມື້ທີ່ທ່ານປະທານສີຈິ້ນຜິງມາຢາມນັ້ນກໍປານກັບວ່າໄດ້ມາຢາມຍາດຕິພີ່ນ້ອງ, ທ່ານບໍ່ໄດ້ຖືໂຕແມ່ນແຕ່ໜ້ອຍດຽວ, ທ່ານເປັນກັນເອງຫຼາຍ”ພໍ່ເຖົ້າ ຈ່ວງປາວ ອາຍຸ 60 ກວ່າປີ ໄດ້ຫວນຄືນເຖິງເຫດການສຳຄັນທີ່ທ່ານສີຈິ້ນຜິງໂອ້ລົມສົນທະນາກ່ຽວກັບຊີວິດປະຈຳວັນກັບຄົນພາຍໃນຄອບຄົວຕົນໃນຕອນນັ້ນ,ພໍ່ເຖົ້າກໍເວົ້າດ້ວຍຄວາມຕື່ນເຕັ້ນດີໃຈທີ່ຫ້າມໃຈໄວ້ບໍ່ຢູ່ວ່າ: “ຂ້າພະເຈົ້າໄດ້ລົມກັບທ່ານປະທານສີຈິ້ນຜິງກ່ຽວກັບຊີວິດຕອນຍັງນ້ອຍ