ບົດ​ສູນ​ທອນ​ພົດ​​ໃນ​ໂອກາດສະ​ເຫຼີ​ມສະຫຼອງ​ວັນ​ສ້າງ​ຕັ້ງພັກ​ກອມ​ມູນິດ​ຈີນ​ຄົບຮອບ 95 ປີ
2016-07-11 15:50:41  cri 


​ໄຊຊະນະ​ອັນ​ຍິ່ງ​ໃຫຍ່​ທີ່​ພັກ​ກອມ​ມູນິດ​ຈີນ​ນຳພາ​ປະຊາຊົນ​ຈີນນັ້ນ ​ເຮັດ​ໃຫ້​ປະຊາ​ຊາດ​ຈີນ​ທີ່​ມີຄວາມ​ສີວິ​ໄລ​ແລະ​ປະຫວັດສາດ 5 ພັນ​ກວ່າ​ປີ​ນັ້ນ​ກ້າວ​ໄປ​ສູ່​ຄວາມ​ເປັນທັນ​ສະ​ໄໝ​ຢ່າງຮອບດ້ານ ​ເຮັດ​ໃຫ້ຄວາມ​ສີວິ​ໄລ​ຂອງ​ຈີນ​​ເປັ່ງ​ປະກາຍ​ຄວາມ​ຮຸ່ງ​ເຮືອງ ​ແລະ​ມີຊີວິດ​ຊີວາ​ໃໝ່​ໃນ​ຂະ​ບວນການ​ຫັນ​ເປັນ​ທັນ​ສະ​ໄໝ; ​ເຮັດ​ໃຫ້​ທັດສະນະ​ກ່ຽວ​ກັບ​ສັງຄົມ​ນິຍົມ​ທີ່​ມີ​ປະຫວັດສາດ 500 ປີ​ນັ້ນ​ໄດ້​ສ້າງ​ເສັ້ນທາງ​ຖືກຕ້ອງ​ທີ່​ມີ​ລັກສະນະ​ຕົວ​ຈິງ​ແລະ​ ​ເປັນ​ໄປ​ໄດ້​ຢູ່​ປະ​ເທດ​ທີ່​ມີ​ປະຊາກອນ​ຈຳນວນ​ຫຼາຍ​ທີ່​ສຸດ​ໃນ​ໂລກ, ​ເຮັດ​ໃຫ້​ລັດທິ​ສັງຄົມ​ນິຍົມ​ວິທະຍາສາດ​​ໃນ​ສັດຕະວັດ​ທີ 21 ມີ​ຊີວິດ​ຊີວາ​ຄືນ​ໃໝ່​; ​ເຮັດ​ໃຫ້​ປະ​ເທດ​ຈີນ​ໃໝ່​ທີ່​ມີ​ປະຫວັດ​ 60 ກວ່າ​ປີ​ນັ້ນ​ໄດ້​ຮັບ​ຜົນງານ​ເປັນ​ທີ່​ປະຈັກ​ຕາ​ຂອງຊາວ​ໂລກ, ປະ​ເທດ​ຈີນ​ເປັນ​ປະ​ເທດ​ພວມ​ພັດທະນາ ໃຫຍ່​ທີ່​ສຸດ​​ໃນ​ໂລກ​ໄດ້​ຫຼຸດ​ພົ້ນ​ອອກ​ຈາກ​ຄວາມທຸກ​ຍາກກ້າວ​ຂຶ້ນ​ເປັນ​ກຸ່ມ​ເສດຖະກິດ​ໃຫຍ່​ທີ 2 ​ໃນ​ໂລກ​​ໂດຍ​ໃຊ້​ເວລາ​ສັ້ນໆພຽງ​ແຕ່ 30 ປີ, ​ໄດ້​ພົ້ນ​ອອກ​ຈາກ​ຄວາມ​ອັນຕະລາຍ​ທີ່ຈະ​ຫຼ້າ​ຫຼັງ​ໃນ​ໂລກ, ​ໄດ້​ສ້າງຄວາມ​ມະຫັດ​ສະ​ຈັນ​ໃນ​ການ​ພັດທະນາຂອງ​ສັງຄົມ​ມະນຸດ ​ເຮັດ​ໃຫ້​ປະຊາ​ຊາດ​ຈີນ​ມີ​ຊີວິດ​ຊີວາ​​ຮຸ່ງ​ເຮືອງ​ເຫຼືອງ​ເຫຼື້ອມ​.

ປະຫວັດສາດ​​ບອກ​ໃຫ້​ພວກ​ເຮົາ​ຮູ້​ວ່າ, ຖ້າ​ບໍ່​ມີ​ການ​ຊີ້​ນຳ​ຈາກທິດ​ສະ​ດີ​ທີ່​ກ້າວໜ້າ, ບໍ່​ມີ​ການ​ນຳພາ​ຈາກ​ພັກ​ການ​ເມືອງ​ກ້າວໜ້າ​ທີ່​ຍຶດຖືທິດສະ​ດີ​ທີ່​ກ້າວໜ້າ, ບໍ່​ມີ​ພັກ​ການ​ເມືອງ​ກ້າວໜ້າ​ທີ່​​ໄປ​ຕາມ​ປ່ອງ​ລ່ອງ​ຕາມ​ແປວ​ແຫ່ງ​ປະຫວັດສາດ, ມີ​ຄວາມ​ກ້າຫານ​ໃນ​ການ​ຮັບ​ໜ້າ​ທີ່​ປະຫວັດສາດ ​ແລະ​ກ້າ​ເສຍສະຫຼະ​ຢ່າງ​ສູງ​ສົ່ງ, ປະຊາຊົນ​ຈີນ​ກໍ​ບໍ່​ສາມາດ​ເອົາ​ຊະນະ​ພັກ​ຝ່າຍ​ປະຕິ​ການ​ຕ່າງໆ, ປະຊາ​ຊາດ​ຈີນ​ກໍ​ບໍ່​ສາມາດ​ປ່ຽນ​ແປງ​ຊາຕາກຳ​ທີ່​ຖືກ​ກົດ​ຂີ່​ຂູດ​ຮີດ​ແລະ​ ເປັນ​ຂ້ອຍ​ຂ້າ, ປະ​ເທດ​ພວກ​ເຮົາ​ກໍ​ບໍ່​ສາມາດ​ສາມັກຄີ​ແລະ​ເປັນ​ເອກະ​ພາບ​ກັນ ​ແລະ​ກໍ​ບໍ່​ສາມາດ​ກ້າວໄປ​ສູ່​ຄວາມ​ຈະ​ເລີນ​ຮຸ່ງ​ເຮືອງ ​ແລະ​ມັ່ງ​ຄັ່ງ​ເຂັ້ມ​ແຂງ​ບົນ​ເສັ້ນທາງ​ສັງຄົມ​ນິຍົມ.

ປະຫວັດສາດ​ບອກ​ໃຫ້​ພວກ​ເຮົາ​ຮູ້​ວ່າ, ຕະຫຼອດ 95 ປີ​ຜ່ານມາ​, ປະສົບ​ການ​ທີ່​ຈີນ​ຜ່ານ​ຜ່າ ກໍຄື​ປະສົບ​ການ​ທີ່​ປະຊາຊົນ​ຈີນ ​ແລະ​ປະຊາ​ຊາດ​ຈີນ​ໄດ້​ຜ່ານ​ຜ່າ​ນັ້ນ ​ແມ່ນ​ພັກ​ກອມ​ມູນິດ​ຈີນ ​ແລະ​ປະຊາຊົນ​ຈີນ​ແລກ​ມາ​ໄດ້​ດ້ວຍ​ເລື​ອດເນື້ອ​ເຫື່ອ​ແຮງ​ແລະ​ນ້ຳຕາ, ​ແມ່ນ​ເຕັມ​ໄປ​ດ້ວຍ​ຄວາມທຸກ​ທໍລະມານ​ແລະ​ຄວາມ​ຮຸ່ງ​ເຮືອງ​ເຫຼືອງ​ເຫຼື້ອມ​, ຄວາມ​ລະ​ອິລະ​ອ້ຽວ​ແລະ​ໄຊຊະນະ, ມີ​ການ​ອຸທິດ​ແລະ​ການ​​ໄດ້​ຮັບ, ນີ້​ແມ່ນ​ປະສົບ​ການ​ທີ່​ສະຫງ່າ​ງາມ​ໃນ​ປະຫວັດສາດ​ພັດທະນາ​ຂອງ​ປະຊາ​ຊາດ​ຈີນ​ທີ່​ບໍ່​ສາມາດ​ຫຼົງ​ລືມ​ແລະປະຕິ​ເສດບໍ່ໄດ້, ​ແລະ​ກໍ​ແມ່ນ​ພື້ນຖານ​ທີ່ເຮັດ​ໃຫ້​ປະຊາຊົນ​ຈີນ ກໍ​ຄື​ປະຊາ​ຊາດ​ຈີນ​ສືບ​ຕໍ່​ບຸກໜ້າ​ບືນ​ຕົວ.

ປະຫວັດສາດ​ຍັງ​ບອກ​ໃຫ້​ພວກ​ກ​ເຮົາ​ຮູ້​ວ່າ, ປະຫວັດສາດ ​ແລະ​ປະຊາຊົນ​ໄດ້​ເລືອກ​ເອົາ​ພັກ​ກອມ​ມູນິດ​ຈີນ​ເປັນ​ຜູ້ນຳ​ພາ​ພາລະກິດ​ສ້າງ​ປະຊາ​ຊາດ​ຈີນ​ໃຫ້​ຈະ​ເລີ​ນນັ້ນ​ແມ່ນ​ຖືກຕ້ອງ​, ຕ້ອງ​ຍຶດໝັ້ນ​ເປັ​ນ​ເວລາ​ຍາວ​ນານ ​ແລະ​ບໍ່​ໃຫ້​ຫວັ່ນ​ໄຫວ​ຄອນ​ແຄນ;  ພັກ​ກອມ​ມູນິດ​ຈີນ​ນຳພາ​ປະຊາຊົນ​ຈີນ​​ເດີນ​ຕາມເສັ້ນທາງ​ສັງຄົມ​ນິຍົມທີ່​ມີ​ສີສັນ​ພິ​ເສດ​ຂອງ​ຈີນ​ແມ່ນ​ຖືກຕ້ອງ, ຕ້ອງ​ຍຶດໝັ້ນ​ເປັນ​ເວລາ​ຍາວ​ນານ ​ແລະ​ບໍ່​ໃຫ້ຫວັ່ນ​ໄຫວ​ຄອນ​ແຄນ; ພັກ​ກອມ​ມູນິດ​ຈີນ ​ແລະ​ປະຊາຊົນ​ຈີນດຳລົງຄົງ​ຕົວ​ຢູ່​ບົນ​ແຜ່ນດິນ​ຜືນ​ນີ້, ຖອດ​ຖອນ​ເອົາ​ໝາກຜົນ​ທີ່​ດີ​ເດັ່ນ​ແຫ່ງຄວາມສີວິ​ໄລ​ຂອງມວນ​ມະນຸດ ​ແລະ​ຕັ້ງ​ຍຸດ​ທະ​ສາດ​ພັດທະນາ​ປະ​ເທດ​ຢ່າງ​ເປັນ​ເອກະລາດ​ແລະ​ເປັນ​ເຈົ້າ​ຕົນ​ເອງ​ນັ້ນ​ແມ່ນ​ຖືກຕ້ອງ​, ຕ້ອງ​ຍຶດໝັ້ນ​ເປັນ​ເວລາ​ຍາວ​ນານ ​ແລະ​ບໍ່​ໃຫ້​ຫວັ່ນ​ໄຫວ​ຄອນ​ແຄນ.



1 2 3 4 5 6 7 8 9 10 11 12 13
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ