ບົດ​ສູນ​ທອນ​ພົດ​​ໃນ​ໂອກາດສະ​ເຫຼີ​ມສະຫຼອງ​ວັນ​ສ້າງ​ຕັ້ງພັກ​ກອມ​ມູນິດ​ຈີນ​ຄົບຮອບ 95 ປີ
2016-07-11 15:50:41  cri 


---- ຍຶດໝັ້ນ​ການ​ບໍ່​ລືມ​ຈຸດປະສົງ​ແຕ່​ຫົວທີ,ສືບ​ຕໍ່​ກ້າວ​ໄປ​ທາງ​ໜ້າ ກໍ​ຕ້ອງ​​ເດີນ​ຕາມ​ເສັ້ນທາງ​ພັດທະນາ​ໂດຍ​ສັນຕິ​​ແລະ​ປະຕິບັດ​ຍຸດ​ທະ​ສາດ​​ເປີດ​ປະຕູ​ສູ່​ພາຍ​ນອກ​​ແບບ​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍ​ດຢ່າງ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ, ​ເພີ່ມ​ທະວີ​ການ​ໄປມາຫາສູ່​ກັນ​ຢ່າງ​ມີ​​ໄມ​ຕີ​ຈິດ​ມິດຕະພາບ​ກັບ​ບັນດາ​ປະ​ເທດ, ຮ່ວມ​ກັບ​ປະຊາຊົນ​ບັນດາ​ປະ​ເທດ​ຊຸກຍູ້​ພາລະ ກິດ​ອັນ​ສູງ​ສົ່ງ​ແຫ່ງ​ສັນຕິພາບ​ແລະ​ການ​ພັດທະນາ​ຂອງ​ມະນຸດ​ໃຫ້​ຂະຫຍາຍຕົວ​ກ້າວ​ໄປ​ທາງ​ໜ້າ​ຢ່າງ​ບໍ່​ຢຸດ​ຢັ້ງ.

ການ​ທີ່​ປະກອບສ່ວນ​ອັນ​ໃໝ່​ເພື່ອ​ມວນ​ມະນຸດ​ໃຫ້​ຫຼາຍ​ກວ່າ​ເກົ່າ​ນັ້ນ​ເປັນ​ຄຳ​ໝັ້ນ​ສັນ ຍາ​ອັນ​ໜັກ​ແໜ້ນຂອງ​ພັກ​ກອມ​ມູນິດ​ຈີນ​ແລະ​ປະຊາຊົນ​ຈີນ​ທີ່​ໄດ້​ໃຫ້​ໄວ້​ມາ​ແຕ່​ດົນ​ແລ້ວ. ພັກ​ກອມ​ມູນິດ​ຈີນ​ແລະ​ປະຊາຊົນ​ຈີນ​ໄດ້​ຜ່ານ​ຜ່າ​ຄວາມທຸກ​ທໍລະມານ​ຈາກ​ສົງຄາມ,ດ້ວຍ​ເຫດ​ນີ້​ຈິ່ງ​ຮູ້​ດີ​​ເຖິງຄວາມ​ປະ​ເສີດ​ຂອງ​ສັນຕິພາບ, ຄຸນຄ່າ​ຂອງ​ການ​ພັດທະນາຈິ່ງຖື​ການ​ສົ່ງ​ເສີມ​ສັນຕິພາບ​ແລະ​ການ​ພັດທະນາ​ຂອງ​ໂລກ​ເປັນ​ພາລະ​ໜ້າ​ທີ່​ອັນ​ສູງ​ສົ່ງ​ຂອງ​ຕົນ.

ມະນຸດ​ໃນສູ່​ມື້​ນີ້​ມີ​ເງື່ອນ​ໄຂ​ດີກວ່າ​ເວລາໃດ​ໝົດ​ເພື່ອ​ພ້ອມ​ກັນມຸ່ງ​ໜ້າ​ໄປສູ່ການ​ບັນລຸ​ເປົ້າ​ໝາຍ​ສັນຕິພາບ​ແລະ​ການ​ພັດທະນາ. ຈີນ​ມີ​ຈຸດ​ຢືນ​ໃຫ້​ປະຊາຊົນ​ບັນດາ​ປະ​ເທດ​ຮ່ວມ​ແຮງ​ຮ່ວມ​ໃຈ​ກັນ, ຫັນການ​ກົດ​ໜີບປ່ຽນ​ມາ​ເປັນ​ກຳລັງ​ແຮງ​ຊຸກຍູ້, ຫັນ​ວິ​ກິດ​ການ​ໃຫ້​ເປັນ​ໂອກາດ​ລອດຕົວ,​ເອົາ​ການ​ຮ່ວມ​ມືແທນ​ການ​ເປັນ​ປໍ​ລະ​ປັກ​ກັນ, ​ເອົາ​ການ​ທີ່​ຕ່າງ​ຝ່າຍ​ຕ່າງ​ໄດ້​ຮັບ​ຜົນ​ປະ​ໂຫຍ​ດແທນ​ການ​ຍຶດຄອງ​ແຕ່​ຜູ້​ດຽວ.ລະບຽບ​ສາກົນ​ແລະ​ລະບົບ​ຄຸ້ມ​ຄອງ​​ໂລກ​ແນວ​ໃດ​ຈິ່ງ​ຈະ​ດີ​ຕໍ່​ໂລກ​ແລະ​ດີ​ຕໍ່​ປະຊາຊົນ​ບັນດາ​ປະ​ເທດ​ໃນ​ໂລກ​ນັ້ນ, ຄວນ​ໃຫ້​ປະ ຊາຊົນ​ບັນດາ​ປະ​ເທດ​ປຶກສາ​ຫາລື​ກັນ, ບໍ່​ຄວນ​ໃຫ້​ຝ່າຍ​ໃດ​ໜຶ່ງ​ເປັນ​ຜູ້​ຕັດສິນ​ແລະ​ບໍ່​ຄວນ​ໃຫ້​ຄົນ​ສ່ວນ​ໜ້ອຍ​ເປັນ​ຜູ້​ຕັ​ດສິນ. ຈີນ​ຈະ​ຕັ້ງໜ້າ​ເຂົ້າ​ຮ່ວມ​ການ​ກໍ່ສ້າງ​ລະບົບ​ຄຸ້ມ​ຄອງ​ທົ່ວ​ໂລກ,ພະຍາຍາມ​ປະກອບສ່ວນສະຕິ​ປັນຍາ​ຂອງ​ຕົນ​ເພື່ອ​ປັບປຸງ​ການ​ຄຸ້ມ​ຄອງ​ທົ່ວ​ໂລກ​ໃຫ້​ດີ​ຂຶ້ນທັງ​ຮ່ວມ​ກັບ​ປະຊາຊົນ​ບັນດາ​ປະ​ເທດ​ໃນ​ໂລກ​ຊຸກຍູ້​ໃຫ້​ລະບຽບ​ສາກົນ​ແລະ​ລະບົບ​ຄຸ້ມ​ຄອງ​ທົ່ວ​ໂລກ​ໃຫ້​ຂະ​ຫຍາ​ຍຕົວ​ໄປ​ຕາມ​ທິດ​ທາງ​ທີ່​ທ່ຽງ​ທຳ​ແລະ​ສົມ​ເຫດ​ສົມ​ຜົນ​ກວ່າ​ເກົ່າ.

ຈຸດປະສົງ​ຂອງ​ນະ​ໂ​ຍບາຍ​ການ​ຕ່າງປະ​ເທດ​ຂອງ​ຈີນ​ຄືເພື່ອ​ປົກ​ປັກ​ຮັກສາ​ສັນຕິພາບ​ຂອງ​ໂລກ​ແລະ​ສົ່ງ​ເສີມ​ການ​ພັດທະນາ​ຮ່ວມ​ກັນ. ຈີນ​ເປັນ​ຜູ້​ກໍ່ສ້າງ​ສັນຕິພາບ​ຂອງ​ໂລກ, ​ເປັນ​ຜູ້​ປະກອບສ່ວນ​ເພື່ອການ​ພັດທະນາ​ຂອງ​ທົ່ວ​ໂລກ, ​ເປັນ​ຜູ້​ປົກ​ປັກ​ຮັກສາ​ລະບຽບ​ສາກົນ​ຢ່າງ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ, ຈີນ​ຍິນ​ດີ​ເປີດ​ກວ້າງ​ຈຸດ​ຮ່ວມ​ຜົນ​ປະ​ໂຫຍ​ດກັບ​ບັນດາ​ປະ​ເທດ,ຊຸກຍູ້​ການ​ສ້າງ​ສາຍ​ພົວພັນ​ສາກົນ​ແບບ​ໃໝ່​ໂດຍຖື​ການ​ຮ່ວມ​ມື​​ແບບ​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍ​ດ​ເປັນ​ໃຈກາງ, ຊຸກຍູ້​ປະຊາ​ຄົມ​ຮ່ວມ​ຊາຕາກຳ​ແລ​ະປະຊາ​ຄົມ​ຜົນ​ປະ​ໂຫຍ​ດຂອງມະນຸດ​ໃຫ້​ເກີດ​ຂຶ້ນ.

ຈີນຍຶດໝັ້ນ​ນະ​ໂຍບາຍ​ການ​ຕ່າງປະ​ເທດ​ສັນຕິພາບ​ທີ່​ເປັນ​ເອກະລາດ​ແລະ​ເປັນ​ເຈົ້າ​ຕົນ​ເອງ, ​ເສີມ​ຂະຫຍາຍ​ມິດຕະພາບ​ແລະ​ການ​ຮ່ວມ​ມື​ກັບ​ທຸກ​ປະ​ເທດ​​ບົນ​ພື້ນຖານ​ຫຼັກ 5 ປະການ​ຢູ່​ຮ່ວມ​ກັນ​ໂດຍ​ສັນຕິ.ຈີນເດັດດ່ຽວ​ປະຕິບັດ​ນະ​ໂຍບາຍ​ພື້ນຖານ​ແຫ່ງ​ຊາດ​​ໃນ​ການ​​ເປີດ​ປະຕູ​ສູ່ພາຍ​ນອກ​ຢ່າງ​​ໝັ້ນ​ໜຽວ​ບໍ່​ປ່ຽນ​ແປງ, ຍຶດໝັ້ນ​ເປີ​ດປະຕູ​ເພື່ອ​ດຳ​ເນີນ​ການ​ກໍ່ສ້າງ, ປະດິດ​ສ້າງ​ສະພາບ​ການ​ເປີດ​ປະຕູ​ສູ່​ພາຍ​ນອກ​ທີ່​ຮອບດ້ານ,ລົງ​ສູ່​ລວງ​ເລິກ​ແລະ​ມີ​ຮູບ​ແບບ​ຫຼາຍ​ກວ່າ​ເກົ່າ​ໃນ​ຂະນະ​ດຳ​ເນີນ​ໂຄງການ​ຮ່ວມ​ມື​ສາກົນ​ສຳຄັນ​ຕ່າງໆ​ເຊັ່ນ "ໜຶ່ງ​ແລວທາງ​ໜຶ່ງ​ເສັ້ນທາງ".

ປະຊາ​ຊົນ​ຈີນ​ຮູ້​ດີ​​ແລ້ວ​ວ່າການ​ພັດທະນາ​ປະ​ເທດ​ຈີນໄດ້​ຮັບ​ຜົນ​ປະ​ໂຫຍ​ດຈາກ​ປະ ຊາ​ຄົມ​ໂລກ, ຈີນ​ຍິນ​ດີ​ຖືຜົນ​ສຳ​ເລັດ​ໃນ​ການ​ພັດທະນາ​ຂອງ​ຕົນປະກອບສ່ວນ​ເຂົ້າ​ໃນ​ການ​ພັດທະນາ​ຂອງ​ໂລກ​. ຈີນ​ປະຕິບັດ​ນະ​ໂຍບາຍ​ເປີດ​ປະຕູ​ສູ່​ພາຍ​ນອກ​ບໍ່​ແມ່ນ​ຫວັງຈະ​ເຮັດ​ພຽງ​ຜູ້​ດຽວ, ຫາກ​​ແຕ່​ຍິນ​ດີ​ຕ້ອນຮັບ​ບັນດາ​ຝ່າຍ​ມີ​ສ່ວນ​ຮ່ວມ​ນຳ​ກັນ;ບໍ່​ແມ່ນ​ຢາກ​ສະ​ແຫວ​ງ ຫາ​ຂອບ​ເຂດ​ອິດ​ທິພົນ, ຫາກ​ແມ່ນ​ຢາກ​ສະໜັບສະໜູນ​ໃຫ້​ບັນດາ​ປະ​ເທດ​ພັດທະນາ​ຮ່ວມ​ກັນ; ບໍ່​ແມ່ນ​ຢາກ​ສ້າງ​ "ເດີ່ນ​​ເຮືອນ"​ຂອງ​ຕົນ, ຫາກ​​ເພື່ອ​ສ້າງ​ສວນ​ດອກ​ໄມ້​ນາໆ​ພັນ​ເພື່ອ​ໃຫ້​ບັນດາ​ປະ​ເທດ​ຮ່ວມ​ກັນ​ຊົມ​ໃຊ້.

ຈີນ​ສົ່ງ​ເສີມ​ຈິດ​​ໃຈ​ກ່ຽວ​ກັບ​ປະຊາ​ຄົມ​ຮ່ວມ​ຊາຕາກຳ​ຂອງ​ມະນຸດ, ຄັດຄ້ານ​ແນວ​ຄິດ​ສົງຄາມ​ເຢັນ​ແລະ​ການ​ແຂ່ງຂັນ​ແບບ "​​ເຈົ້າ​ໄດ້​ຂ້ອຍ​ເສຍ"​ຢ່າງ​ເດັດດ່ຽວ. ຈີນຍຶດໝັ້ນ​ວ່າ ທຸກ​ປະ​ເທດ​ບໍ່​ວ່າ​ນ້ອຍ​ໃຫຍ່, ​ເຂັ້ມ​ແຂງ​ຫຼື​ອ່ອນ​ແອ,ທຸກ​ຍາກ​ຫຼື​ຮັ່ງມີ ລ້ວນ​ແຕ່​ສະ​ເໝີ​ພາບ​ກັນ, ຈີນ​ເຄົາລົບ​ປະຊາຊົນ​ບັນດາ​ປະ​ເທດ​ມີ​ສິດ​ເປັນ​ເຈົ້າ​ຕົນ​ເອງ​ໃນ​ການ​ເລືອກ​ເສັ້ນທາງ​ການ​ພັດທະນາ, ປົກ​ປັກ​ຮັກສາ​ຄວາມ​ທ່ຽງ​ທຳ​ຍຸຕິ​ທຳ​ສາ​ກົນ, ຄັດຄ້ານ​ການ​ຖື​​​ແນວ​ຄິດ​ຈິດ​ໃຈ​ຂອງ​ຕົນ​ບັງຄັບ​ໃຫ້​ຜູ້​ອື່ນ​ຮັບ​, ຄັດຄ້ານ​ການ​ແຊກ​ແຊງ​ເຂົ້າ​ໃນ​ວຽກ​ງານ​ພາຍ​ໃນ​ຂອງ​ປະ​ເທດ​ອື່ນ, ຄັດຄ້ານ​ການ​ຂົ່ມ​ເຫັງ​ປະ​ເທດດ້ອຍ​ພັດທະນາ​ດ້ວຍ​ຄວາມ​ເຂັ້ມ​ແຂງ​ຂອງ​ຕົນ. ຈີນ​ບໍ່​ຫວັງ​ຍຶດຜົນ​ປະ​ໂຫຍ​ດຂອງ​ປະ​ເທດ​ອື່ນ, ບໍ່​ອິດສາ​ການ​ພັດທະນາ​ຂອງ​ປະ​ເທດ​ອື່ນ, ​ແຕ່​ກໍ​ເດັດຂາດ​ບໍ່​ປ່ອຍປະສິດ​ຜົນ​ປະ​ໂຫຍ​ດອັນ​ຊອບ​ທຳ​ຂອງ​ຕົນ. ປະຊາຊົນ​ຈີນ​ບໍ່​ເຊື່ອ​ໃນ​ກຳລັງ​ຊົ່ວ​ຮ້າຍ​ແລະ​ກໍ​ບໍ່​ຢ້ານ​ສິ່ງ​ຂົ່ມຂູ່, ບໍ່​ເປັນ​ເຈົ້າ​ການ​ທ້າ​ທາຍ​ເກາະ​ຜິດ​​ແຕ່​ກໍ​ບໍ່ຢ້ານກົວ​ຕໍ່​ສິ່ງ​ທີ່ບໍ່​ດີໃດໆ​ທີ່​ຈະ​ເກີດ​ຂຶ້ນ, ຕ່າງປະ​ເທດ​ບໍ່​ວ່າ​ປະ​ເທດ​ໃດ​ກໍ​ຕາມ​ຢ່າຄິດ​ວ່າ​ຈີນ​ຈະ​​ເອົາ​ຜົນ​ປະ​ໂຫຍ​ດ​ໃຈກາງ​ຂອງ​ຕົນ​ໄປ​ແລກປ່ຽນ, ຢ່າ​ຫວັງ​ວ່າ​ຈີນ​ຈະ​ຍອມຮັບ​ເອົາ​ຜົນ​ຮ້າຍຍ້ອນ​ການສ້າງ​ຜົນ​ເສຍ​ຫາຍ​ໃຫ້​ແກ່​ອຳນາດ​ອະທິປະ​ໄຕ,ຄວາມ​ໝັ້ນຄົງ​ແລະ​ຜົນ​ປະ​ໂຫຍ​ດ​ໃນ​ການ​ພັດທະນາ​ຂອງ​ປະ​ເທດ​ຕົນ.

ພັກ​ກອມ​ມູນິດ​ຈີນ​ຈະ​ເສີມຂະຫຍາຍ​ການ​ແລກປ່ຽນ​ແລະ​ຮ່ວມ​ມື​ກັບພັກ​ການ​ເມືອງ​ແລະ​ອົງການ​ຈັດ​ຕັ້ງ​ການ​ເມືອງ​ຂອງ​ບັນດາ​ປະ​ເທດ​ແລະ​ເຂດ​ແຄວ້ນ​ເພື່ອ​ຊຸກຍູ້​ການ​ພັດ ທະນາຂອງ​ການ​ພົວພັນ​ລະຫວ່າງ​ຊາດ​ຢູ່​ບົນ​ພື້ນຖານ​ຫຼັກການທີ່ "​ເອກະລາດ,​ເປັນ​ເຈົ້າ​ຕົນ​ເອງ,ສະ​ເໝີ​ພາບ​ຢ່າງ​ສົມບູນ, ​ເຄົາລົບ​ເຊິ່ງກັນ​ແລະ​ກັນ, ບໍ່​ແຊກ​ແຊງ​ເຂົ້າ​ໃນ​ວຽກ​ງານ​ພາຍ​ໃນຂອງ​ກັນ."




1 2 3 4 5 6 7 8 9 10 11 12 13
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ