ບົດ​ສູນ​ທອນ​ພົດ​​ໃນ​ໂອກາດສະ​ເຫຼີ​ມສະຫຼອງ​ວັນ​ສ້າງ​ຕັ້ງພັກ​ກອມ​ມູນິດ​ຈີນ​ຄົບຮອບ 95 ປີ
2016-07-11 15:50:41  cri 


---- ຍຶດມັ້ນການບໍ່​ລື​ມຈຸດປະສົງ​ແຕ່​ຫົວທີ, ສືບ​ຕໍ່​ກ້າວ​ໄປ​ທາງ​ໜ້າ ກໍ​ຄວນປະສານ​ງານ​ກັນຊຸກຍູ້​ການຈັດສັນ​​ເຊື່ອມຕໍ່ "ການສ້າງ​ເສດຖະກິດ, ການ​ສ້າງການ​ເມືອງ, ການ​ສ້າງວັດທະນະທຳ, ການ​ສ້າງສັງຄົມ​ແລະ​ການ​ສ້າງສິ່ງ​ແວດ​ລ້ອມ​ທາງ​ທຳ​ມະ​ຊາດ​ໃຫ້​ເປັນ​ເອກະ​ພາບ​ກັນ, ຊຸກຍູ້ການກຳນົດ​ຍຸດ​ທະ​ສາດ "4 ຮອບດ້ານ", ພະຍາຍາມຊຸກຍູ້​ຂະ​ບວນການ​ສ້າງສາ​ສັງຄົມ​ທີ່ອີ່ມ​ໜໍາ​ສໍາລານຢ່າງຮອບດ້ານ, ​ແລະ​ຊຸກຍູ້​ໃຫ້​ເປົ້າ​ໝາຍ​ບຸກ ບືນ​ສູ້​ຊົນ "ຮ້ອຍ​ປີ ສອງ​​ເຫດການ" ປະກົດ​ຜົນ​ເປັນ​ຈິງ​.

​  ໃນ​ໄລຍະ​ປັດຈຸ​ບັນ, ໜ້າ​ທີ່​ຕົ້ນຕໍ​ຂອງ​ການ​ສ້າງສາ​ສັງຄົມ​ນິຍົມ​ທີ່​ມີ​ສີສັນ​ພິ​ເສດ​ຂອງ​ຈີນ​ກໍ​ແມ່ນ​ບັນລຸ​ເປົ້າ​ໝາຍ​ບຸກບືນ​ສູ້​ນຊົນ​ຮ້ອຍ​ປີອັນ​ທີໜຶ່ງ​ກໍ​ຄື​ສ້າງ​ເປັນ​ສັງຄົມ​ທີ່​ອີ່ມ​ໜໍາ​ສໍາລານ​ຮອບດ້ານ​ເມື່ອ​ຮອດປີ 2020 ທີ່​ເປັນ​ປີສ້າງ​ຕັ້ງ​ພັກ​ກອມ​ມູນິດ​ຈີນ​ຄົບຮອບ 100 ປີ, ​ເພື່ອ​ສ້າງ​ພື້ນຖານທີ່​ໜັກ​ແໜ້ນ​ໃຫ້​ແກ່​ການ​ບັນລຸ​ເປົ້າ​ໝາຍ​ບຸກບືນ​ສູ້​ຊົນ​ຮ້ອຍ​ປີ​ອັນທີ​ສອງ​ກໍ​ຄື​ສ້າງ​ເປັນ​ປະ​ເທດສັງຄົມ​ນິຍົມ​​ທີ່ທັນ​ສະ​ໄໝ​ທີ່​ຮັ່ງມີ​, ປະຊາທິປະ​ໄຕ, ສີວິ​ໄລ​ແລະ​ກົມກຽວ​ກັນ ເມື່ອ​ຮອດ​ກາງ​ສະຕະວັດ​ນີ້​​ເຊິ່ງ​ເປັນວັນ​ສະຖາປະນາ​ສາທາລະນະ​ລັດ​ປະຊາຊົນ​ຈີນ​​ຄົບ​ຮອບ​ຮ້ອຍ​ປີ.

ການ​ສ້າງ​ເປັນ​ສັງຄົ​ມທີ່​ອີ່ມ​ໜໍາ​ສໍາລານ​ຮອບດ້ານ ​ແມ່ນ​ຄໍາໝັ້ນ​ສັ​ນຍາ​ທີ່​ງາມສະ ຫງ່າທີ່​ພັກວາງ​ອອກ​ໃຫ້​ແກ່​ປະຊາຊົນ​ແລະ​ປະຫວັດສາດ, ​ແມ່ນ​ຄວາມມຸ່ງ​ມາດ​ປາຖະ​ໜາ​ຮ່ວມ​ກັນ​ຂອງ​ປະ​ຊາ​ຊົນ​ຈີນ​ຈຳນວນ 1 ຕື້ 300 ລ້ານ​ກວ່າ​ຄົນ. ​ເພື່ອ​ບັນ​ລຸ​ເປົ້າ​ໝາຍ​ນີ້, ນັບ​ແຕ່​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ 18 ຂອງ​ພັກ​ກອມ​ມູນິດ​ຈີນ​ເປັນ​ຕົ້ນ​ມາ, ພັກ​ກອມ​ມູນິດ​ຈີນ​ໄດ້​ສ້າງ​​ແລະ​ຕັ້ງໜ້າ​ຊຸກຍູ້ໂຄງ​ປະກອບ​ປະສົມ​ 5 ພາກສ່ວນ​​ເປັນ​ເອກະ​ພາບ​ກັນ ຄື ການ​ສ້າງ​ເສດຖະ ກິດ, ການ​ສ້າງການ​ເມືອງ, ການ​ສ້າງສັງຄົມ ​ແລະ ການ​ສ້າງສິ່ງ​ແວດ​ລ້ອມ​ທາງ​ທຳ​ມະ​ຊາດ ​ແລະ​ໄດ້​ສ້າງ​ແລະ​ຕັ້ງໜ້າ​ຊຸກຍູ້​ການ​ພັດທະນາ​ຍຸດ​ທະ​ສາດ "4 ຮອບດ້ານ" ຄື ການ​ສ້າງ​ເປັນ​ສັງຄົມ​ທີ່​ອີ່ມ​ໜໍາ​ສໍາ​ລານ​ຮອບ ດ້ານ, ລົງ​ເລິກ​ດໍາ​ເນີນ​ການ​ປະຕິ​ຮູບ​ຮອບ ດ້ານ, ປົກຄອງ​ປະ​ເທດ​ຕາມ​ກົດໝາຍ​ຢ່າງຮອບດ້ານ ​ແລະ​ປົກຄອງ​ພັກ​ຢ່າງ​ເຂັ້ມ​ງວດ​ຢ່າງຮອບດ້ານ. "5 ພາກສ່ວນ"​​ແລະ "4 ຮອບດ້ານ"​ດັ່ງກ່າວ​ຕ່າງ​ຊ່ວຍຍູ້​ໜູນເຊິ່ງກັນ​ແລະ​ກັນ ​ທັງປະສານ​ສົມທົບ​ແລະ​ພົວພັນ​ເຊິ່ງກັນ​ແລະ​ກັນ, ຕ້ອງ​ຈັດ​ຕັ້ງ​ປະຕິບັດ​ເປັນ​ຢ່າງ​ດີ, ຕ້ອງ​ຢູ່ບົນ​ພື້ນຖານ​ທີ່​ຊຸກຍູ້​ການ​ພັດທະນາ​ເສດຖະກິດ, ສ້າງ​ເສດຖະກິດ​ຕະຫຼາດ​ສັງຄົມ​ນິຍົມ, ການ​ເມືອງ​ປະຊາທິ​ປະ​ໄຕ, ວັດທະນະທຳ​ທີ່​ກ້າວໜ້າ, ຄວາມ​ສີວິ​ໄລ​ດ້ານ​ສິ່ງ​ແວດ​ລ້ອມ​ທຳ​ມະ​ຊາດແລະສັງຄົມ​ທີ່​ກົມກຽວ​ກັນ, ຮ່ວມ​ກັນ​ຊຸກຍູ້​ໃຫ້​ປະຊາຊົນ​ຮັ່ງມີ, ປະ​ເທດ​ຊາດ​ເຂັ້ມ​ແຂງ ​ແລະ​ຈີນ​ມີ​ຄວາມ​ສວຍ​ງາມ.

ການ​ພັດທະນາ​ແມ່ນ​ໜ້າ​ທີ່​ສຳຄັນ​ອັນ​ດັບ 1 ຂອງ​ພັກ​ໃນ​ການ​ກຳອຳນາດ​ແລະສ້າງ​ຊາດ​ໃຫ້​ຈະ​ເລີ​ນ, ​ແມ່ນ​ຂໍ້​ກະ​ແຈ​ທີ່​ແກ້​ໄຂ​ບັນຫາ​ທັງ​ໝົດ​ຂອງຈີນ. ສະພາບ​ແຫ່ງ​ຊາດພື້ນ ຖານ​ທີ່ປະ​ເທດ​ເຮົາຍັງ​ຢູ່​ໃນ​ແລະ​ຍັງ​ຈະ​ສືບຕໍ່​ຢູ່​ໃນ​ໄລຍະຕົ້ນ​ຂອງສັງຄົມ​ນິຍົມ​​ເປັນ​ໄລຍະ​ຍາວນັ້ນບໍ່​ມີ​ການ​ປ່ຽນ​ແປງ, ຄວາມ​ຂັດ​ແຍ້ງ​ກັນ​ລະຫວ່າງຄວາມ​ຕ້ອງການ​ດ້ານ​ວັດ​ຖຸ​ແລະ​ວັດທະນະທຳ​ຂອງ​ປະຊາຊົນ​ທີ່​ນັບ​ມື້​ນັບ​ເພີ່ມ​ຂຶ້ນກັບ​ການ​ຜະລິດ​ຂອງ​ສັງຄົມ​ທີ່​ຫຼ້າ​ຫຼັງ ​ເຊິ່ງ​ເປັນຄວາມ​ຂັດ​ແຍ້ງ​ຕົ້ນຕໍ​ຂອງ​ສັງຄົມ​ບໍ່​ມີ​ການ​ປ່ຽນ​ແປງ, ຖານະ​ໃນ​ສາກົນ​ກໍ​ຄືປະ​ເທດ​ເຮົາ​ແມ່ນ​ປະ​ເທດ​ທີ່​ພວມ​ພັດທະນາ​ໃຫຍ່​ທີ່​ສຸດ​ໃນ​ໂລກບໍ່​ມີ​ການ​ປ່ຽນ​ແປງ. ທັງ​ໝົດ​ເຫຼົ່າ​ນີ້ນີ້​ແມ່ນ​ຫຼັກອ້າງ​ອີ່ງທີ່​ເປັນພື້ນຖານ​ຂອງ​ການວາງ​ແຜນການ​ພັດທະນາ​ຂອງ​ພວກ​​ເຮົາ.

​ໂດຍ​ຜະ​ເຊີນ​ກັບການ​ພັດທະນາ​​ເສດຖະກິດ​ຈີນ​ກ້າວ​ໄປ​ສູ່​ສະພາບ​ການ​ໃໝ່, ການ​ພັດທະນາ​ເສດຖະກິດ​ໂລກ​ກ້າວ​​ເຂົ້າ​ສູ່​ໄລຍະທັນປ່ຽນ​ຮູບ​ແບບ, ການ​ພັດທະນາ​​​ເຕັກ​ໂນ​ໂລ​ຊີ​ໂລກຄົ້ນຫາການ​ປ່ຽນ​ແປງ​ໃໝ່, ພວກ​ເຮົາ​ຕ້ອງ​ຍຶດໝັ້ນ​​ຖື​ເອົາ​ການ​ສ້າງສາ​ເສດຖະ ກິດ​ເປັນ​ໃຈກາງ, ຍຶດໝັ້ນ​​ໃຫ້​ທິດ​ສະ​ດີກາ​ນພັດທະນາ​ອັນໃໝ່​ນຳພາ​ການ​ພັດທະນາ​ເສດ​ຖະກິດ, ​ເລັ່ງລັດ​ຫັນປ່ຽນ​ຮູບການ​ພັດທະນາ​ເສດຖະກິດ, ປັບປຸງ​ໂຄງ​ປະກອບ​ການ​ພັດທະ ນາ​​ເສດ​ຖະກິດ​ໃຫ້​ດີ​ຂຶ້ນ, ຍົກ​ສູງ​ຄຸນ​ນະພາ​ບ​ແລະ​ປະສິດທິພາບ​ຂອງ​ການ​ພັດທະນາ, ອອກ​ແຮງ​ຊຸກຍູ້​ການ​ປະຕິ​ຮູບ​ໃນ​ດ້ານ​ຝ່າຍ​ສະໜອງ​ການ​ຜະລິດ, ຊຸກຍູ້​​​ໃຫ້ເສດ​ຖະກິດ​ພັດທະນາ​ຢ່າງ​ມີ​ປະສິດທິ​ຜົນ​, ມີ​ຄຸນ​ນະພາ​ບ, ສະ​ເໝີ​ພາບ​ແລະ​ຍືນ​ຍົງຫຼາຍກວ່າ, ​ເລັ່ງລັດ​ສ້າງ​ກົນ​ໄກ​ແລະ​ສະພາບ​ແວດ​ລ້ອມ​ທີ່​​​ເນັ້ນການ​ປະດິດ​ສ້າງ​ໃໝ່, ​ເອົາ​ໃຈ​ໃສ່​ການ​ປະສານ​ງານ, ສົ່ງ​ເສີມ​ການ​ອະນຸລັກ​ສິ່ງ​ແວດ​ລ້ອມ, ​ເນັ້ນ​ໃສ່​ການ​​ເປີດ​ປະຕູສູ່​ພາຍ​ນອກ​ແລະ​ຊຸກຍູ້​ການ​​ແບ່ງປັນຮ່ວມ​ກັນ, ​ເພື່ອສ້າງ​ໃຫ້​ກຳລັງ​ເສດຖະກິດ​ແລະ​ກຳລັງສິ່ງ​ລວມ​​ແຫ່ງ​ຊາດ ຂອງ​ປະ​ເທດ​ຈີນ​ເຕີບ​ໃຫຍ່​ຂຶ້ນ​ຢ່າງ​ບໍ່​ຢຸດ​ຢັ້ງ.



1 2 3 4 5 6 7 8 9 10 11 12 13
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ