ບົດ​ສູນ​ທອນ​ພົດ​​ໃນ​ໂອກາດສະ​ເຫຼີ​ມສະຫຼອງ​ວັນ​ສ້າງ​ຕັ້ງພັກ​ກອມ​ມູນິດ​ຈີນ​ຄົບຮອບ 95 ປີ
2016-07-11 15:50:41  cri 


ບັນດາ​ສະຫາຍ ​ແລະ​ເພື່ອນ​ມິດ!

​ຕະຫຼອດ​ໄລຍະ 95 ປີ​ມາ​ນີ້, ຜົນງານ​ທຸກ​ຢ່າງ​ທີ່​ພວກ​ເຮົາ​ຍາດ​ມາ​ໄດ້​ນັ້ນ​ແມ່ນ​ຍ້ອນ​ມີ​ການ​ບຸກບືນ​ສູ້​ຊົນ​ຢ່າງ​ຕໍ່​ເນື່ອງຂອງພັກ​ກອມ​ມູນິດ​ຈີນ ​ແລະ​ປະຊາຊົນ​ຈີນ​ທຸກ​​ເຊັ່ນ​ຄົນ. ຄະນະ​ນຳ​ສູນ​ກາງ​ພັກ​ທີ່​ມີ​ສະຫາຍ​ເໝົາ​ເຈີ​ຕົງ, ສະຫາຍ​ເຕິ້ງ​ສຽງ​ຜິ​ງ ​ແລະ​ສະຫາຍ​ຈ່ຽງ​ເຈີ​ມິນ​ເປັນ​ໃຈກາງ, ສູນ​ກາງ​ພັກ​ກອມ​ມູນິດ​ຈີນ​ທີ່​ມີ​ສະຫາຍ​ຫູ​ຈິນທາວ​ເປັນ​ເລາ​ຂາ​ທິການ​ໃຫຍ່​ນັ້ນ​ໄດ້​ສາມັກຄີ ​ແລະ​ນຳພາ​ທົ່ວ​ພັກ ​ແລະ​ປະຊາຊົນ​ບັນດາ​ເຜົ່າ​ໃນ​ທົ່ວ​ປະ​ເທດຍາດ​ເອົາ​ຊະນະ​ຄວາມ​ຫຍຸ້ງຍາກ ​ແລະ​ສິ່ງ​ທ້າ​ທາຍຕ່າງໆ​ນາໆ ​ເຮັດ​ໃຫ້​ປະຊາ​ຊາດ​ຈີນ​ໄດ້ຊື່ນຊົມກັບ​ອະນາຄົດ​ອັນ​ຮຸ່ງ​ເຮືອງ​ແຫ່ງ​ການ​ຟື້ນ​ຕົວ​ຄືນ​ຄັ້ງ​ຍິ່ງ​ໃຫຍ່.

​ໃນ​ໂອກາດ​ອັນສະຫງ່າລາສີ ແລະເຄັ່ງຂຶມນີ້, ພວກ​ເຮົາ​ຂໍ​ສະ​ແດງ​ຄວາມຮູ້ບຸນຄຸນ ຢ່າງ​ເລິກ​ເຊິ່ງ​ຕໍ່ສະຫາຍ​ເໝົາ​ເຈີ​ຕົງ, ສະ​ຫາຍ​​ໂຈ່​ວ​ເອີນ​ຫຼາຍ, ສະຫາຍ​ຫຼິວຊ້າ​ວຊີ, ສະຫາຍ​ຈູ​ເຕີ, ສະຫາຍ​ເຕິ້ງ​ສ້ຽວ​ຜິ​ງ, ສະຫາຍ​ເສີນ​ຢຸນ ​ແລະ​ນັກ​ປະຕິວັດຮຸ່ນ​ອາ​ວຸ​ໂສ​ທີ່​ໄດ້​ປະກອບສ່ວນ​ສຳຄັນ​ເຂົ້າ​ໃນ​ການ​ປະຕິວັດ, ການ​ສ້າງສາ ​ແລະການ​ປະຕິ​ຮູບ​ຂອງ​ຈີນ ກໍ​ຄື​ການ​ສ້າງ​ຕັ້ງ, ປັບປຸງ ​​ແລະ​ພັດທະນາ​ພັກ​ກອມ​ມູນິດ​ຈີນ ​ແລະ​ຂໍ​ສະ​ແດງ​ຄວາມຮູ້ບຸນຄຸນ ຢ່າງ​​ເລິກ​ເຊິ່ງຕໍ່ວິລະ​ຊົນ​ຜູ້​ເສຍ​ຊີວິດ​ເພື່ອ​ສ້າງ​ຕັ້ງ, ປ້ອງ​ກັນ​ແລະ​ສ້າງສາ​ປະ​ເທດ​ຈີນ​ໃຫມ່, ຂໍ​ສະ​ແດງ​ຄວາມຮູ້ບຸນຄຸນ​ຢ່າງ​​ເລິກ​ເຊິ່ງ​ຕໍ່ປະຊາຊົນບັນດາເຜົ່າ​ທີ່ໄດ້ຕໍ່​ສູ້​ ​ຢ່າງ​ພິລະ​ອາດ​ຫານ​ເພື່ອ​ຍາດ​ເອົາ​ຄວາມ​ເປັນ​ເອກະລາດ​ແຫ່ງ​ຊາດ​ແລະ​ປົດ​ປ່ອຍປະ​ຊາ​ຊົນ​ຈີນ​ນັບ​ແຕ່​ສະ​ໄໝຫຼັງໆ​ເປັນ​ຕົ້ນ​ມາ ​ເຊິ່ງຄຸນງາມຄວາມດີ​ຂອງພວກ​ທ່ານ​ໄດ້​ບັນທຶກ​ໄວ້​ໃນ​ປະຫວັດ ສາດ! ນ້ຳ​ໃຈ​ອັນ​ສູງ​ສົ່ງ​ຂອງ​ພວກ​ທ່ານ​ໄດ້​ຝັງ​ໄວ້​ຢູ່​ໃນ​ດວງ​ໃຈ​ຂອງ​ປະຊາຊົນ​ນັບ​ເປັນ​ຮ້ອຍ​ລ້ານ​ຄົນ!

ປະຊາຊົນ​ເປັນ​ຜູ້​ສ້າງ​ປະຫວັດສາດ​ຂຶ້ນຈິ່ງ ​ແມ່ນ​ວິລະຊົນ​ທີ່​ແທ້​ຈິງ. ​ໃນ​ໂອກາດ​ນີ້, ຂ້າພະ​ເຈົ້າ​ຂໍ​ຕາງໜ້າ​ສູນ​ກາງ​ພັກ​ກອມ​ມູນິດ​ຈີນ ສະ​ແດງ​ຄວາມ​ເຄົາລົບນັບຖື​ຢ່າງ​ສູງ​ມາ​ຍັງ​ກຳມະກອນ, ກະ​ສິກ​ອນ ​ແລະ​ປັນຍາ​ຊົນ, ​ ​ພັກ​ຝ່າຍ​ປະຊາທິປະ​ໄຕ​ຕ່າງໆ ອົງການ​ຈັດ​ຕັ້ງ​ປະຊາຊົນ​ຕ່າງໆ ແລະຜູ້​ຮັກ​ຊາດທຸກ​ຄົນ, ​ນັກ​ຮົບ​ກອງທັບປົດ​ປ່ອຍປະ​ຊາ​ຊົນ​ຈີນ, ນາຍ​ແລະ​ພົນທະຫານ​ກອງ​ຕຳຫຼວດ ​ແລະ​ຕຳຫຼວດ​ປ້ອງ​ກັນ​ຄວາມ​ສະຫງົບ​ທັງຫຼາຍ! ຂໍ​ຝາກ​ຄຳ​ຢື້​ຢາມ​ຖາມ​ຂ່າວ​ດ້ວຍ​ຄວາມ​ຈິງ​ໃຈມາ​ຍັງ​ພີ່ນ້ອງ​ຮ່ວມ​ຊາດ​ເຂດ​ບໍລິຫານ​ພິ​ເສດ​ຮົງ​ກົງ, ມາ​ກາວ, ພີ່ນ້ອງ​ໄຕ້​ຫວັນ ພ້ອມ​ກັບ​ຊາວ​ຈີນ​ຕ່າງ​ດ້າວ​ທີ່​ມະຫາສານ! ຂໍ​ສະ​ແດງ​ຄວາມ​ຂອບ​ອົກ​ຂອບ​ໃຈ​ຢ່າງ​ຈິງ​ໃຈ​ມາ​ຍັງ​ປະຊາຊົນ ​ແລະ​ເພື່ອນ​ມິດ​ບັນດາ​ປະ​ເທດ​ໃນ​ໂລກ​ນີ້​ທີ່​ມີ​ມິດຕະພາບ​ຕໍ່​ປະຊາຊົນ​ຈີນ, ​ໃຫ້​ຄວາມ​ສົນ​ໃຈ​ແລະ​ສະໜັບສະໜູນ​ການ​ປະຕິ​ວັດ, ການ​ສ້າງສາ ​ແລະ​ການ​ປະຕິ​ຮູບ​ຂອງ​ຈີນ!

​ຕະຫຼອດ​ໄລຍະ 95 ປີ​ມາ​ນີ້, ສະມາຊິກ​ພັກ​ກອມ​ມູນິດ​ຈີນ​ຜູ້ດີ​ເດັ່ນ​ທຸກ​ເຊັ່ນ​ຄົນ​ໄດ້​ອຸທິດ​ໂດຍ​ບໍ່​ເຫັນ​ແກ່​ຕົວ​ເພື່ອ​ປະ​ເທດ​ຊາດ ​ແລະ​ປະຊາຊົນ ອັນ​ໄດ້​ສະ​ແດງ​ໃຫ້​ເຫັນ​ເຖິງ​ນ້ຳ​ໃຈອັນ​ສູງ​ສົ່ງ​ທີ່​ເພື່ອ​ປະຊາຊົນ ​ເຊິ່ງສະມາຊິກ​ພັກ​ຜູ້ດີ​ເດັ່ນ, ພະນັກງານ​ເຮັດ​ວຽກ​ກ່ຽວ​ກັບ​ພັກ​ຜູ້​ດີ​ເດັ່ນ ​ແລະ​ອົງການ​ຈັດ​ຕັ້ງ​ພັກ​ຂັ້ນ​ຮາກ​ຖານ​ທີ່​ກ້າວໜ້າ​ທີ່​​ໄດ້ຮັບ​ການ​ຍ້ອງຍໍ​ສັນລະ​ເສີນ​ໃນ​ຄັ້ງ​ນີ້ ກໍ​ແມ່ນ​ແບບຢ່າງ​ທີ່​ພົ້ນ​ເດັ່ນ​ຂອງ​ທຸກຂະ​ແໜງ​ການ. ຂ້າພະ​ເຈົ້າ​ຂໍ​ຕາງໜ້າ​ສູນ​ກາງ​ພັກ​ຂໍ​ສະ​ແດງ​ຄວາມ​ເຄົາລົບ​ນັບຖື​ຢ່າງ​ສູງມາປ​ຍັງ​ບັນດາ​ສະຫາຍ​ທີ່​ໄດ້​ຮັບ​ການ​ຍ້ອງຍໍ​ສັນລະ​ເສີນ​ໃນ​ຄັ້ງ​ນີ້!



1 2 3 4 5 6 7 8 9 10 11 12 13
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ