ບົດ​ສູນ​ທອນ​ພົດ​​ໃນ​ໂອກາດສະ​ເຫຼີ​ມສະຫຼອງ​ວັນ​ສ້າງ​ຕັ້ງພັກ​ກອມ​ມູນິດ​ຈີນ​ຄົບຮອບ 95 ປີ
2016-07-11 15:50:41  cri 


----ຍຶດໝັ້ນການ​ບໍ່​ລືມ​ຈຸດປະສົງ​ແຕ່​ຫົວທີ, ສືບ​ຕໍ່​ກ້າວ​ໄປ​ທາງ​ໜ້າ​ຕ້ອງ​​ເດັດດ່ຽວຊູ​ທຸງ​ແຫ່ງ​ການ​ດຳ​ເນີນການ​ປະຕິ​ຮູບ​ແລະ​​ໄຂ​ປະຕູ​ສູ່​ພາຍ​ນອກ, ມີ​ຄວາມ​ກ້າຫານ​​ລົງ​ເລິກ​ການ​ປະຕິ​ຮູບ​ຢ່າງຮອບດ້ານ, ​ປົດ​ປ່ອຍ​ແນວ​ຄວາມ​ຄິດ​ຕື່ມອີກ, ປົດ​ປ່ອຍ​ແລະ​ພັດທະນາ​ກຳລັງ​ການຜະລິດ​ສັງຄົມ, ປົດ​ປ່ອຍ​ແລະ​ເພີ່ມ​ຕື່ມ​ພະລັງ​ຊີວິດ​ຂອງສັງຄົມ, ຊຸກຍູ້​ໃຫ້​ການ​ປະຕິ​ຮູບ​ແລະ​​ໄຂປະຕູ​ສູ່​ ​ພາຍ​ນອກ​ໄດ້​ຮັບ​ການພັດທະນາ​ໄປ​ໜ້າ​ຢ່າງ​ຕໍ່​ເນື່ອງ.

ການ​ປະຕິ​ຮູບ​ແລະ​​ໄຂ​ປະຕູ​ສູ່​ພາຍນອກ​ແມ່ນ​ລັກສະນະ​ທີ່​ມີ​ສີສັນ​ພິ​ເສດ​ທີ່​ສຸດ​ຂອງ​ຈີນ​ໃນ​ປັດຈຸ​ບັນ​ນີ້, ​ແມ່ນ​ທຸງ​ໃບ​ທີ່​ມີ​​ໃດ​ເດັ່ນ​​ທີ່​ສຸດ​ໃນ​ໄລຍະ​ປະຫວັດສາດອັນ​ໃໝ່​ຂອງ​ພັກ​ພວກ​ເຮົາ. ການ​ປະຕິ​ຮູບ​ແລະ​​ໄຂ​ປະຕູ​ສູ່​ພາ​ຍ ນອກ​ແມ່ນ​ການຄັດ​ເລືອກ​ທີ່ສຳຄັນ​ຕໍ່​ໂຊກ​ຊະ​ຕາ​ຂອງ​ຈີນ​ໃນ​ປັດຈຸ​ບັນ​ນີ້, ​ແມ່ນ​ວິທີ​ສຳຄັນ​ທີ່​ເຮັດ​ໃຫ້​ພາລະກິດ​ຂອງ​ພັກ​ແລະ​ປະຊາ ຊົນ​ພັດທະນາ​​ໄປ​ທັນ​ຍຸກ​ສະ​ໄໝ​ນຳ​.

ການ​ປະຕິ​ຮູບ​ຕ້ອງ​ຍຶດຖື​ທິດ​ທາງ​ຢ່າງຖືກຕ້ອງ, ບໍ່​​ໃຫ້​ເດີນ​ຕາມ​​ເສັ້ນທາງ​​ເກົ່າ​ທີ່​​ປິດ ປະຕູ​​​ແລະ​ຕາຍ​ຕົວ, ​ແລະ​ຂໍ​ໃຫ້​ເດີນ​ໄປ​ສູ່ທິດ​ທາງ​ຢ່າງ​ພິດ​ພາດ​ທີ່​ປ່ຽນ​ລັດທິ​ຂອງ​ຕົນ. ພວກ​ເຮົາ​ຕ້ອງ​​ເອົາ​ການ​ປັບປຸງ​ແລະ​ພັດທະນາ​ລະບອບ ສັງຄົມ​ນິຍົມ​ທີ່​ມີ​ສີສັນ​ພິ​ເສດ​ຂອງ​ຈີນ, ​ແລະ​ຊຸກຍູ້​ການ​ສ້າງ​​ໃຫ້ລະບົບ​ຄຸ້ມ​ຄອງ​ປະ​ເທດ​ແລະຫັນ​ຄວາມ​ສາມາດ​ການ​ຄຸ້ມ​ຄອງ​ປະ​ເທດ​ໃຫ້​ເປັນ​ແບບ​ທັນ​ສະ​ໄໝ​ເປັນ​ເປົ້າ​ໝາຍ​ສັງ​ລວມຂອງ​ການ​ລົງ​ເລິກ​ການ​ປະຕິ​ຮູບ​ຢ່າງຮອບດ້ານ, ມີ​ຄວາມ​ກ້າຫານ​ໃນ​ການ​​ຊຸກຍູ້ປະດິດ​ສ້າງ​ໃໝ່​ດ້ານທິດ​ສະ​ດີ, ມີການປະ ດິດສ້າງ ໃໝ່​ດ້ານ​ພຶດຕິ​ກຳ, ມີ​ການ​ປະດິດ​ສ້າງ​​ໃໝ່​ດ້ານ​ລະບຽບການ​ແລະ​ການ​ປະດິດ​ສ້າງ​ໃໝ່​ໃນ​ດ້ານ​ອື່ນໆ, ​ເຮັດ​ໃຫ້​ລະບຽບການ​ຕ່າງໆ​ສົມບູນ​​ແບບກວ່າ​ເກົ່າ, ​ເຮັດ​ໃຫ້ການ​ພັດທະນາ​ມີ​ຄຸນ​ນະພາ​ບດີ​ຂຶ້ນ​ກວ່າ​ເກົ່າ, ​ເຮັດ​ໃຫ້ການປົກຄອງ​ມີ​ລະດັບ​ສູງ​ກວ່າ​ເກົ່າ. ​ເຮັດ​ໃຫ້​ປະຊາຊົນ​ມີ​ຄວາມ​ຮູ້ສຶກ​ວ່າ​ໄດ້​ຮັບຜົນ​ຫຼາຍ​ກວ່າ​ເກົ່າ.

ພວກ​ເຮົາ​ຕ້ອງ​ຍຶດຖື​ການ​ປະຕິ​ຮູບ​ດ້ານລະບຽບການເສດຖະກິດ​ເປັນ​ຈຸດ​ໜັກ, ຍຶດໝັ້ນ​ທິດ​ທາງ​ການ​ປະຕິ​ຮູບ​ເສດຖະກິດ​ຕະຫຼາດສັງຄົມ​ນິຍົມ, ລົງ​ເລິກ​ການ​ປະຕິ​ຮູບ​ລະບຽບການ​ເສດຖະກິດ, ລະບອບ​ການ​ເມືອງ, ລະບຽບການ​ວັດທະນະທຳ, ລະບຽບການ​ສັງ ຄົມ, ລະບຽບການ​ສິ່ງ​ແວດ​ລ້ອມ​ທຳ​ມະ​ຊາດ​​ແລະ​ລະບຽບ​ການ​ສ້າງສາຂອງ​ພັກ.

ການ​ປະຕິ​ຮູບ​ສ່ວນ​ຫຼາຍ​ແມ່ນ​ດຳ​ເນີນຈາກ​ງ່າຍ​ຫາ​ຍາກ. ການ​ປະຕິ​ຮູບ​ຂອງ​ພວກ​ເຮົາ​ຕ້ອງ​ເອົາ​ໃຈ​ໃສ່​ນຳ​ລັກສະ​ນະ​​ລະບົບ, ລັກສະນະ​​ລວມສູນ ​ແລະລັກສະນະ​​ປະສານ​ງານ, ຕ້ອງ​ກ້າ​ລົງ​ເລິກ​ຄວາມ​ຫຍຸ້ງຍາກ, ກ້າ​ແກ້​ໄຂ​ຄວາມ​ຫຍຸ້ງຍາກ. ພວກ​ເຮົາ​ຕ້ອງມີ​ຄວາມ​ກ້າຫານ​ໃນ​ການ​ປະຕິ​ຮູບ​​ຕົນ​ເອງ, ມີ​ມານະ​ຈິດ​ອັນ​ໃຈາງ​ກ້າ​ລົງ​ເລິກ​ຄວາມ​ຫຍຸ້ງຍາກ, ກ້າ​ແກ້​ໄຂເດັດດ່ຽວ​ໜຽວ​ແໜ້ນ​ເພື່ອ​ຊຸກຍູ້ ການ​ປະຕິ​ຮູບ, ຕ້ອງ​ກ້າ​ຜ່າຕັດ​​ເພື່ອ​ປົວພະຍາດ​ທີ່​ເປັນມາຫຼາຍ​ປີ, ກ້າ​ແກ້​ໄຂ​ການ​ພົວພັນ ແລະ​ຄວາມຂັດ​ແຍ້ງ​ທີ່​ກະທົບ​ເຖິງ​ຜົນ​ປະ​ໂຫຍ​ດ​ເລິກ​ເຊິ່ງ, ​ເດັດດ່ຽວ​ທັບ​ມ້າງ​ການຜູກ​ມັດ​ຕໍ່​ແນວ​ຄິດ​​ແລະ​ທັດສະນະ, ​ເດັດດ່ຽວ​ທັບ​ມ້າງ​ກຳ​ແພງຜົນ​ປະ​ໂຫຍ​ດ, ​ເດັດດ່ຽວ​​ລົບ​ລ້າງ​ສິ່ງ​ກີດຂວາງ​​ລະບຽບການ​ກົນ​ໄກ​ທີ່ກົດ​ໜ່ວງ​ຖ່ວງ​ດຶງ​ການ​ພັດທະນາ​​ກຳລັງ​ການຜະລິດຂອງ​ສັງຄົມ.

ການປະຕິຮູບແລະການປົກຄອງຕາມກົດໝາຍ​ເໝືອນ​ດັ່ງປີກນົກ 2 ​ເບື້ອງ, ​ລົດ 2 ກົງ. ພວກ​ເຮົາ​ຕ້ອງຍຶດໝັ້ນ​ພັດທະນາ​ຕາມ​ເສັ້ນທາງ​ປົກຄອງ​ປະ​ເທດ​ຕາມ​ກົດ​ໝາຍ​ຂອງ​ສັງຄົມ​ນິຍົມ​ທີ່​ມີ​ສີສັນ​ພິ​ເສດ​ຂອງ​ຈີນ, ​ເລັ່ງລັດ​ປະກອບ​ສ້າງ​ລະບຽບ​ການປົກຄອງ​ປະ​ເທດ​ຕາມ​ກົດໝາຍ​ຂອງ​ສັງຄົມ​ນິຍົມ​ທີ່​ມີ​ສີສັນ​ພິ​ເສດ​ຂອງ​ຈີນ, ສ້າງສາ​ປະ​ເທດ​ສັງຄົມ​ນິຍົມ​ທີ່​ປົກຄອງ​ດ້ວຍ​ກົດໝາຍ​. ​ປົກຄອງ​ປະ​ເທດ​​ດ້ວຍກົດໝາຍ​ຢ່າງຮອບດ້ານ, ​ເຊິ່ງໝັ້ນ​ແກ່ນ​ແມ່ນ​​ເອົາ​ການ ຍຶດໝັ້ນ​​ການ​ນໍາພາ​ຂອງ​ພັກ, ​ໃຫ້ປະຊາຊົນ​ເປັນ​ເຈົ້າ​ແລະການ​ປົກຄອງ​ປະ​ເທດ​ດ້ວຍ​ກົດ​ໝາຍ​​ໃຫ້​ເປັນ​ເອກະ​ພາບ​ກັນ, ຂໍ​ກະ​ແ​ຈ​ແມ່ນ​ຍຶດໝັ້ນ​ການສ້າງ​ກົດໝາຍ​​ໂດຍ​ພັກ, ​ຮັບປະກັນ​ການ​ປະຕິບັດ​ຕາມ​ກົດ​ໝາຍ, ​ສະໜັບສະໜູນ​ຍຸຕິ​ທໍາ, ​ນໍາໜ້າ​ປະຕິບັດ​ຕາມ​ກົດໝາຍ. ຕ້ອງສ້າງ​​ອິດ​ທິພົນ​ຂອງ​ລັດຖະທໍາມະນູນ​ແລະ​ກົດໝາຍຕ່າງໆ ຢ່າງ​ໝັ້ນຄົງ​ໃນ​ທົ່ວ​ສັງຄົມ, ສົ່ງ​ເສີມ​ຈິດ​ໃຈ​ຂອງ​ລັດຖະທໍາມະນູນ, ບໍ່​ວ່າອົງການ​ຈັດຕັ້ງ​ແລະ​ບຸກຄົນ​ໃດໆລ້ວນ​ແຕ່​ຕ້ອງ​ປະພຶດໃນ​ຂອບ​ລັດຖະທໍາມະນູນ​ ແລະ​ກົດໝາຍຕ່າງໆ​ໂດຍ​ບໍ່​ໃຫ້​ມີ​ສິດ​ພິ​ເສດ​ຢູ່​​ເໜືອ​ຂອບຂອງ​ລັດຖະທໍາມະນູນ​ແລະກົດໝາຍຕ່າງໆ.



1 2 3 4 5 6 7 8 9 10 11 12 13
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ