ບົດ​ສູນ​ທອນ​ພົດ​​ໃນ​ໂອກາດສະ​ເຫຼີ​ມສະຫຼອງ​ວັນ​ສ້າງ​ຕັ້ງພັກ​ກອມ​ມູນິດ​ຈີນ​ຄົບຮອບ 95 ປີ
2016-07-11 15:50:41  cri 


ບັນດາ​ສະ​ຫາຍ​ແລະ​ເພື່ອນ​ມິດ!

ການ​ສ້າງກຳລັງ​ປ້ອງ​ກັນ​ປະ​ເທດ​ແລະ​ກອງທັບທີ່ເຂັ້ມ​ແຂງ,​ ສອດຄ່ອງ​ກັບ​ຖານະ​ສາກົນ, ຜົນ​ປະ​ໂຫຍ​ດດ້ານ​ຄວາມ​ໝັ້ນຄົງ​ແຫ່ງ​ຊາດ​ແລະ​ຜົນ​ປະ​ໂຫຍ​ດດ້ານ​ການ​ພັດທະນາ​ຂອງ​ຈີນ,​​ເປັນ​ໜ້າ​ທີ່​ຍຸດ​ທະ​ສາດ​ໃນ​ການ​ສ້າງສາ​ສັງຄົມ​ນິຍົມ​ທີ່​ທັນ​ສະ​ໄໝ. ພວກ​ເຮົາ​ຕ້ອງ​ວາງ​ແຜນ​ການ​ພັດທະນາ​ເສດຖະກິດ​ແລະ​ການ​ປ້ອງ​ກັນ​ປະ​ເທດຢ່າງ​ເປັນ​ເອກະ​ພາບ​ກັນ, ​ເພີ່ມ​ທະວີ​ການ​ສ້າງກອງທັບ​ໃຫ້​ມີ​ລັກ​ສະ​ນະ​ປະຕິວັດ, ທັນ​ສະ​ໄໝ​ແລະ​ໄດ້​ມາດຕະຖານ​ຢ່າງຮອບດ້ານ.ຕ້ອງ​ຍຶດໝັ້ນ​ການ​ນຳພາ​ຂອງ​ພັກ​ຕໍ່​ກອງທັບ​ຢ່າງ​ເດັດ ດ່ຽວ​ໜຽວ​ແໜ້ນ, ກຳ​ແໜ້ນ​ເປົ້າ​ໝາຍຂອງ​ພັກ​ໃນ​ການ​ສ້າງ​ກອງທັບທີ່ເຂັ້ມ​ແຂງ​ພາຍ​ໃຕ້​ສະຖານະ​ການ​ໃໝ່, ຈັດ​ຕັ້ງ​ປະຕິບັດ​ການ​ສ້າງ​ກອງທັບ​ດ້ວຍ​ການ​ເມືອງ,​ສ້າງ​ຄວາມ​ເຂັ້ມ​ແຂງ​​ໃຫ້ແກ່​ກອງທັບ​ດ້ວຍ​ການ​ປະຕິ​ຮູບ, ​ແລະ​ຄຸ້ມ​ຄອງ​ກອງທັບ​ຕາມ​ກົດໝາຍ​ຢ່າງຮອບ ດ້ານ, ​ເປີດ​ກວ້າງ​ແລະ​ລົງ​ເລິກ​​ກະກຽມ​​ຕໍ່ສູ້​ດ້ານ​ການ​ທະຫານ,​ອອກ​ແຮງ​ບຳລຸງ​ສ້າງ​ທະ ຫານ​ປະຕິວັດ​ຮຸ່ນ​ໃໝ່​ທີ່​ມີ​ວິ​ຍານ,​ມີ​ຄວາມ​ເກັ່ງ​ກ້າ​ສາມາດ, ມີ​ຄວາມ​ກ້າຫານ​ແລະ​ມີ​ຄຸນສົ​ມບັດ, ພະຍາຍາມ​ສ້າງ​ກອງທັບ​ປະຊາຊົນ​ທີ່​ປະຕິບັດ​ຕາມ​ການ​ບັນຊາ​ຂອງ​ພັກ, ສາມາດ​ເອົາ​ຊະນະ​​ໃນ​ການ​ສູ້​ຮົບແລະ​ມີ​ແບບ​ແຜນ​ທີ່​ດີ. ຈີນ​ປະຕິບັດຍຸດ​ທະ​ສາດ​ການ​ທະຫານ​ທີ່​ປ້ອງ​ກັນ​ຕົວຢ່າງ​ຕັ້ງໜ້າ, ຈະ​ບໍ່​ຂົ່ມ​ຂູ່​ດ້ວຍ​ກຳລັງ​ອາວຸດ ກໍຈະ​ບໍ່​ໄປ​ອວດ​ກຳລັງ​ອາວຸດ​ຢູ່​ໜ້າ​ປະຕູ​ຂອງ​ຜູ້​ອື່ນ. ການ​ອວດ​ກຳລັງ​ອາວຸດ​ນັ້ນ​ຈະ​ບໍ່​ສາມາດ​ສ່ອງ​ແສງ​ເຖິງ​ຄວາມ​ເຂັ້ມ​ແຂງ ກໍ​ບໍ່​ສາມາດ​ເຮັດ​​ໃຫ້​ຜູ້​ອື່ນຢ້ານກົວ. ຕ້ອງ​ລົງ​ເລິກ​ຈັດ​ຕັ້ງ​ປະຕິບັດ​ຍຸດ​ທະ​ສາດ​ທີ່​ໃຫ້​ກອງທັບ​ກັບ​ປະຊາຊົນ​ເຊື່ອມ​ໂຍງ​ກັນ​ພັດທະນາ, ​ເລັ່ງລັດ​ສ້າງກຳລັງ​ປ້ອງ​ກັນ​ຄວາມ​ສະຫງົບ​​ໃຫ້​ມີ​ຄວາມ​ທັນ​ສະ​ໄໝ, ​ເພີ່ມ​ທະວີ​ການ​ປຸກລະດົມການ​ປ້ອງ​ກັນ​ປະ​ເທດ​ແລະ​ກຳລັງ​ສຳຮອງ, ປັບປຸງ​ແລະ​ຂະຫຍາຍ​ຄວາມ​ສາມັກຄີ​ລະຫວ່າງ​ກອງ​ທັບ​ກັບ​ລັດຖະບານ​ແລະ​ປະຊາຊົນ.

ການ​ຊຸກ​ຍູ້​ຂະ​ບວນການ​ທ້ອນ​ໂຮມ​ປະ​ເທດ​ຊາດ​ເປັນ​ເອກະ​ພາບ​ກັນ​ໂດຍ​ສັນຕິ, ສຳ​ເລັດ​ພາ​ລະ​ກິດ​ທ້ອນ​ໂຮມ​ປະ​ເທດ​ຊາດ, ​ເປັນຄວາມ​ຮຽກຮ້ອງ​ທີ່​ຕ້ອງ​ເປັນ​ໄປ​ໃນ​ການ​ຟື້ນ​ຟູ​ຄວາມ​ຈະ​ເລີ​ນອັນ​ຍິ່ງ​ໃຫຍ່​ຂອງ​ປະຊາ​ຊາດ​ຈີນ. ພຶດຕິ​ກຳ​ແຫ່ງ"ປະ​ເທດ​ດຽວ,​ສອງ​ລະ ບອບ"​​ໄດ້​ຮັບ​ຜົນສຳ​ເລັດ​ອັນ​ຍິ່ງ​ໃຫຍ່​ໂດຍ​​ໄດ້​ຮັບການ​ຮັບ​ຮູ້​ຈາກ​ທົ່ວ​ໂລກ, ມີ​ພະລັງ​ຊີວິດ​ຊີວາ​ອັນ​ເຂັ້ມ​ແຂງ. ບໍ່​ວ່າ​ຈະປະສົບ​ຄວາມ​ຫຍຸ້ງຍາກ​ແລະ​ສິ່ງ​ທ້າ​ທາຍ​​ໃດໆ, ພວກ​ເຮົາ​ກໍ​ຈະ​ຮັກສາ​ຄວາມ​ໝັ້ນ​ໃຈ​ແລະ​ຄວາມ​ຕັດສິນ​ໃຈ​ຢ່າງ​ບໍ່​ຫວັ່ນ​ໄຫວ​ຄອນ​ແຄນ​ຕໍ່ "ປະ​ເທດ​ດຽວ, ສອງ​ລະບອບ". ພວກ​ເຮົາ​ຈະ​ຈັດ​ຕັ້ງ​ປະ​ຕິບັດ​ຕາມ​ທິດ​ທາງ​ "ປະ​ເທດ​ດຽວ, ສອງ​ລະບອບ", "ຊາວ​ຮົງ​ກົງ​ປົກຄອງ​ຮົງ​ກົງ", "ຊາວ​ມາ​ກາວ​ປົກຄອງ​ມາ​ກາວ", ປົກຄອງ​ຕົນ​ເອງ​ໃນ​ລະດັບ​ສູງຢ່າງຮອບດ້ານ​, ​ເຮັດ​ວຽກ​ຕາມ​ລັດຖະທຳ​ມະນູນ​ແລະ​ກົດໝາຍ​ພື້ນຖານ​ຢ່າງ​ເຂັ້ມ​ງວດ, ສະ​ໜັບສະ​ໜູນ​ຜູ້​ວ່າການ​ບໍລິຫານ​ແລະ​ອົງການ​ປົກຄອງ​ເຂດ​ບໍລິຫານ​ພິ​ເສດ​ປົກຄອງ​ຕາມ​ກົດໝາຍ​ແລະ​ປະ​ຕິ​ບັດ​ໜ້າ​ທີ່​ວຽກ​ງານ, ສະໜັບສະໜູນ​ຮົງ​ກົງ​ແລະ​ມາ​ກາວ​ພັດທະນາ​ເສດຖະກິດ, ປັບປຸງ​ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ​ໃຫ້​ດີ​ຂຶ້ນ,​ຊຸກຍູ້​ປະຊາທິປະ​ໄຕ​ແລະ​​ເສີມ​ສ້າງ​ຄວາມ​ກົມກຽວ​ກັນ.

ການ​ທີ່​ສາຍ​ພົວພັນ​ສອງ​ຝັ່ງ​ຊ່ອງ​ແຄບ​ໄຕ້​ຫວັນ​ຂະຫຍາຍຕົວ​​ໂດຍ​ສັນຕິ​ນັ້ນ​ເປັນ​ເສັ້ນ ທາງ​ອັນ​ຖືກຕ້ອງ​ທີ່​ປົກ​ປ້ອງ​ສັນຕິພາບ​ລະຫວ່າງ​ສອງ​ຝັ່ງ​ຊ່​ອງ​ແຄບ,​ຊຸກ​ຍູ້​ການ​ພັດທະນາ​ພ້ອມ​ກັນ, ສ້າງ​ຄວາມສຸກ​ໃຫ້​ແກ່​ພີ່ນ້ອງ​ຮ່ວມ​ຊາດ​ຢູ່ສອງ​ຝັ່ງ​ຊ່ອງ​​ແຄບ ກໍ​ເປັນ​ເສັ້ນທາງ​ອັນ​ສົດ​​ໃສ​ທີ່​ກ້າວ​ໄປ​ສູ່​ການ​ທ້ອນ​ໂຮມ​ເປັນ​​ເ​ອກະພາບ​ໂດຍ​ສັນຕິ.​ການ​ຍຶດໝັ້ນ "ຄວາມ​ຮັບ​ຮູ້​ທີ່​ເປັນ​ເອກະສັນ​ກັນ​ປີ1992",​ຄັດຄ້ານ​ແນວ​ຄິດ"​ແບ່ງ​ແຍກ​​ໄຕ້​ຫວັນ​ເປັນ​ເອກະລາດ" ນັ້ນ​ເປັນ​ພື້ນຖານ​ການ​ເມືອງ​ທີ່​​ໃຫ້ການ​ພົວພັນ​ສອງ​ຝັ່ງ​ຊ່ອງ​ແຄບ​ຂະຫຍາຍຕົວ​ໂດຍ​ສັນຕິ. ພວກ​ເຮົາ​ເດັດດ່ຽວຕໍ່ຕ້ານ​ອິດ​ທິກຳລັງທີ່​ເຈຕະນາ​ແບ່ງ​ແຍກ​ໄຕ້​ຫວັນ​ເປັນ​ເອກະລາດ. ສຳລັບ​ການ​ກະທຳ​ທີ່​ແບ່ງ​ແຍກ​ປະ​ເທດ​ຊາດ​ຂອງ​ຜູ້​ໃດ ​ໃນ​ເວລາ​ໃດ ແລະ​ດ້ວຍ​ຮູບ​ການ​ໃດ​ນັ້ນ, ປະຊາຊົນ​ຈີນ1ຕື້300ລ້ານ​ຄົນ,ກໍ​ຄືທົ່ວ​ປະຊາ​ຊາດ​ຈີນ​ຈະ​ບໍ່​ຍອມ​ຮັບຢ່າງ​ເດັດ ຂາດ!  ພີ່ນ້ອງ​ຮ່ວມ​ຊາດ​ຢູ່ສອງ​ຝັ່ງ​ຊ່ອງ​ແຄບ​ເປັນ​ອ້າຍ​ນ້ອງ​ຮ່ວມ​ຊາຕາກຳ, ​ເປັນ​ຄອບ ຄົວ​​ເຊື້ອສາຍ​ດຽວ​ກັນ. ຄວາມ​ເຂັ້ມ​ແຂງ​ຂອງ​ຊົນ​ຊາດ​ເປັນຄວາມ​ສຸກ​ຂອງ​ພີ່ນ້ອງ​ຮ່ວມ​ຊາດ​ທັງ​ປວງ; ຄວາມ​ອ່ອນ​ແອ​ແລະ​ຄວາມ​ປັ່ນ​ປ່ວນ​ຂອງ​ຊົນ​ຊາດ ​ເປັນ​ໄພພິບັດ​ຂອງ​ພີ່ນ້ອງ​ຮ່ວມ​ຊາດ. ສອງ​ຝັ່ງ​ຊ່ອງ​ແຄບ​ຄວນ​ເອົາ​ໃຈ​ໃສ່​ຜົນ​ປະ​ໂຫຍ​ດຮ່ວມ​ຂອງ​ທົ່ວ​ຊົນ​ຊາດ, ຮ່ວມ​ມື​ກັນ​ສ້າງ​ຄວາມ​ພະຍາຍາມ​ເພື່ອ​ບັນລຸ​ຄວາມມຸ່ງ​ຫວັງ​ຂອງ​ຈີນ​ທີ່​ຟື້ນ​ຟູ​ຄວາມ​ຈະ​ເລີ​ນອັນ​ຍິ່ງ​ໃຫຍ່​ຂອງ​ປະຊາ​ຊາດ​ຈີນ.



1 2 3 4 5 6 7 8 9 10 11 12 13
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ