ບົດ​ສູນ​ທອນ​ພົດ​​ໃນ​ໂອກາດສະ​ເຫຼີ​ມສະຫຼອງ​ວັນ​ສ້າງ​ຕັ້ງພັກ​ກອມ​ມູນິດ​ຈີນ​ຄົບຮອບ 95 ປີ
2016-07-11 15:50:41  cri 


ບັນດາ​ສະຫາຍ ​ແລະ​ເພື່ອ​ມິດ!

ບູຮານ​ພາສິດກ່າວ​​ໄວ້​ວ່າ: "​ແວ່ນ​ໃສ​ເພື່ອ​ເຫັນ​ຮູບ, ອະດີດ​ບົ່ງ​ບອກອະນາຄົດ". ມື້​ນີ້ ພວກ​ເຮົາ​ມາ​ຫວນ​ຄືນ​ປະຫວັດສາດ​ ບໍ່​ແມ່ນ​ເພື່ອ​ຊອກ​ຫາ​ການ​ປອບ​ໃຈ​ຕົນ​ເອງ​ຈາກ​ຜົນງານ​ຕ່າງໆ ທັງບໍ່​ແມ່ນ​ພໍ​ໃຈ​ນຳ​ສິ່ງ​ທີ່​ມີ, ຫາ​ຂໍ້​ອ້າງ​ເພື່ອ​ຫຼີກ​ເວັ້ນ​ຄວາມ​ຫຍຸ້ງຍາກ ​ແລະ​ບັນຫາ​ທີ່​ພວກ​ເຮົາ​ຜະເຊີນ​ໜ້າ​ໃນ​ປັດຈຸບັນ, ຫາກ​ແມ່ນ​ເພື່ອ​ສະຫຼຸບ​ເອົາ​ບົດຮຽນ​ຈາກ​ປະຫວັດສາດ, ກຳກັບ​ກົດ​ເກນ​ປະ​ຫວັດ​ສາດ, ​ເພີ່ມ​ທະວີ​ຄວາມ​ກ້າຫານ ​ແລະ​ພະລັງ​ແຮງ​ໃນ​ການ​ສືບ​ຕໍ່​ກ້າວ​ໄປ​ໜ້າ.

ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ 18 ຂອງ​ພັກ​ກອມ​ມູນິດ​ຈີນ​ໄດ້​ສະ​ເໜີ​ອອກ​ມາ​ວ່າ, ການ​ທີ່ຍຶດໝັ້ນ ​ແລະ​ພັດທະນາ​ສັງຄົມ​ນິຍົມ​ທີ່​ມີ​ສີສັນ​ພິ​ເສດ​ຂອງ​ຈີນ​ແມ່ນ​ໜ້າ​ທີ່​ປະຫວັດສາດ​ທີ່​ຍາວ​ນານ​ ​ແລະ​ໜັກ​ໜ່ວງ, ຕ້ອງ​ກຽມ​ດຳ​ເນີນ​ການ​ສູ້​ຊົນ​ອັນ​ຍິ່ງ​ໃຫຍ່ທີ່​ມີ​ຈຸດ​ພິ​ເສດ​ທາງ​ປະຫວັດສາດ​ອັນ​ໃໝ່​ຫຼາຍ​ຄັ້ງ. ນີ້ກໍ​ຄື​​ເຕືອນ​ໃຫ້​ທົ່ວ​ພັກ​ຮູ້​ໄວ້​ວ່າ, ຕ້ອງ​ກຽມພ້ອມ ​ທຸກ​ເວລາ​ເພື່ອຮັບມື​ກັບ​ສິ່ງທ້າ​ທາຍ​ໃຫຍ່, ຕ້ານ​ກັບ​ຄວາມ​ສ່ຽງ​ໃຫຍ່, ຜ່ານ​ຜ່າ​ຄວາມ​ຂັດ​ແຍ້ງ​ໃຫຍ່ ​ແລະ​ແກ້​ໄຂ​ບັນຫາ​ໃຫຍ່, ຍຶດໝັ້ນ ​ແລະ​ພັດທະນາ​ສັງຄົມ​ນິຍົມ​ທີ່​ມີ​ສີສັນ​ພິ​ເສດ​ຂອງ​ຈີນ, ຍຶດໝັ້ນ ​ແລະ​ປັບປຸງບົດບາດ​ນຳພາ ​ແລະການກຳ​ອຳນາດ​ຂອງ​ພັກ​ກອມ​ມູນິດ​ຈີນ ​ເຮັດ​ໃຫ້​ພັກ​ຂອງ​ພວກ​ເຮົາ, ປະ​ເທດ​ຂອງ​ພວກ​ເຮົາ ​ແລະ​ປະຊາຊົນ​ຂອງ​ພວກ​ເຮົາ​ຢູ່​ໃນ​ຖານະ​ທີ່​ບໍ່​ເສຍ​ໄຊ​ຕາມ​​ເທົ່າ​ໃດໆ.

ປະຫວັດສາດ​ແມ່ນ​ຈະ​ຂະຫຍາຍ​ໄປ​ໜ້າ​ເລື້ອຍໆ, ປະຫວັດສາດ​ຈະ​ບໍ່​ລໍຄອຍ​ຜູ້​ທີ່​ລັ່ງ​ເລ​, ຜູ້​ທີ່ຄອງ​ຄອຍ​, ຜູ້​ທີ່ລະ​ເຫຼີງແລະອ່ອນ​ແອ. ມີ​ແຕ່​ຄົນ​ທີ່ກ້າວ​ທັນ​ຈັງ​ຫວະ​ຂອງ​ປະຫວັດສາດ ​ແລະມີ​ຄວາມ​ຜູກ​ພັນ​ກັບ​ຍຸກ​ສະ​ໄໝ​ນັ້ນ ຈິ່ງ​ສາມາດ​ຍາດ​ໄດ້​ອະນາຄົດ​ທີ່​ສະຫວ່າງ​ສະ​ໄຫວ.

ພັກ​ຂອງ​ພວກ​ເຮົາ​ຜ່ານ​ຜ່າມາ​ໄດ້ 95 ປີ​ແລ້ວ, ​ແຕ່​ພວກ​ເຮົາ​ຕ້ອງ​ຮັກສາ​ນ້ຳ​ໃຈ​ສູ້​ຊົນ​ຂອງ​ສະມາຊິກພັກ​ກອມ​ມູນິດ​ຈີນ​ໃນ​ສະ​ໄໝ​ຫາ​ກໍ່ສ້າງ​ຕັ້ງ​ພັກ, ຕ້ອງ​ຮັກສາ​ຈິດ​ໃຈ​ທີ່​ຮັກ​ແພງ​ປະຊາຊົນ​ຕາມ​ເທົ່າ​ໃດໆ. ທຸກ​ສິ່ງ​ທຸກ​ຢ່າງ​ຕ້ອງ​ກ້າວ​ໄປ​ໜ້າ, ​ແຕ່​ບໍ່​ຄວນ​ຫຼົງ​ລືມ​ເສັ້ນທາງ​ທີ່​ເຄີຍ​ກ້າວ​ຜ່ານ; ຍ່າງ​ໄປ​ໄກ​ປານ​ໃດ, ​ໄດ້​ປະສົບ​ກັບ​ອະນາຄົດ​ທີ່​ຮຸ່ງ​ເຮືອງ​ປານ​ໃດ ກໍບໍ່​ຄວນ​ລືມ​ອະດີດ​ທີ່​​ຜ່ານ​ມາ, ບໍ່​ຄວນ​ລືມ​ສິ່ງ​ທຳ​ອິດວ່າ​ແມ່ນ​ຍ້ອນ​ຫຍັງ​ຈິ່ງ​ເດີນ​ຕາມ​ເສັ້ນທາງ​ຍາວ​ໄກ. ອວ່າຍໜ້າ​ໄປ​ສູ່​ອະນາຄົດ, ອວ່າຍໜ້າ​ໄປ​ສູ່​ສິ່ງ​ທ້າ​ທາຍ, ສະຫາຍ​ຂອງ​ທົ່ວພັກ​ບໍ່​ຄວນ​ລືມ​ຈຸດປະສົງ​ແຕ່​ຫົວທີ, ສື​ບຕໍ່​ກ້າວ​ໄປ​ທາງ​ໜ້າ.

---- ຍຶດໝັ້ນ​ການບໍ່​​ລືມ​ຈຸດປະສົງ​ແຕ່​ຫົວທີ, ສືບ​ຕໍ່​ກ້າວ​ໄປ​ທາງ​ໜ້າ, ກໍຄື​ຕ້ອງ​ຍຶດ ໝັ້ນ​ຖານະ​ຊີ້​ນຳ​ຂອງ​ລັດທິ​ມາກ​ເລ​ນິນ, ຍຶດໝັ້ນ​ເອົາ​ທິດ​ສະດີ​ພື້ນຖານ​ຂອງ​ລັດທິ​ມາກ​ເລ​ນິນ​ປະສົມ​ປະສານກັບ​ສະພາບ​ຕົວ​ຈິງຂອງ​ຈີນ ແລະ​ຈຸດ​ພິ​ເສດ​ແຫ່ງ​ຍຸກສະ​ໄໝ​ຢ່າງ​ແໜ້ນ​ແຟ້ນ, ຊຸກຍູ້​ການ​ປະດິດ​ສ້າງ​ໃໝ່​ທາງ​ທິດ​ສະ​ດີ, ການ​ປະດິດ​ສ້າງ​ໃໝ່​ທາງ​ພຶດຕິ​ກຳ, ​ເພື່ອ​ຊຸກຍູ້​​ໃຫ້​ລັດທິ​ມາກ​ເລ​ນິນ​ຫັນ​ເປັນ​ແບບ​ຈີນ​ນັ້ນ​ກ້າວ​ໄປ​ໜ້າ​ເລື້ອຍໆ.

​ແນວ​ຄິດ​ຊີ້​ນຳ​ຖື​ເປັນ​ທຸງ​ໃບ​ດ້ານ​ຈິດ​ໃຈ​ຂອງ​ພັກ​ການ​ເມືອງ​ພັກ​ໜຶ່ງ. ​ໃນ​ໄລຍະ 95 ປີ​ມາ​ນີ້, ພັກ​ກອມ​ມູນິດ​ຈີນ​ໄດ້​ສຳ​ເລັດ​ໜ້າ​ທີ່​ທີ່​ໜັກໜ່ວງ, ​ແຕ່ກຳລັງ​ການ​ເມືອງ​ຕ່າງໆ​ໃນ​​ໄລຍະ​ຫຼັງໆ​ບໍ່​ສາມາດ​ເຮັດ​ຫຼ້ອນ​ນັ້ນ ກໍ​ຍ້ອນ​ວ່າ​ໄດ້​ຖືລັດທິ​ມາກເປັນ​ການ​ຊີ້​ນຳ​ການ​ເຄື່ອນ​ໄຫວ​ຂອງ​ຕົນ​ເອງ ​ແລະ​ຍຶດໝັ້ນ​ການ​ໃຫ້​ລັດທິ​ມາກ​ເລ​ນິນ​ມີ​ເນື້ອ​ໃນ​ອຸດົມສົມ​ບຸນ ​ແລະ​ມີ​ການ​ພັດທະນາ​ຂຶ້ນ​ໃນພຶດຕິ​ກຳ​ຕ່າງໆ. ອັນ​ໄດ້​ເຮັດ​ໃຫ້​ພັກ​ພວກ​ເ​ຮົາ​​ຫຼຸດ​ພົ້ນ​ອອກ​ຈາກ​ສະພາບ​ການ​ທີ່​ພັກ​ການ​ເມືອງອື່ນໆ​ສະ​ແຫວ​ງຫາ​ແຕ່​ຜົນ​ປະ​ໂຫຍ​ດ​ແກ່​ຕົວ, ​ແລ້ວ​ນຳພາ​ແລະ​ຊຸກຍູ້​ການ​ປະຕິວັດ, ການ​ສ້າງສາ ​ແລະ​ການ​ປະຕິ​ຮູບ​ຂອງ​ຈີນ​ດ້ວຍ​ນ້ຳ​ໃຈ​ວິທະ ຍາສາດ ​ແລະ​ບໍ່​ເຫັນ​ແກ່​ຕົວ, ຍຶດໝັ້ນ​ຄວາມ​ເປັນ​ສັດ​ຈະ, ​ແກ້​ໄຂ​ຄວາມ​ຜິດພາດ​​ເລື້ອຍໆ. ບໍ່​ວ່າ​ຢູ່​ໃນ​ສະພາບ​ທີ່​ດີ ຫຼື ບໍ່​ດີ, ພັກ​ຂອງ​ພວກ​ເຮົາ​ບໍ່​ເຄີຍ​ປະລະການ​ຍຶດໝັ້ນລັດທິ​ມາກ.

ລັດ​ທິມາກ​ພັດທະນາ​ຢູ່​ຈີນ ​ໄດ້​ຕອບສະໜອງ​ການ​ຊີ້​ນຳ​ທິດ​ສະດີ​ຕາມ​ຫຼັກ​ວິທະຍາ ສາດ​ທີ່​ກ້າວ​ໜ້າ​ຕາມ​ຍຸກ​ສະ​ໄໝ​ໃຫ້​ແກ່​ວຽກ​ງານ​ພັດທະນາ​ຂອງ​ພັກ​ແລະປະຊາຊົນ, ​ໄດ້​ເປັນ​ພື້ນຖານ​ແນວ​ຄິດ​ທີ່​ໜັກ​ແໜ້ນ​ໃຫ້​ແກ່​ການ​ເພີ່ມ​ທະວີ​ຄວາມ​ສາມັກຄີ​ແລະ​ເອກະ​ພາບ​ກັນ​ຂອງ​ທົ່ວ​ພັກ ​ແລະ​ປະຊາຊົນ​ບັນດາ​ເຜົ່າ​ໃນ​ທົ່ວ​ປະ​ເທດ.

ລັດທິ​ມາກ​ແມ່ນ​ແນວ​ຄິດ​ຊີ້​ນຳທີ່​ເປັນ​ພື້ນຖານ​​ທີ່​ສຸດ​ທີ່​​ ​ເຮັດ​ໃຫ້​ພັກ​ແລະ​ປະ​ເທດ​ພວກ​ເຮົາ​ດຳລົງ​ຄົງ​ຢູ່. ຖ້າວ່າ​ຝ່າຝືນ ຫຼື ລະ​ເມີດ​ລັດທິ​ມາກ, ພັກ​ຂອງ​ພວກ​ເຮົາ​ກໍຈະ​ເສຍ​ວິ​ນ ຍານ, ​ເສຍ​ທິດ​ກ້າວ​ໄປ​ໜ້າ. ​ໃນ​ບັນຫາ​ກົກ​ຮາກ​ທີ່​ຍຶດໝັ້ນ​ຖານະ​ຊີ້​ນຳ​ຂອງ​ລັດທິ​ມາກ​  ພວກ​ເຮົາ​ຕ້ອງ​ມີ​ທ່າ​ທີ​ໝັ້ນ​ໜຽວ​ບໍ່​ປ່ຽນ​ແປງ, ບໍ່​ໃຫ້​​ຫວັ່ນ​ໄຫວ​ຄອນ​ແຄນ​​ແມ່ນ​ແຕ່​ໜ້ອຍ ດຽວ​ບໍ່​ວ່າ​ຈະ​ໃນ​​ໂອກາດ​ໃດ​ແລະ​ສະພາບ​ການ​ໃດ.

​ ຂະນະ​ດຽວ​ກັນ ​ໂດຍ​ຜະ​ເຊີນ​ກັບ​ຈຸດ​ພິ​ເສດ​ໃໝ່​​ແຫ່ງ​ຍຸກ​ສະ​ໄໝ ​ແລະ​ຄວາມ​ຕ້ອງການ​ໃໝ່​ຂອງ​ພຶດຕິ​ກຳ, ລັດທິ​ມາກ​ກໍຜະ​ເຊີນ​ກັບ​ບັນຫາ​ທີ່​ຫັນ​ເປັນ​ແບບ​ຈີນ, ຫັນ​ເປັນ​ແບບ​ທັນ​ສະ​ໄໝ ​ແລະ​ຫັນ​ເປັນ​ແບບ​ປະຊາຊົນ​ຕື່ມ​ອີກ. ລັດທິ​ມາກ​​ບໍ່​ເຄີຍ​ເຮັດ​ໃຫ້​ຄວາມ​ສັະ​ຈະ​ນັ້ນ​ສິ້ນ​ສຸດ​ລົງ ​ແຕ່ຫາກ​ແມ່ນ​ໄດ້​ໄຂ​ເສັ້ນທາງ​ພາ​ໃຫ້​​ໄປ​ສູ່​ຄວາມ​ສັດ​ຈະ. ທ່ານ​ອັງ​ແກນ​ເຄີຍ​ກ່າວ​​ວ່າ: "ທັດສະນະ​ຂອງ​ທ່ານ​ມາກຕໍ່​ທົ່ວ​ໂລກບໍ່​ແມ່ນ​ທັດສະນະ​ໃດ​ໜຶ່ງ, ຫາກ​ແມ່ນ​ວິທີ​ການ ​ເຊິ່ງສິ່ງ​ທີ່​ສະໜອງ​ນັ້ນ​ບໍ່​ແມ່ນ​ທິດ​ສະ​ດີ​ທີ່​ມີ​​ຢູ່​, ຫາກ​ແມ່ນ​ຈຸດ​ເລີ່​ມຕົ້ນ​ທີ່​ດຳ​ເນີນ​ການ​ຄົ້ນຄວ້າ​ຕໍ່​ໄປ ​ແລະ​ວິທີ​ການ​ໃນ​ການ​ດຳ​ເນີນ​ການ​ຄົ້ນຄວ້າ."

ຍຸກ​ສະ​ໄໝ​ຖື​ເປັນ​ມານ​ດາ​ແຫ່ງ​ແນວ​ຄິດ, ພຶດຕິ​ກຳ​ກໍ​ແມ່ນ​ແຫຼ່ງທີ່​ມາ​ຂອງ​ທິດ​ສະ​ດີ. ພຶດຕິ​ກຳ​ແມ່ນ​ບໍ່​ມີ​ຈຸດ​ຈົບ, ການ​ທີ່ພວກ​ເຮົາຊອກ​ຮູ້​ກ່ຽວ​ກັບ​ຄວາມ​ເປັນ​ສັດ​ຈະ ​ແລະ​ດຳ​ເນີນ​ການ​ປະດິດ​ສ້າງ​ໃໝ່ທາງ​ທິດ​ສະ​ດີ​ນັ້ນ​ກໍບໍ່​ມີ​ບ່ອນ​ສິ້ນ​ສຸດ​ລົງ. ​ໃນ​ສູ່​ມື້​ນີ້, ການ​ປ່ຽນ​ແປງ​​ແຫ່ງ​ຍຸກ​ສະ​ໄໝ, ຄວາມ​ກວ້າງ​ແລະ​ຄວາມ​ເລິກ​ເຊິ່ງ​ແຫ່ງ​ການ​ພັດທະນາ​ຂອງ​ປະ​ເທດ​ພວກ​ເຮົາ​ແມ່ນ​ລື່ນ​ ການ​ຄາດ​ໄວ້​ຂອງ​ພວກ​ນັກ​ລັດທິ​ມາກໃນ​ສະ​ໄໝ​ກ່ອນ​ແລ້ວ. ພ້ອມ​ກັນ​ນັ້ນ, ສັງຄົມ​ນິຍົມ​ຢູ່​ຈີນ​ພຽງ​ແຕ່​ມີ​ພຶ​ດຕິ​ກຳ​ເປັນ​ເວລາຫຼາຍ​ສິບ​ປີ​ທໍ່​ນັ້ນ, ຍັງ​ຢູ່​ໃນ​ໄລຍະ​ຕົ້ນ, ​ໄປ​ຄຽງຄູ່​ກັບ​ການ​ຂະຫຍາຍຕົວ​ຂອງ​ວຽກ​ງານ​ຕ່າງໆ​ກໍ​ຈະ​ເກີດ​ມີ​ສະພາບ​ການ​ໃໝ່ ​ແລະ​ບັນຫາ​ໃໝ່​ຫຼາຍ​ຂຶ້ນ ​ແລະ​ຍິ່ງ​ຕ້ອງການ​​ໃຫ້ພວກ​ເຮົາ​ດຳ​ເນີນ​ການ​ຊອກ​ຄົ້ນ​ຢ່າງ​ກ້າຫານ​ທັງ​ພຶ​ດຕິ​ກຳທັງ​ບຸກທະລຸ​ດ້ານ​ທິດ​ສະ​ດີ.

ຖ້າວ່າ​ບໍ່​ຮູ້​ທິດ​ສະ​ດີ​ທີ່​ສິ້ນ​ເຊິ່ງ, ຜູ້​ອື່ນ​ກໍ​ຍ່ອມ​ຮັບ​ບໍ່​ໄດ້.ພວກ​ເຮົາ​ຄວນ​​ເບິ່ງພື້ນຖານ​ຕົວ​ຈິງ ​ແລະ ຄວາມ​ຕ້ອງການດ້ານ​ພຶດຕິ​ກຳ​ຂອງ​ລັດທິ​ມາກ​ທີ່​ພັດທະນາ​ໃນ​ສະ​ໄໝ​ປັດຈຸບັນ​ດ້ວຍ​ສາຍຕາ​ທີ່ກວ້າງໄກ​ກວ່າ​ເກົ່າ, ຍຶດໝັ້ນສຸມ ໃສ່ການແກ້ໄຂບັນຫາ​ຕ່າງໆ, ຍຶດໝັ້ນ​​​​ວຽກ​ທີ່​ພວກ​ເຮົາ​ກຳລັງ​ເຮັດ​ນັ້ນ​ເປັນ​ໃຈກາງ, ​ຟັງຫາງສຽງ​ຂອງ​ຍຸກ​ສະ​ໄໝ, ລົງ​ເລິກ​ຊຸກ​ຍູ້​ໃຫ້​ລັດທິ​ມາກ​ເຊື່ອມ​ໂຍງ​ກັບ​ສະພາບ​ຕົວ​ຈິງອັນ​ລະອຽດຂອງ​ຈີນ​​ໃນ​ສະ​ໄໝ​ປັດຈຸບັນ, ສ້າງ​ສະພາບ ການໃໝ່​ແຫ່ງການພັດທະນາ​ລັດທິ​ມາກໃນ​ສະຕະວັດ​ທີ 21 ຢ່າງ​ບໍ່​ຢຸດ​ຢັ້ງ, ​ເຮັ​ດ​ໃຫ້​ລັດທິ​ມາກ​ຂອງ​ຈີນ​ໃນ​ສະ​ໄໝ​ປັດຈຸບັນເປັ່ງປະກາຍແສງ​ສະຫວ່າງແຫ່ງ ສັດຈະ​ທຳ​ຫຼາຍກວ່າ​​ເກົ່າ.



1 2 3 4 5 6 7 8 9 10 11 12 13
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ