ບົດ​ສູນ​ທອນ​ພົດ​​ໃນ​ໂອກາດສະ​ເຫຼີ​ມສະຫຼອງ​ວັນ​ສ້າງ​ຕັ້ງພັກ​ກອມ​ມູນິດ​ຈີນ​ຄົບຮອບ 95 ປີ
2016-07-11 15:50:41  cri 


----ຍຶດໝັ້ນ​ການບໍ່​ລືມ​ຈຸດປະສົງ​ແຕ່​ຫົວທີ, ສືບ​ຕໍ່​ກ້າວ​ໄປ​ທາງ​ໜ້າ. ກໍ​ຕ້ອງ​​ເ​ຊື່​ອໝັ້ນ​ວ່າ​ຮາກ​ຖານ​ຂອງ​ພັກ​ແມ່ນ​ປະຊາຊົນ, ກຳລັງ​​​ຂອງ​ພັກ​ແມ່ນ​ປະຊາຊົນ, ຍຶດໝັ້ນທຸກ​ສິ່ງ​ທຸກ​ຢ່າງເພື່ອ​ປະຊາຊົນ, ທຸກ​ສິ່ງ​ທຸກ​ຢ່າງ​ອາ​ໄສ​ປະຊາຊົນ, ​ເສີມ​ຂະຫຍາຍຄວາມຫ້າວ​ຫັນ, ຄວາມ​ເປັນ​ເຈົ້າ​ຕົນ​ເອງ, ​ແລະລັກສະນະ​ປະດິດ​ສ້າງ​ໃໝ່​ຂອງ​ປະຊາຊົນ​ອັນ​ກວ້າງ​ໃຫຍ່​​ໄພສານ​ຢ່າງເຕັມທີ, ​ຊຸກຍູ້​ໃຫ້​ພາລະ​ກິດ​ສ້າງ​ຄວາມຜາສຸກ​​ແກ່​ປະຊາຊົນ​ຂະຫຍາຍຕົວ​ໄປ​ໜ້າ​ຢ່າງ​ຕໍ່​ເນື່ອງ.
ຫຼັກ​ໝັ້ນ​ປະຊາຊົນ​ແມ່ນ​ຫຼັກ​ໝັ້ນ​ທາງ​ການ​ເມືອງ​ພື້ນ​ຖານທີ່​ສຸດ​ຂອງ​ພັກ​ກອມ​ມູນິດ​ຈີນ, ​ແມ່ນ​ສັນຍະ​ລັກ​ອັນ​ພົ້ນ​ເດັ່ນ​ທີ່​ພັກ​ການ​​ເມືອງຂອງ​ລັດທິກາກ ມາກ​ຕ່າງ​ກັນ​ກັບ​ພັກ​ການ​ເມືອງ​ອື່ນໆ. ພັກ​ກັບ​ປະຊາຊົນ​ຂີ່​ເຮືອ​ລຳ​ດຽວ​ບໍ່​ວ່າ​ຝົນ​ຈະ​ຕົກ​ລົມ​ຈະ​ແຮງ, ຢູ່​ນຳ​ກັນ​ບໍ່​ວ່າ​ຈະມີ​ຊີວິດ​ຢູ່​ຫຼື​ເສຍ​ຊີວິດ, ​ໄດ້​ຮັກສາ​ການ​ພົວພັນ​ຢ່າງ​ໝັ້ນ​ໜຽວ​ມາ​ໂດຍ​ຕະຫຼອດ, ​ແມ່ນ​ການ​ຮັບປະກັນ​ຮາກ​ຖານ​ທີ່​​ໃຫ້ພັກ​​ເອົາ​ຊະນະ​ຕໍ່​ຄວາມ​ຫຍຸ້ງຍາກ​ແລະ​ຄວາມ​ສ່ຽງ​​ທັງ​ໝົດ​ເໝືອນ​ດັ່ງ​ຄຳວ່າ"​ໄດ້​ຮັບ​ການ​ສະໜັບສະໜູນ​ຈາກ​ປະຊາຊົນ​ຈຶ່ງ​ມີປະ​ເທດ, ​​ເສຍ​ການ​ສະໜັບສະໜູນ​ຂອງ​ປະຊາຊົນ​ກໍເສຍ​ປະ​ເທດ."

ສະມາຊິກ​ພັກທຸກຖ້ວນ​ໜ້າຕ້ອງ​​ເອົາ​ປະຊາຊົນ​ໄວ້​ຢູ່​ບ່ອນ​ສູງ​ທີ່​ສຸດ​ໃນ​ຫົວ​ໃຈ, ຍຶດ ໝັ້ນ​ວັດຖຸ​ປະສົງ​ທີ່​ຮັບ​ໃຊ້​ປະຊາຊົນ​ຢ່າງ​ສຸດ​ອົກ​ສຸດ​ໃຈ, ​ເຮັດ​ໃຫ້​ຜົນ​ປະ​ໂຫຍ​ດຂອງ​ປະ ຊາຊົນ​​ບັນລຸຜົນ​ເປັນ​ຈິງໄດ້​ຮັບການ​ປົກ​ປັກ​ຮັກສາ, ​ແລະ​ພັດທະນາ​​ເປັນ​ຢ່າງ​ດີ​, ຕ້ອງ​ຖື​ການສະໜັບສະໜູນ​ຫຼື​ບໍ່, ​ເຫັນ​ດີ​ຫຼື​ບໍ່, ດີ​​ໃຈ​ຫຼື​ບໍ່, ຍອມຮັບ​ຫຼື​ບໍ່​ຂອງ​ປະຊາຊົນເປັນ​ມາດຕະ ຖານ​ໃນ​ການ​ຕີ​ລາຄາ​ຄວາມ​ໄດ້​ຄວາມ​ເສຍ​ຂອງ​ວຽກ​ງານ​ທັງ​ໝົດ, ​ເຮັດ​ໃຫ້​ພັກ​​ພວກ​ເຮົາ​ມີ​ກຳລັງ​ແຮງ​ຢ່າງ​ບໍ່​ຂາດ.

ການ​ນຳພາ​ປະຊາຊົນ​ສ້າງ​ຊີວິດ​ການ​ເປັນ​ຢູ່​​ໃຫ້ຄວາມສຸກ, ​ແມ່ນ​ເປົ້າ​ໝາຍ​​ສູ້​ຊົນ​ຂອງ​ພັກ​ພວກ​ເຮົາມາ​ໂດຍ​ຕະຫຼອດ. ພວກ​ເຮົາ​ຕ້ອງອີງ​ຕາມ​ຄວາມ​ມຸ່ງມາດ​ປະ​ຖະໜາ​ຕໍ່​ຊີວິດ​ການ​ເປັນ​ຢູ່​ທີ່​ດີ​ຂອງ​ປະ​ຊາ​ຊົນ, ຍຶດໝັ້ນ​ແນວ​ຄິດ​ພັດທະນາ​ທີ່​ຖື​ປະຊາຊົນ​ເປັນ​ໃຈກາງ​, ຖື​ການ​ຄ້ຳ​ປະກັນ​ແລະ​ການ​ປັບປຸງ​ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ​ເປັນ​ຈຸດ​ໜັກ, ພັດທະນາ​ວຽກ​ງານສັງຄົມ​ຕ່າງໆ, ​ເພີ່ມ​ທະ​ວີການ​ປັບປຸງວິທີ​ແບ່ງປັນ​ລາຍ​ໄດ້, ​ເອົາ​ຊະນະ​ສະໜາມ ຮົບການ​ຫຼຸດ​ພົ້ນ​ອອກ​ຈາກ​ຄວາມທຸກ​ຍາກ, ຮັບປະກັນ​ສິດ​ເຂົ້າ​ຮ່ວມ​ຢ່າງ​ສະ​ເໝີ​ພາບ​ກັນ, ​ແລະ​ສິດພັດທະນາ​ຢ່າງ​ສະ​ເໝີ​ພາບ​​ຂອງ​ປະຊາຊົນ, ​ເຮັດ​ໃຫ້​ຜົນສຳ​ເລັດ​ຂອງການປະຕິ​ຮູບ​​ການ​ພັດທະ​ນາ​ສ້າງ​ຜົນ​ປະ​ໂຫຍ​ດ​ໃຫ້​​​ແກ່​ປະຊາຊົນ​​ບັນດາ​ທ່ານ​ໃຫ້​ຫຼາຍ​ແລະ​ຍຸຕິ​ທຳ​ກວ່າ​ເກົ່າ, ກ້າວ​ໄປ​ສູ່​ເປົ້າ​ໝາຍ​ທີ່​ໃຫ້​ປະຊາຊົນ​ທຸ​ກຖ້ວນ​ໜ້າ​ຮັ່ງມີ​ຂຶ້ນ​ພ້ອມ​ກັນ.

ການ​ເຄົາລົບ​ຖານະ​​ເປັນ​ຫຼັກ​ຂອງ​ປະຊາຊົນ, ຮັບປະກັນ​ໃຫ້​ປະຊາຊົນ​​ເປັນ​ເຈົ້າ​ຕົນ​ເອງ, ​ແມ່ນ​ເຈດ​ຈຳ​ນົງມາ​ຂອງ​ພັກພວກ​ເຮົາມາ​ໂດຍ​ຕະຫຼອດ. ພວກ​ເຮົາ​ຕ້ອງ​ໄປຕາມ​ເສັ້ນທາງ​ກາ​ນພັດທະນາ​ການ​ເມືອງສັງຄົມ​ນິຍົມ​ທີ່​ມີ​ສີສັນ​ພິ​ເສດ​ຂອງ​ຈີນ​ຢ່າງ​ບໍ່​ປ່ຽນ​ແປງ, ຍຶດໝັ້ນ​​ໃນ​ໄລຍະ​ຍາວ, ປະຕິບັດ​ຕົວ​ຈິງ​ຢ່າງ​ຮອບດ້ານ, ພັດທະນາ​ລະບຽບ​ການກອງ​ປະຊຸມ​ສະພາຜູ້​ແທນ​ປະຊາຊົນຢ່າງ​ຕໍ່​ເນື່ອງ, ລະບຽບການຮ່ວມ​ມືກັນ​ລະຫວ່າງ​ຫຼາຍ​ພັກ​ແລະລະບອບການ​ປຶກສາ​ຫາລືທາງ​ການ​ເມືອງ, ລະບຽບ​ການ​ປົກຄອງ​​ໂດຍ​ຕົນ​ເອງ​ຢູ່​ເຂດ​ຊົນ​ເຜົ່າ​ສ່ວນ​ໜ້ອຍ, ລະບອບ​ການ​ປົກຄອງ​ໂດຍ​ປະຊາຊົນ​ຂັ້ນ​ຮາກຖານທີ່​ມີ​ການ​ນຳພາ​ໂດຍ​ພັກ​ກອມ​ມູນິດ​ຈີນ, ພັດທະນາ​ປະຊາທິປະ​ໄຕ​​ແບບ​ມີ​ການ​ປຶກສາ​ກັນ​ຂອງ​ສັງຄົມ​ນິຍົມ, ປັບປຸງ​ແລະ​ພັດທະນາ​ແນວ​ໂຮມ​​ເອກະ​ພາບ​ຮັກ​ຊາດ​ຢ່າງກວ້າງຂວາງ​ທີ່​ສຸດ, ​ເປີດ​ກວ້າງ​ການ​ເຂົ້າ​ຮ່ວມ​ການ​ເມືອງ​ຂອງ​ປະຊາຊົນຢ່າງ​ມີ​ລະບຽບ​ການ, ຮັບປະກັນ​ໃຫ້​ປະຊາ ຊົນ​ເຂົ້າຮ່ວມການ​ປົກຄອງ​ປະ​ເທດ​ແລະ​ການ​ປົກຄອງ​ສັງຄົມ​ຢ່າງ​ກວ້າງຂວາງ, ສ້າງ​​ເປັນສະພາບການ​ເມືອງ​ທີ່ມີ​ຊີວິດ​ຊີ​ວາ, ມີ​ຄວາມ​ໝັ້ນຄົງ​​ແລະ​ສາມັກຄີ​ກັນ.

"ສ້າງ​ຄຸນງາມຄວາມດີ​ໃຫ້​ສຳ​ເລັດ​ຕ້ອງ​ອີງ​ໃສ່​ຄວາມ​ສາມາດ, ການ​ເສີມ​ຂະຫຍາຍ ພາລະກິດ​ຕ້ອງ​ອີງ​ໃສ່​ຄວາມ​ສາມາດ​ຈິ່ງ​ຈະ​ສຳ​ເລັດ​​ໄດ້."ຖ້າ​ຢາກ​ໃຫ້ພາລະກິດ​ຂອງ​ພັກ​ແລະ​ປະຊາຊົນມີ​ການ​ຂະຫຍາຍຕົວ​ຢ່າງ​ບໍ່​ຢຸດ​ຢັ້ງ​ກໍ​ຕ້ອງນຳໃຊ້​ຜູ້​ມີ​ຄວາມ​ຮູ້​ຄວາມ​ສາມາດ​ດ້ານ​ຕ່າງໆ​ຢ່າງ​ມີ​ປະສິດທິ​ຜົນ, ​ເຕົ້າ​​ໂຮມ​ແລະ​ນຳ​ໃຊ້​ຜູ້​ມີ​ຄວາມ​ຮູ້​ຄວາມ​ສາມາດ​ໃນ​ທົ່ວ​ປະ​ເທດ​.ພວກ​ເຮົາ​ຄວນ​ເປີດກວ້າງ​ຊ່ອງ​ທາງ​ດຶງ​ດູດຜູ້​ມີ​ຄວາມ​ຮູ້​ຄວາມ​ສາມາດ​​ດ້ວຍ​ສາຍຕາ​ຄົມທີ່​ຮູ້​ເບິ່ງ​ຜູ້​ມີ​ຄວາມ​ຮູ້​ຄວາມສາ​ມາດ, ດ້ວຍ​ຄວາມ​ຈິງ​ໃຈຖະນຸຖະໜອມຫວງ​​ແຫນ​ຜູ້​ມີ​ຄວາມ​ຮູ້ຄວາມ​ສາມາດ, ດ້ວຍ​ຄວາມ​ກ້າຫານ​ໃນ​ການ​ນຳ​ໃຊ້​ຜູ້​ມີ​ຄວາມ​ຮູ້​ຄວາມ​ສາມາດ, ດ້ວຍ​ຈິດ​ໃຈກວ້າງ​​ໃນ​ການ​ຮັບ​ເອົາ​ຜູ້​ມີ​ຄວາມ​ຮູ້​ຄວາມ​ສາມາດ ​ແລະດ້ວຍ​ວິທີ​ທີ່​ດີ​ໃນ​ການ​ເຕົ້າ​ໂຮມ​ຜູ້​ມີ​ຄວາມ​ຮູ້​ຄວາມ​ສາມາດ​ເພື່ອ​ເຕົ້າ​ໂຮມ​ແລະ​ດຶງ​ດູດ​ຜູ້​ມີ​ຄວາມ​ຮູ້​ຄວາມ​ສາມາດ​ດ້ານ​ຕ່າງໆ​ບໍ່​ວ່າ​ຢູ່​ໃນ​ພັກ​ຫຼື​ນອກ​ພັກ, ພາຍ​ໃນ​ຫຼື​ຕ່າງປະ​ເທດ​ກໍ​ຕາມ, ພະຍາຍາມ​ສ້າງ​ໃຫ້​ມີ​ສະພາບ​ສັງຄົມດີ​ຄື ທຸກໆ​ຄົນ​ປາຖະໜາ​​ເປັນ​ຜູ້​ມີ​ຄວາມ​ຮູ້​ຄວາມ​ສາມາດ, ທຸກໆ​ຄົນ​ພະຍາຍາມ​ສ້າງ​ຕົນ​ເອງ​ໃຫ້​ເປັນ​ຜູ້​ມີ​ຄວາມ​ຮູ້​ຄວາມ​ສາມາດ, ທຸກໆ​ຄົນ​​ສາມາດ​ກາຍ​ເປັນ​ຜູ້​ມີ​ຄວາມ​ຮູ້​ຄວາມ​ສາມາດ​ໄດ້​ແລະ​ທຸກໆ​ຄົນ​ກໍສາມາດ​ເສີມ​ຂະ​ຫາ​ຍາຍ​ຄວາມ​ສາມາດ​ຂອງ​ຕົນ.



1 2 3 4 5 6 7 8 9 10 11 12 13
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ