ບົດ​ສູນ​ທອນ​ພົດ​​ໃນ​ໂອກາດສະ​ເຫຼີ​ມສະຫຼອງ​ວັນ​ສ້າງ​ຕັ້ງພັກ​ກອມ​ມູນິດ​ຈີນ​ຄົບຮອບ 95 ປີ
2016-07-11 15:50:41  cri 


----ຍຶດໝັ້ນ​ການ​ບໍ່​ລືມ​ຈຸດປະສົງ​ແຕ່​ຫົວທີ, ສືບ​ຕໍ່​ກ້າວ​ໄປ​ທາງ​ໜ້າ ກໍ​ຕ້ອງ​ຍຶດໝັ້ນ​ຄວາມ​ໝັ້ນ​ໃຈ​ຕໍ່​ເສັ້ນທາງ, ຄວາມ​ໝັ້ນ​​ໃຈ​ຕໍ່​ທິດ​ສະ​ດີ ​ຄວາມ​ໝັ້ນ​ໃຈ​ຕໍ່​ລະບອບ ແລະ​ຄວາມ​ໝັ້ນ​ໃຈ​ຕໍ່​ວັດທະນະທຳ​ຂອງ​ສັງຄົມ​ນິຍົມ​ທີ່​ມີ​ສີສັນ​ພິ​ເສດ​ຂອງ​ຈີນ, ຍຶດໝັ້ນ​ເສັ້ນທາງ​ພື້ນຖານ​ຂອງ​ພັກ​ບໍ່​ຫວັນ​ໄຫວ​ຄອນ​ແຄນ, ຊຸກຍູ້​ພາລະກິດ​ອັນ​ຍິ່ງ​ໃຫຍ່​ຂອງ​ສັງຄົມ​ນິຍົມ​ທີ່​ມີ​ສີສັນ​ພິ​ເສດ​ຂອງ​ຈີນ​ໃຫ້​ກ້າວ​ໄປ​ໜ້າ​ເລື້ອຍໆ.

ທິດ​ທາງ​ຕົກລົງ​ເສັ້ນທາງ, ​ເສັ້ນທາງ​ຕົກລົງ​ຊາຕາກຳ. ສັງຄົມ​ນິຍົມ​ທີ່​ມີ​ສີສັນ​ພິ​ເສດ​ຂອງ​ຈີນ​ບໍ່​ແມ່ນ​ມາ​ຈາກ​ທ້ອງຟ້າ, ຫາກ​ແມ່ນ​ຜົນງານ​ພື້ນຖານ​ທີ່​ພັກ ​ແລະ​ປະຊາຊົນ​ຍາດ​ມາ​ໄດ້​ໂດຍ​ໄດ້​ຜ່ານ​ຜ່າ​ຄວາມ​ຫຍຸ້ງຍາກ​ຢ່າງ​ຫຼວງ​ຫຼາຍ ​ແລະ​ເສຍສະຫຼະ​ຢ່າງ​ໃຫຍ່​ຫຼວງ. ສັງຄົມ​ນິຍົມ​ທີ່​ມີ​ສີສັນ​ພິ​ເສດ​ຂອງ​ຈີນ ທັງ​ແມ່ນ​ພາລະກິດ​ອັນ​ຍິ່ງ​ໃຫຍ່​ທີ່​ພວກ​ເຮົາ​ຕ້ອງ​ຊຸກຍູ້​ໃຫ້​ກ້າວ​ໄປ​ໜ້າຢ່າງ​ບໍ່​ຢຸດ​ຢັ້ງ ທັງ​ແມ່ນ​ຄວາມ​ຮັບປະກັນ​ຂັ້ນ​ພື້ນຖານ​ທີ່​ໃຫ້​ພວກ​ເຮົາ​ສືບ​ຕໍ່ພັດທະນາ​ໃນອະນາຄົດ.

ທົ່ວ​ພັກ​ຕ້ອງ​ເດັດດ່ຽວ​ຍຶດໝັ້ນ​ຄວາມ​ໝັ້ນ​ໃຈ​ຕໍ່​ເສັ້ນທາງ, ຄວາມ​ໝັ້ນ​ໃຈ​ຕໍ່​ທິດ​ສະ​ດີ, ຄວາມ​ໝັ້ນ​ໃຈ​ຕໍ່​ລະບອບ ແລະຄວາມໝັ້ນໃຈຕໍ່ວັດທະນະທຳ.ໃນໂລກປັດຈຸບັນ ຖ້າເວົ້າ ວ່າພັກການເມືອງໃດ, ປະເທດໃດ, ປະຊາຊາດໃດ ມີສາເຫດທີ່ເຮັດໃຫ້ຕົນເອງມີຄວາມ ໝັ້ນໃຈທີ່ສຸດ ນັ້ນກໍຄື​ພັກ​ກອມ​ມູນິດ​ຈີນ, ສາທາລະນະ​ລັດ​ປະຊາຊົນ ​ແລະ​ປະຊາ​ຊາດ​ຈີນ. ມີ​ຄວາມ​ຫ້າວຫັນ​ດັ່ງ "ຜູ້​ມີ​ຄວາມ​ໝັ້ນ​ໃຈ​ຕໍ່​ຕົນ​ເອງ ຈິ່ງ​ເໝືອນ​ຕາຍ​ແລ້ວ​ເກີດ​ໃໝ່ ​ແລະ​ຍ່ອມ​ຈະ​ບັນລຸ​ເປົ້າ​ໝາຍ​ຂອງ​ຕົນ​", ພວກ​ເຮົາ​ຈິ່ງ​ບໍ່​ຢ້ານ​ຄວາມ​ຫຍຸ້ງຍາກ ​ແລະ​ສິ່ງ​ທ້າ​ທາຍ​ໃດໆຈິ່ງ​ສາມາດ​ປະດິດ​ສ້າງ​ໂລກ​ໃໝ່ ​ແລະ​ເກີດ​ຄວາ​ມມະຫັດສະຈັນ​ຢ່າງ​ເດັດດ່ຽວ​ໜວຽວ​ແໜ້ນ.

ພວກ​ເຮົາ​ຕ້ອງ​ເຊື່ອ​ໝັ້ນ​ວ່າ, ​ເສັ້ນທາງ​ສັງຄົມ​ນິຍົມ​ທີ່​ມີ​ສີສັນ​ພິ​ເສດ​ຂອງ​ຈີນ​ແມ່ນ​ເສັ້ນທາງທີ່​ຕ້ອງ​ຜ່ານພ່າ​ເພື່ອ​ບັນລຸສັງຄົມ​ນິຍົມ​ທັນ​ສະ​ໄໝ ທັງ​ເປັນ​ເສັ້ນທາງ​ທີ່​ຕ້ອງ​ຜ່ານ ພ່າ​ເພື່ອ​ສ້າງ​ຊີວິດ​ການ​ເປັນ​ຢູ່​ທີ່​ດີ​ໃຫ້​ແກ່ປະຊາຊົນ. ພວກ​​ເຮົາ​ຕ້ອງ​ເຊື່ອ​ມັ້ນ, ລະບົບ​ທິດ​ສະ​ດີສັງຄົມ​ນິຍົມ​ທີ່​ມີ​ສີສັນ​ພິ​ເສດ​ຂອງ​ຈີນ​ແມ່ນ​ທິດ​ສະ​ດີ​ທີ່​ຖື​ກຕ້ອງ​ໃນ​ການ​ຊີ້​ນຳ​ພັກ​ແລະ​ປະຊາຊົນ​​ເດີນ​ຕາມ​ເສັ້ນທາງ​ສັງຄົມ​ນິຍົມ​ທີ່​ມີສີສັນ​ພິ​ເສດ​ຂອງ​ຈີນ​ເພື່ອ​​ເຮັດ​ໃຫ້​ປະຊາ​ຊາດ​ຈີນ​ຟື້ນ​ຟູ​ຄວາມ​ຈະ​ເລີ​ນຮຸ່ງ​ເຮືອງຢ່າງ​ຍິ່ງ​ໃຫຍ່​ຄືນ​ໃໝ່ກໍ​ຄື​ທິດ​ສະ​ດີ​ວິທະຍາສາດ​ທີ່​ນຳ​ໜ້າ ຍຸກ​ສະ​ໄໝ​ແລະກ້າວໜ້າ​ໄປ​ຕາມ​ຍຸກ​ສະ​ໄໝ.​ພວກ​ເຮົາ​ຕ້ອງ​ເຊື່ອ​ໝັ້ນວ່າ, ລະບອບສັງຄົມ​ນິຍົມ​ທີ່​ມີ​ສີສັນ​ພິ​ເສດ​ຂອງ​ຈີນ​ແມ່ນ​ການ​ຮັບປະກັນ​ພື້ນຖານ​​ທີ່​ເຮັດ​ໃຫ້ການ​ພັດທະນາ​ຂອງ​ຈີນ​ກ້າວ​ໄປ​ໜ້າ​ໃນ​ສະ​ໄໝປັດຈຸ​ບັນ, ​ແມ່ນລະບຽບ​ການ​ກ້າວໜ້າ​ທີ່​ມີ​ສີສັນ​ພິ​​ເສດຂອງ​ຈີນທີ່​ພົ້ນ​ເດັ່ນ, ມີ​ທ່າ​​ແຮງ​ທີ່​ດີ​ແລະ​ມີ​ຄວາມ​ສາມາດ​​ໃນ​ການ​ປັບປຸງ​ຕົວ​ເອງ​ໃຫ້​ດີ​ຂຶ້ນ.

​ຄວາມ​ໝັ້ນ​ໃຈ​ຕໍ່ວັດທະນະທຳ​ແມ່ນ​ຄວາມ​ໝັ້ນ​ໃຈ​ທີ່​​​ເປັນພື້ນຖານ​ກວ່າ, ກວ້າງຂວາງ​ກວ່າ​ແລະ​ເລິກ​ເຊິ່ງຫຼາຍກວ່າ. ວັດທະນະທຳ​ອັນ​ເປັນ​ມູນ​ເຊື້ອ​ທີ່​ດີ​ເລີດ​ຂອງ​ຈີນ​ທີ່ກຳ​ເນີ​ດ​ໃນຂະ​ບວນວິວັດ​ແຫ່ງ​ຄວາມສີວິ​ໄລ​ເປັນ​ເວລາ 5000 ກວ່າ​ປີ, ວັດທະນະທໍາປະຕິວັດ​ແລະ​ວັດທະນະ​ທໍາ​ສັງຄົມ​ນິຍົມ​ທີ່​ກ້າວໜ້າ​ທີ່​ກໍາ​ເນີ​ດ​ຈາກ ການ​ສູ້​ຊົນ​ອັນ​ຍິ່ງ​ໃຫຍ່ຂອງ​ພັກ​ແລະ​ປະຊາຊົນ ​ໄດ້​​ໂຮມ​ສູນ​ຄວາມຕັ້ງ​ໃຈ​ທີ່​ເລິກ​ເຊິ່ງຂອງ​ປະຊາ​ຊາດ​ຈີນ ​ແລະ​ເປັນຕົວ​ແທນ​ແຫ່ງຈິດ​ໃຈ​ພິ​ເສດ​ຂອງ​ປະຊາ​ຊາດ​ຈີນ. ພວກ​ເຮົາ​ຕ້ອງ​ເສີມ​ຂະຫຍາຍຄ່າ​ນິຍົມ​ໃຈ ກາງ​ຂອງສັງຄົມ​ນິຍົມ, ​ເສີມ​ຂະຫຍາຍ​ຈິດ​ໃຈ​ປະຊາ​ຊາດ​ທີ່​ຖື​ລັດທິຮັກຊາດ​​​ເປັນ​ແກນ​ດາງ​ແລະ​ຈິດ​ໃຈ​ຍຸກ​ສະ​​ໄໝ​ທີ່​ຖື​ການ​ປະຕິ​ຮູບ​ແລະ​ການ​ປະດິດ​ສ້າງ​ເປັນ​ແກນ​ກາງ, ​ເພີ່ມ​ທະວີ​ພະລັງແຮງ​ດ້ານ​ຈິດ​ໃຈ​ຂອງ​ທົ່ວ​ພັກ​ແລະປະຊາຊົນ​ບັນດາ​ເຜົ່າ​ທົ່ວ​ປະ​ເທດ​ຢ່າງ​ບໍ່​ຢຸດ​ຢັ້ງ.

ສະມາຊິກ​ພັກ​ທຸກ​ຖ້ວນ​ໜ້າ​ຕ້ອງ​ຈື່​​ແໜ້ນ​ວ່າ, ພວກ​ເຮົາ​ແມ່ນ​ຕ້ອງ​ສ້າງ​ສັງຄົມ​ນິຍົມທີ່​ມີ​ສີສັນ​ພິ​ເສດ​ຂອງ​ຈີນ, ຫາກ​ບໍ່​ແມ່ນ​ນິຍົມ​ແນວອື່ນ. ປະຫວັດສາດ​ຈະ​ບໍ່​ມີ​ມື້​ສິ້ນ​ສຸດ ​ແລະ​ກໍ​ຈະບໍ່​ຢຸດ​ເຊົາ. ສັງ​ຄົມ​ນິຍົມ​ທີ່​ມີ​ສີສັນ​ພິ​ເສດ​ຂອງ​ຈີນ​ດີ​ຫຼື​ບໍ່​ດີ, ຕ້ອງ​ເບິ່ງ​ຕາມ​ຄວາມ​ຈິງ, ຕ້ອງ​ເບິ່ງການ​ວິນິດໄສ​ຂອງ​ທົ່ວປະຊາຊົນ​ຈີນ, ຫາກ​ບໍ່​ແມ່ນ​ເບິ່ງການ​ຕີ​ລາຄາຂອງ​ຄົນ​ທີ່​​ອ່ຽງ​ເອນ. ສະມາຊິກ​ພັກກອມ​ມູນິດຈີນ​ແລະ​ປະຊາຊົນ​ຈີນ​ມີ​ຄວາມ​ໝັ້ນ​ໃຈ​​ໃນການ​ສະ ໜອງ​​ແຜ​ນ ການຂອງ​ຈີນ​ໃຫ້​ແກ່​ການຄົ້ນ​ຄ້ວາລະ​ບຽບການ​ສັງຄົມ​ທີ່​ດີ​ກວ່າ​ເກົ່າ​ຂອງ​ມວນ​ມະນຸດ.

ທ່ານ​ເຕີ້ງສ້ຽວ​ຜີ​ງ​ເຄີຍ​ກ່າວ​ວ່າ: "​ເສັ້ນ​ທາງ​ພື້ນຖານ​ຕ້ອງ​ຍຶ້ດໝັ້ນ 100 ປີ​ບໍ່​ຫວັ່ນ​ໄຫວ. ມີ​ແຕ່​ຍຶດ​ໝັ້ນ​​ໄປ​ຕາມ​ເສັ້ນທາງ​ສາຍ​ນີ້, ປະຊາ​ຊົນ​ຈຶ່ງ​ຈະ​ເຊື່ອ​ໝັ້ນ​ເຈົ້າ, ສະໜັບສະ​ໜູນ​ເຈົ້າ. ​ຜູ້​ໃດ​ທີ່ຈະ​ປ່ຽນ​ແປງ​ເສັ້ນທາງ, ທິດ​ທາງ​ແລະນະ​​ໂຍບາຍນັບ​ແຕ່​ກອງ​ປະຊຸມ​ຄົບ​ຄະນະ​ຄັ້ງ​ທີ 3 ຊຸດ​ທີ 11 ຂອງ​ພັກ​ກອມ​ມູນິດ​ຈີນ​ເປັນ​ຕົ້ນ​ມາ, ປະຊາຊົນ​ກໍ​ຈະ​ບໍ່​ສະໜັບສະ ໜູ​ນ, ຜູ້​ນັ້ນ​ກໍ​ຈະ​ຖືກ​ໂຄ່ນ​ລົ້ມ." ​ເສັ້ນທາງ​ພື້ນຖານ​ຂອງ​ພັກ​ແມ່ນ​ເສັ້ນ​ຊີວິດ​ຂອງ​ປະ​ເທດ​ຊາດກໍ​ຄື​ເສັ້ນ​ແຫ່ງ​ຄວາມ​ຜາສຸກ​ຂອງ​ປະຊາຊົນ, ພວກ​ເຮົາ​ຕ້ອງ​ຍຶດໝັ້ນ​ຖື​ການ​ສ້າງ​ເສດ ຖະກິດ​ເປັນປັດ​ໃຈສຳຄັນ​ໃນການ​ສ້າງຊາດ​ໃຫ້​ຈະ​ເລີ​ນ, ຖື​ຫຼັກການ​ພື້ນຖານ 4 ປະການ​​ເປັນພື້ນ​ຖານທີ່​ໃຫ້​ປະ​ເທດ​ດຳລົງ​ຊົງ​ຕົວ, ຖື​ການ​ປະຕິ​ຮູບ​ແລະ​ເປີດ​ປະຕູ​ສູ່​ພາຍ​ນອກ​ເປັນ​ເສັ້ນທາງ​ແຫ່ງການ​ສ້າງປະ​ເທດ​ໃຫ້​ເຂັ້ມ​ແຂງ, ​ໂດຍ​ບໍ່​ໃຫ້​ມີ​ການ​ປ່ຽນ​ແປງ​ແລະ​ຫວັ່ນ​​ໄຫວ​ຢ່າງ​ເດັດ​ຂາດ.



1 2 3 4 5 6 7 8 9 10 11 12 13
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ