ບົດ​ສູນ​ທອນ​ພົດ​​ໃນ​ໂອກາດສະ​ເຫຼີ​ມສະຫຼອງ​ວັນ​ສ້າງ​ຕັ້ງພັກ​ກອມ​ມູນິດ​ຈີນ​ຄົບຮອບ 95 ປີ
2016-07-11 15:50:41  cri 


 ----ຍຶດໝັ້ນ​ການບໍ່ລືມຈຸດປະສົງແຕ່ຫົວທີ, ສືບ​ຕໍ່​ກ້າວ​ໄປທາງ​ໜ້າ, ກໍ​ຕ້ອງ​ຈື່​ຈຳ​ ໄວ້ວ່ານັບ​ແຕ່​ພັກ​ເຮົາ​ສ້າງ​ຕັ້ງ​ຂຶ້ນ​ກໍ​ຖືການ​ສູ້ຮົບ ​​ເພື່ອ​ລັດທິກອມ​ມູນິດ ​ແລະ ລັດທິ​ສັງຄົມ​ນິຍົມ​ເປັນ​ໂຄງການ​ຂອງ​ຕົນ, ຍຶດໝັ້ນ​ອຸດົມ​ຄະຕິ​ລັດທິກອມ​ມູນິດ​ອັນສູງສົ່ງ ​ແລະອຸດົມ​ຄະຕິ​ຮ່ວມ​ລັດທິ​ສັງຄົມ​ນິຍົມ​ທີ່​ມີ​ສີສັນ​ພິ​ເສດ​ຂອງ​ຈີນ, ຊຸກ​ຍູ້​ພຶດຕິ​ກຳອັນ​ຍິ່ງ​ໃຫຍ່​ທີ່ສູ້ຮົບ​ເພື່ອ​ອຸດົມ​ຄະຕິ​ອັນ​ສູງ​ສົ່ງນັ້ນກ້າວໄປໜ້າ​ຢ່າ​ງບໍ່​ຢຸດ​ຢັ້ງ.

ອຸດົມຄະຕິແຫ່ງການປະຕິວັດ​ສູງ​ກວ່າ​ຟ້າ. ພັກ​ກອມ​ມູນິດ​ຈີນ​ຕັ້ງ​ຊື່ວ່າ​ພັກ​ກອມ​ມູນິດ​ກໍ່ຍ້ອນ​ວ່າ: ນັບ​ແຕ່​ມື້​​ພັກ​ສ້າງ​ຕັ້ງ​ຂຶ້ນ ກໍ​ຖື​ລັດ​ທິກ​ອມມູນິດ​ເປັນ​ອຸດົມ​ຄະຕິ​ຍາວ​ໄກ. ພັກ​ເຮົາ​ສາມາດ​ກໍ່ຮ່າງສ້າງຕົວ​ຂຶ້ນເລື້ອຍໆຫຼັງ​ຈາກໄດ້ປະສົບກັບ ຄວາມ​​ເສຍ​ໄຊ​ຫຼາຍໆ​​ເທື່ອ ເຊິ່ງສາ​ເຫດ​ພື້ນຖານ​ກໍແມ່ນ​ຍ້ອນວ່າພັກ​ເຮົາ​ມີ​ອຸດົມ​ຄະຕິຍາວ​ໄກ ​ແລະ ຄວາມ​ໝຸ່ງຫວັງອັນ​ສູງ​ສົ່ງ;

"ບໍ່ຕັ້ງ​ຄວາມ​ມຸ່ງ​ມາດປາຖະໜາ ​ເຮັດ​ເລື່ອງ​ໃດ​ກໍເອົາ​ໄຊ​ບໍ່​ໄດ້." ຄວາມຄອນແຄນດ້ານ​ອຸດົມ​ຄະຕິ ​ແລະຄວາມ​ເຊື່ອ​ຖື​ແມ່ນ​ຄວາມສັ້ນຄອນ​ທີ່​ອັນ​ຕະລາຍ​ທີ່​ສຸດ, ການ​ຊຸດ​ໂຊມ​ລົງດ້ານ​ອຸດົມ​ຄະຕິ ​ແລະ ຄວາມ​ເຊື່ອ​ຖື​ແມ່​ນການຊຸດ​ໂຊມ​ລົງ​ທີ່​ອັນຕະລາຍ​ທີ່​ສຸດ. ການ​ຊຸດ​ໂຊມ​ລົງ​ຂອງ​ພັກ​ການ​ເມືອງ​ໃດ​ໜຶ່ງຕາມ​ທຳ​ມະ​ດາ​ແລ້ວ​ກໍ​ເລີ່ມ​ແຕ່​ການ​ເສຍ ຫຼື ການ​ຂາດ​ອຸດົມ​ຄະຕິ​ແລະຄວາມ​ເຊື່ອ​ຖື. ພັກ​ຂອງ​​ເຮົາ​ມີ​ຄວາມເຂັ້ມແຂງ​ຫຼື​ບໍ່, ບໍ່​ພຽງ​ແຕ່ຕ້ອງ ເບິ່ງວ່າທົ່ວພັກມີຄວາມໜຽວແໜ້ນໃນດ້ານອຸດົມຄະຕິ ແລະຄວາມເຊື່ອ ຖືຫຼືບໍ່, ຍິ່ງຕ້ອງເບິ່ງວ່າສະມາຊິກພັກທຸກຄົນມີຄວາມໜຽວແໜ້ນໃນດ້ານອຸດົມຄະຕິ ແລະຄວາມ ເຊື່ອຖືຫຼືບໍ່. ຕະຫຼອດ 95 ປີ​ມາ​ນີ້, ອຸດົມ​ຄະຕິ​ທີ່ສູງສົ່ງຂອງລັດທິກອມ​ມູນິດ​ໄດ້ກະຕຸກ​ຊຸກ​ຍູ້​ສະມາຊິກ​ພັກ​ກອມ​ມູນິດ​ຫຼາຍໆ​ຮຸ່ນສູ້​ຮົບ​ຢ່າງ​ຫ້າວ​ຫັ​ນ, ສະຫາຍຈຳນວນຫຼວງຫຼາຍ​ເສຍ​ຊີວິດ​ເພື່ອ​ອຸດົມ​ຄະຕິ​ນີ້. "ບໍ່​ຢ້ານ​ຖືກ​ຕັດ​ຫົວ, ຂໍພຽງແຕ່​ລັດທິ​ເຮົາ​ເປັນ​ຈິງ", "ສັດຕູພຽງ ແຕ່ຕັດຫົວເຮົາໄປໄດ້, ແຕ່ບໍ່ສາມາດເຮັດໃຫ້ຄວາມເຊື່ອຖືຂອງເຮົາຫວັ່ນໄຫວຄອນແຄນ". ຄຳ​ປະຕິຍານ​ທີ່​ອົງ​ອາດກ້າຫານ ​ແລະ ສະຫງ່າຜ່າເຜີຍຕໍ່​ຄວາມ​ເປັນ​ທຳ​​ເຫຼົ່າ​ນີ້​ໄດ້​ສະ​ແດງ​ເຖິງຄວາມ​ບໍລິສຸດ​ຜຸດ​ຜ່ອງ​ຂອງ​ສະມາຊິກ​ພັກ​ກອມ​ມູນິດ​ຕໍ່​ອຸດົມ​ຄະຕິທີ່ສູງສົ່ງ. ​ແສງ​ສະຫວ່າງແຫ່ງອຸດົມ​ຄະຕິ​ບໍ່​ດັບມອບ, ​ແສງແຫ່ງ​ຄວາມ​​ເຊື່ອໝັ້ນ​ບໍ່​ດັບ​ສູນ. ພວກ​ເຮົາ​ຕ້ອງ​ຈື່​ຈຳ​ຄວາມ​ປາຖະໜາ​ຂອງບັນດາ​ສະຫາຍ​ ​ທີ່​ໄດ້​ເສຍ​ຊີວິດ, ບໍ່​ລືມ​ອຸດົມ​ຄະຕິ​ອັນ​ຍິ່ງ​ໃຫຍ່​ທີ່​ພວກສະຫາຍເສຍ​ຊີວິດ​ເພື່ອບັນລຸເປົ້າໝາຍ​ນັ້ນ​​ຕະຫຼອດ​ໄປ.

ເປັນຫຍັງຈິ່ງເອີ້ນວ່າ ອຸດົມ​ຄະຕິ​ກໍ​ຍ້ອນ​ວ່າ​ມັນ​ເປັນເປົ້າໝາຍຍາວ​ໄກ, ເປັນຫຍັງຈິ່ງເອີ້ນວ່າຄວາມ​ເຊື່ອໝັ້ນ​ກໍ​ຍ້ອນ​ວ່າຍັງມີແນວຄິດຈົງຮັກພັກດີ. ພວກ​ເຮົາ​ຕ້ອງ​ຖືເອົາ​ການເຊື່ອມຊຶມ​ດ້ານ​ອຸດົມ​ຄະຕິ ​ແລະການ​ເຊື່ອໝັ້ນ​ເປັນ​ໜ້າ​ທີ່​ຍຸດ​ທະ​ສາດໃນການ​ສ້າງສັນ​ແນວຄິດ, ຮັກສາ​ຄວາມ​ຍຶດໝັ້ນ​ທາງ​ການ​ເມືອງ​ໃນການສະ​ແຫວ​ງຫາອຸດົມການ​ຂອງ​ທົ່ວ​ພັກ, ​​ເປັນເຈົ້າສ້າງຕົນເອງໃຫ້ກາຍເປັນ​ຜູ້ເຊື່ອໝັ້ນທີ່ໜັກແໜ້ນ​ ແລະເປັນຜູ້ປະ ຕິບັດທີ່ຊື່ສັດຕໍ່ອຸດົມ ຄະຕິທີ່ສູງສົ່ງຂອງລັດທິກອມມູນິດແລະອຸດົມຄະຕິຮ່ວມດ້ານສັງຄົມ ນິຍົມທີ່ມີສີສັນພິເສດຂອງຈີນ. ​ເສີມ​ຂະຫຍາຍ​ບົດບາດຄວາມເປັນ​ແບບຢ່າງ​ຢ່າງ​ເຕັມທີ່​ໃນ​ຂະ​ບວນການ​ສ້າງ​ສັງຄົມ​ອີ່ມໜຳສຳລານ​ຢ່າງຮອບດ້ານ ​ແລະ ບັນລຸ​ຄວາມ​ມຸ່ງຫວັງ​ຂອງ​ຈີນ​ທີ່ຟື້ນຟູຄວາມຈະເລີນອັນຍິ່ງໃຫຍ່ຂອງປະຊາຊາດຈີນ.

ພວກເຮົາມີຄວາມໂປ່ງໃສໃນດ້ານທິດສະດີ ຈິ່ງ​ສາມາດມີຄວາມເດັດດ່ຽວ ໜຽວແໜ້ນໃນດ້ານການເມືອງໄດ້. ອຸ​ດົມ​ຄະຕິ ​ແລະ ການ​ເຊື່ອໝັ້ນ​ທີ່​ໝັ້ນ​ແກ່ນຕ້ອງສ້າງ​ຂຶ້ນບົນ​ພື້ນຖານຄວາມ​ເຂົ້າ​ໃຈ​ລັດທິ​ມາກ​ຢ່າງ​ເລິກ​ເຊິ່ງ, ສ້າງຂຶ້ນ​ບົນ​ພື້ນຖານ​ທີ່​ກຳກັບ​ກົດ​ເກນ​ປະຫວັດສາດ​ຢ່າງ​ເລິກ​ເຊິ່ງ. ທົ່ວ​ພັກ​ຕ້ອງ​ຮ່ຳຮຽນ​ລັດທິ​ມາກ​ເລ​ນີນ, ​ແນວ​ຄິດ​ເໝົາເຈີຕົ່ງ, ທິດ​ສະ​ດີ​​ເຕີ້ງສຽງ​ພີ​ງ, ​ແນວ​ຄິດ​ສຳຄັນ "3 ຕົວ​ແທນ" ​ແລະ ທັດສະນະ ກ່ຽວກັບການ ພັດທະນາຕາມຫຼັກວິທະຍາສາດຢ່າງ​ເລິກ​ເຊິ່ງ, ລົງເລລິກຮຽນ​ທິດ​ສະ​ດີ​ໃໝ່, ແນວ​ຄິດ​ໃໝ່ ແລະຍຸດ​ທະ​ສາ​ດ​ໃໝ່ຂອງ​ສູນ​ກາງ​ພັກ​ໃນການປົກຄອງ​ປະ​ເທດ​ນັບ​ແຕ່ໄຂກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ 18 ຂອງພັກກອມມູນິດຈີນ ເປັນຕົ້ນມາ, ຍົກລະດັບຄວາມຮັບຮູ້ແລະລະດັບທິດ​ສະ​ດີ​ດ້ານ​ລັດທິ​ມາກ​ໃຫ້ສູງຂຶ້ນຢ່າງ​ບໍ່​ຢຸດ​ຢັ້ງ ແລະຮັກສາຄວາມເຂົ້າໃຈທີ່ດີ ແລະຄວາມສະແຫວງຫາອັນເດັດດ່ຽວຕໍ່ອຸດົມຄະຕິທີ່ສູງສົ່ງແລະເປົ້າໝາຍສູ້ຮົບ.

ພວກເຮົາຕ້ອງສຶກສາແລະຊີ້ນຳສະມາຊິກພັກ ແລະພະນັກງານຂອງ ພັກໃຫ້ຫັນຜົນງານການຮຽນເປັນການບຳລຸງແນວຄິດຈິດໃຈ,ເຝິກຝົນຄຸນສົມບັດສິນທຳ ປະຕິວັດ ພ້ອມທັງຍົກລະດັບແນວຄິດ ແລະລະດັບຈັນຍາບັນ, ເຮັດເຖິງຂັ້ນທີ່ຮຽນ ຢ່າງແທ້ຈິງ, ເຂົ້າໃຈຢ່າງແທ້ຈິງ, ເຊື່ອໝັ້ນຢ່າງແທ້ຈິງ ແລະນຳໃຊ້ຢ່າງແທຈິງ, ຢູ່ຕໍ່ໜ້າໄຊຊະນະ ແລະສະພາບການດີຈະບໍ່ອວຍອົ່ງ ແລະບໍ່ໃຈຮ້ອນ, ໃນເວລາປະສົບກັບ ຄວາມຫຍຸ້ງຍາກ ແລະຢູ່ໃນສະພາບການທີ່ບໍ່ດີ ກໍບໍ່ທໍ້ຖອຍໃຈ ແລະບໍ່ຄອນແຄນ, ຍ້ດໝັ້ນຢືນຢູ່ເທິງຍອດສູງແຫ່ງຄວາມເປັນທຳ ເພື່ອຊຸກຍູ້ສັງຄົມມະນຸດກ້າວໄປໜ້າ ແລະບັນລຸຄວາມປາຖະໜາທີ່ດີງາມຂອງມະນຸດ.



1 2 3 4 5 6 7 8 9 10 11 12 13
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ