ບົດ​ສູນ​ທອນ​ພົດ​​ໃນ​ໂອກາດສະ​ເຫຼີ​ມສະຫຼອງ​ວັນ​ສ້າງ​ຕັ້ງພັກ​ກອມ​ມູນິດ​ຈີນ​ຄົບຮອບ 95 ປີ
2016-07-11 15:50:41  cri 

ບັນດາ​ສະ​ຫາຍ​ ແລະ​ເພື່ອນ​ມິດ!
ຊາວ​ໜຸ່ມ​ເປັນ​ອະນາຄົດ​ຂອງ​ປະ​ເທດ​ຊາດ, ​​ເປັນຄວາມ​ຫວັງ​ຂອງ​ຊົນ​ຊາດ​ແລະ​ກໍເປັນ​ອະນາຄົດ​ແລະ​ຄວາມ​ຫວັງ​ຂອງ​ພັກ​ຄອມ​ມູນິດ​ຈີນ​ພວກ​ເຮົາ.​ສະຫາຍ​ລີ​ຕ້າ​ຈ່າວ ໜຶ່ງ​ໃນບັນດາ​ຜູ້ສ້າງ​ຕັ້ງ​ພັກ​ກອມ​ມູນິດ​ຈີນ​ເຄີຍ​ກ່າວ​ວ່າ, ຊາວ​ໜຸ່ມ​ຄວນ"​ຊຸກຍູ້ຄວາມ​ສິວິ​ໄລ​ຂອງ​ໂລກ, ສ້າງ​ຄວາມ​ຜາ​ສຸກ​ໃຫ້​ແກ່ມ​ວນມະ​ນຸດ,​​ໃຊ້​ຄວາມ​ເປັນ​ໄວ​ໜຸ່ມ​ຂອງ​ພວກ​ເຮົາ, ສ້າງ​ຄອບຄົວ​​ແຫ່ງຄວາມ​ເປັນ​ໄວ​ໜຸ່ມ, ປະ​ເທດ​ແຫ່ງ​ຄວາມ​ເປັນ​ໄວ​ໜຸ່ມ, ຊົນ​ຊາດ​ແຫ່ງ​ຄວາມ​ເປັນ​ໄວ​ໜຸ່່ມ,ມວນ​ມະນຸດ​​​ແຫ່ງຄວາມ​ເປັນ​ໄວ​ໜຸ່່ມ,ໜ່ວຍ​ໂລກ​ແຫ່ງ​ຄວາມ​ເປັນ​ໄວ​ໜຸ່່ມ,ຈັກກະວານ​ແຫ່ງ​ຄວາມ​ເປັນ​ໄວ​ໜຸ່່ມ ເພື່ອ​ສ້າງ​ຄວາມ​ມ່ວນ​ຊື່ນ​ໃຫ້​ແກ່​ຊີວິດ​ທີ່​ບໍ່​ມີ​ການ​ຈຳກັດ." ຕະຫຼອດ 95 ປີຜ່ານມາ, ຜົນງານ​ທັງ​ໝົດ​ທີ່​ພັກ​ພວກ​ເຮົາ​ຍາດ​ມາ​ໄດ້​ນັ້ນ​ລ້ວນ​ແຕ່​​ໄດ້​ເຕົ້າ​ໂຮມ​ຄວາມ​ກະຕືລື​ລົ້ນ​ແລະການ​ປະກອບ​ສ່ວນຂອງ​ຊາວ​ໜຸ່ມ. ທົ່ວ​ພັກ​ຄວນ​ເອົາ​ໃຈ​ໃສ່,​ ສົນ​ໃຈ​ແລະ​ຮັກ​ແພງ​ຊາວ​ໜຸ່ມ, ຕັ້ງ​ໃຈ​ຟັງ​ຄວາມ​ໃນ​ໃຈ​ຂອງ​ຊາວ​ໜຸ່ມ,​​ເປັນ​ຜູ້​ຮູ້​ໃຈ​ເພື່ອນ​ມິດ​ຊາວ​ໜຸ່ມ, ຜູ້​ເອົາ​ໃຈ​ໃສ່​ວຽກ​ງານ​ຊາວ​ໜຸ່ມ,​​ແລະ​ເປັນ​ຜູ້ນຳ​ທາງ​ຂອງ​ຊາວ​ໜຸ່ມ.
 
ຊາວ​ໜຸ່ມທີ່​ມີ​ຢ່າງ​ມະຫາສານ​ໃນ​ທົ່ວ​ປະ​ເທດ​ຕ້ອງ​ຮັບ​ຮູ້​ປະຫວັດສາດ​ອັນ​ຊົງ​ກຽດ​ແລະ​ຂະ​ບວນການ​ອັນ​ຍິ່ງ​ໃຫຍ່​ຂອງ​ປະຊາຊົນ​ຈີນ​ແລະ​ປະຊາ​ຊາດ​ຈີນ​ແຕ່​ຊຸມ​ປີ1840​ເປັນ​ຕົ້ນ​ມາ, ກ້າວ​ໄປ​ຕາມ​ທິດ​ຊີ້​ນຳ​ຂອງ​ພັກ​ກອມ​ມູນິດຈີນ​ຢ່າງ​ບໍ່​ຫວັ່ນ​ໄຫວ​ຄອນ​ແຄນ, ມີ​ຄວາມ​ກ້າຫານ​ໃນ​ການ​ເປັນ​ຜູ້​ບຸກລະ​ລຸ, ຜູ້​ບຸກ​ເບີກ​ແລະ​ຜູ້ອຸທິດ​ຢູ່​ແຖວ​ໜ້າ​ຂອງ​ຍຸກ​ສະ​ໄໝ ​ເຮັດ​ໃຫ້​ຄວາມ​ເປັນ​ໄວ​ໜຸ່ມ​ເປັ່ງ​ລັດສະໝີ​ອັນ​ສົດ​ໃສ​ໃນ​ການ​ປະກອບສ່ວນ​ເຂົ້າ​ໃນ​ການ​ພັດທະນາປະ​ເທດ​ຊາດ, ປະຊາຊົນ​ແລະ​ຊົນ​ຊາດ.

ບັນດາ​ສະ​ຫາຍ​ແລະ​ເພື່ອນ​ມິດ!

​ເມື່ອ 95 ປີ​ກ່ອນ,​ ປະຊາຊົນ​ຈີນ​ມີ​ຄວາມ​ປາຖະໜາ​ຢ່າງ​ແຮງ​ກ້າ​ໃນ​ການ​ຍາດ​ແຍ່ງ​ຄວາມ​ເປັນ​ເອກະລາດ​ຂອງ​ຊາດ, ​ປົດ​ປ່ອຍ​ປະຊາຊົນ, ບັນລຸ​ຄວາມ​ຮັ່ງມີ​ເຂັ້ມ​​ແຂງ​ຂອງ​ປະ​ເທດ ​ແລະ​ຄວາມ​ຜາ​ສຸກ​ຂອງ​ປະຊາຊົນ,​​ແຕ່​ຜະ​ເຊີນ​ກັບ​ຄວາມ​ຫຍຸ້ງຍາກ​ອັນ​​ໃຫຍ່​ຫຼວງ. ມື້​ນີ້,​ພວກ​ເຮົາ​ໄດ້​ຫຍັບ​ເຂົ້າ​ໃກ້ເປົ້າ​ໝາຍ​ທີ່​ຟື້ນ​ຟູ​ຄວາມ​ຈະ​ເລີ​ນອັນ​ຍິ່ງ​ໃຫຍ່​ຂອງ​ປະຊາ​ຊາດ​ຈີນ ​ເຊິ່ງ​ໃກ້​ກວ່າທຸກ​ໄລຍະ​ທີ່​ຜ່ານມາ​ໃນ​ປະຫວັດສາດ, ພວກ​ເຮົາ​ກໍມີ​ຄວາມ​ໝັ້ນ​ໃຈ​ແລະ​ຄວາມ​ສາມາດ​​ໃນ​ການ​ບັນລຸ​ເປົ້າ​ໝາຍ​ດັ່ງກ່າວ ​ເຊິ່ງຫຼາຍ​ກວ່າ​​ທຸກໄລຍະ​​ໃນ​ປະຫວັດສາດ. ພວກ​ເຮົາ​ສາມາດ​ເວົ້າ​ໄດ້​ວ່າ,​ຄວາມ​ຝັນຂອງ​ຈີນ​ທີ່​ຟື້ນ​ຟູ​ຄວາມ​ຈະ​ເລີ​ນອັນ​ຍິ່ງ​ໃຫຍ່​ຂອງ​ປະຊາ​ຊາດ​ຈີນ​ຕ້ອງ​ບັນລຸ​ຜົນ​ເປັນ​ຈິງ ​ແລະກໍ​ສາມາດ​ບັນລຸ​ຜົນ​ເປັນ​ຈິງ​ໄດ້​ຢ່າງ​ແນ່​ນອນ.

ຕອນ​ເຊົ້າ​ວັນ​ທີ23ມີນາ​ປີ1949,​ສູນ​ກາງ​ພັກ​ໄດ້​ເດີນທາງ​ຈາກ​ຊີ່​ໄບ​ໂພ່​ໄປ​ສູ່​ປັກ​ກິ່ງ,​ສະຫາຍ​ເໝົາ​ເຈີ​ຕຸງ​ ກ່າວ​ວ່າ, "ມື້​ນີ້​ເປັນ​ວັນ​ທີ່​ໄປ​ສອບ​ເສັງ​ຢູ່​ປັກ​ກິ່ງ." ພຶດຕິ​ກຳ 60 ກວ່າ​ປີຜ່ານມາ​ຢືນຢັນ​ວ່າ,​ພັກ​ພວກ​ເຮົາ​ໄດ້​ຮັບ​ຄະ​ແນນ​ທີ່​ດີ​ເດັ່ນ​ໃນ​ການ​ສອບ​ເສັງ​ຄັ້ງ​ປະຫວັດ​ສາດ​​ເທື່ອ​ນີ້. ພ້ອມກັນ​ນັ້ນ, ການ​ສອບ​ເສັງ​ເທື່ອ​ນີ້​ຍັງ​ບໍ່​ທັນສໍາ​ເລັດ, ​ແລະ​ກຳລັງດຳ​ເນີນ​ຢູ່. ມື້​ນີ້,​ພັກ​ພວກ​ເຮົາ​ນຳພາ​ປະຊາຊົນ​ເຮັດ​ວຽກ​ທຸກ​ຢ່າງ, ​ແລະ​ກໍ​ເປັນ​ການ​ສືບ​ຕໍ່ຂອງ​ການ​ສອບ​ເສັງ​ດັ່ງກ່າວ.

"​ເສັ້ນທາງ​ຍາວ​ໄກ​, ​ເຮົາ​ຈະ​ພະຍາຍາມສະ​ແຫວ​ງຫາ​ສັດຈະທຳ." ສະຫາຍ​ທົ່ວ​ພັກ​ຕ້ອງ​ບໍ່​ລືມ​ຈຸດ​ປະສົງ​ແຕ່​ຫົວທີ, ສືບ​ຕໍ່​ກ້າວ​ໄປ​ທາງ​ໜ້າ, ຮັກສາ​ແບບ​ແຜນ​ທີ່​ຖ່ອມຕົວ,​ ສຸຂຸມ​ຮອບ​ຄອບ, ບໍ່​ອວດອົ່ງ ​​ແລະ​ໃຈ​ເຢັນຕະຫຼອດ​ໄປ, ຮັກສາ​ແບບ​ແຜນ​ທີ່​ບຸກບືນ​ສູ້​ຊົນ​ດ້ວຍ​ຄວາມ​ທໍລະ​ຫົດ​ອົດທົນຕະຫຼອດ​ໄປ,​ມີ​ຄວາມ​ກ້າຫານ​ໃນ​ການ​ປ່ຽນ​ແປງ​ໃໝ່​ແລະ​ປະດິດ​ສ້າງ​ໃໝ່, ບໍ່​ຕາຍ​ໂຕ​ແລະ​ບໍ່​ຢຸດ​ສະ​ງັກຈັກ​ເທື່ອ, ສືບ​ຕໍ່​ທົນ​ທານ​ຕໍ່​ການ​ທົດ​ສອບ​ໃນ​ການ​ສອບ​ເສັງ​ຄັ້ງ​ປະຫວັດ​ສາດຮອບ​ນີ້,​ພະຍາຍາມ​ເສັງ​ໄດ້​ຄະ​ແນນ​ທີ່​ດີກ​ວ່າ​ເກົ່າ​ໃຫ້​ແກ່​ປະຫວັດສາດ​ແລະ​ປະຊາຊົນ!
 
 


1 2 3 4 5 6 7 8 9 10 11 12 13
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ