ບົດ​ສູນ​ທອນ​ພົດ​​ໃນ​ໂອກາດສະ​ເຫຼີ​ມສະຫຼອງ​ວັນ​ສ້າງ​ຕັ້ງພັກ​ກອມ​ມູນິດ​ຈີນ​ຄົບຮອບ 95 ປີ
2016-07-11 15:50:41  cri 


---- ຍຶດໝັ້ນ​ການ​ບໍ່​ລືມ​ຈຸດປະສົງ​ແຕ່​ຫົວທີ,ສືບ​ຕໍ່​ກ້າວ​ໄປ​ທາງ​ໜ້າ ​ຕ້ອງ​ຮັກສາ​ລັກ ສະນະ​ຄວາມ​ກ້າວໜ້າ​ແລະ​ຄວາມ​ບໍລິສຸດ​ຜຸດ​ຜ່ອງ​ຂອງ​ພັກ, ສຸມ​ໃສ່​ການຍົກ​ສູງ​ຄວາມ​ສາມາດ​ໃນ​ການ​ປົກຄອງ​ປະ​ເທດ​ແລະ​ລະດັບ​ການ​ນຳພາ, ສຸມ​ໃສ່​ການ​ເພີ່ມ​ຄວາມ​ສາມາດ​ໃນ​ການ​ຕ້ານ​ຄວາມ​ສ່ຽງທັງ​ປະຕິ​ເສດ​​ແລະ​ປ້ອງ​ກັນ​ການ​​ສໍ້​ລາດ​ບັງ​ຫຼວງ, ຊຸກຍູ້​ການກໍ່ ສ້າງ​ໂຄງການ​ໃໝ່​ອັນ​ຍິ່ງ​ໃຫຍ່​ຂອງ​ພັກ​ໃຫ້​ຂະ​ຫຍາ​ຍຕົວ​ກ້າວ​ໄປ​ທາງ​ໜ້າຢ່າງ​ບໍ່​ຢຸດ​ຢັ້ງ.

ຖ້າຢາກ​​ເຮັດ​ເລື່ອງ​ຂອງ​ຈີນ​ໃຫ້ປະສົບ​ຜົນສຳ​ເລັດ, ຂໍ​ກະ​ແຈ​ແມ່ນ​ຢູ່​ນຳ​ພັກ. ​ເອກະລັກ​ທີ່​ເປັນ​ທາດ​ແທ້​ທີ່​ສຸດ​ຂອງ​ສັງຄົມ​ນິຍົມ​ທີ່​ມີ​ສີສັນ​ພິ​ເສດ​ຂອງ​ຈີນ​ແມ່ນ​ການ​ນຳພາ​ຂອງ​ພັກ​ກອມ​ມູນິດ​ຈີນ, ທ່າ​ແຮງ​ທີ່​ໃຫຍ່​ທີ່​ສຸດ​ຂອງ​ລະບອບ​ສັງຄົມ​ນິຍົມ​ທີ່​ມີ​ສີສັນ​ພິ​ເສດ​ຂອງ​ຈີນ​ແມ່ນ​ການ​ນຳພາ​ຂອງ​ພັກ​ກອມ​ມູນິດ​ຈີນ.ການຍຶດໝັ້ນ​ແລະ​ປັບປຸງ​ການ​ນຳພາ​ຂອງ​ພັກ​ໃຫ້​ສົມບູນ​ນັ້ນ​ເປັນ​ພື້ນຖານ​, ​ເປັນຊີວິດ​ຈິດ​ໃຈ​ແລະ​ເສັ້ນ​ເລືອດ​ຂອງ​ພັກ​ແລະ​ຊາດ,​ເປັນ​ບ່ອນ​ອີງ​ຂອງ​ຜົນ​ປະ​ໂຫຍ​ດ​ແລະ​ຄວາມ​ຜາ​ສຸກ​ຂອງ​ປະຊາຊົນ​ບັນດາ​ເຜົ່າ​ທົ່ວ​ປະ​ເທດ.

ພັກ​ກອມ​ມູນິດຈີນ​ໃນ​ຖານະ​ເປັນ​ພັກ​ທີ່​ມີ​ສະມາຊິກ​ພັກ 88 ລ້ານກວ່າ​ຄົນ​ແລະອົງ ການ​ຈັດ​ຕັ້ງ​ພັກ​ຂັ້ນ​ຮາກ​ຖານ 4 ລ້ານ 4 ​ແສນກວ່າອົງການ​ເປັນ​ພັກ​ກຳ​ອຳນາດ​ຂອງ​ປະ​ເທດ​ໃຫຍ່ທີ່​ມີ​ປະຊາກອນ 1 ຕື້ 300 ລ້ານກວ່າຄົນ​ເປັນ​ເວລາ​ຍາວ​ນານ, ການ​ກໍ່ສ້າງ​ພັກ​ມີ​ຄວາມ​ສຳຄັນ​ຫຼາຍ​​ແລະມີ​ຜົນ​ສະທ້ອນ​ຕໍ່​ສະຖານະ​ການ​ໃຫຍ່. ​ພາລະກິດ​ຂອງ​ພັກ​ແລະ​ປະຊາຊົນ​ໄດ້​ພັດທະນາ​ເຖິງ​ຂັ້ນ​​ໃດ, ການກໍ່ສ້າງ​ພັກ​ກໍ​ຄວນໃຫ້​​ເຖິງ​ຂັ້ນ​ນັ້ນ ນີ້​​ແມ່ນ​ກົດ​ເກນ​ພື້ນຖານ​ທີ່​ຕ້ອງ​ກຳ​ແໜ້ນ​ໃນ​ການ​ເພີ່ມ​ທະວີ​ການ​ກໍ່ສ້າງຂອງ​ພັກ.

  ລັກສະນະຄວາມ​ກ້າວໜ້າ​ແລະ​ຄວາມ​ບໍລິສຸດ​ເປັນລັກສະນະ​ທາດ​ແທ້​ຂອງ​ພັກ​ການ​ເມືອງ​ລັດ​ທິ​ມາກ, ພວກ​ເຮົາ​ເພີ່ມ​ທະວີ​ການ​ກໍ່ສ້າງຂອງ​ພັກ​ກໍ​ຕ້ອງສູ້​ຊົນ​ກັບ​ທຸກໆບັນຫາທີ່​ບັ່ນທອນ​ຄວາມ​ກ້າວໜ້າ​ແລະ​ຄວາມ​ບໍລິສຸດ​ເພື່ອຕ້ານການທຸດຈະລິດ​ ແລະ​ສົ່ງ​ເສີມ​ຄວາມບໍລິສຸດ​ຜຸດ​ຜ່ອງ. ທົ່ວ​ພັກ​ຕ້ອງ​ສຸມ​ໃສ່​ແກ້​ໄຂ​ບັນຫາ​ພົ້ນ​ເດັ່ນຂອງຕົນ​ດ້ວຍຄວາມ​ກ້າຫານ​ທາງ​ການ​ເມືອງ​ທີ່​ປະຕິວັດຕໍ່ຕົນ​ເອງ, ​ເສີມ​ສ້າງ​ຄວາມສາມາດ​ໃນການ​ທຳ​ຄວາມ​ປອດ​ໃສ​ດ້ວຍ​ຕົນ​ເອງ, ການ​ປັບປຸງ​ດ້ວຍ​ຕົນ​ເອງ​, ​​ການ​ປະຕິຮູບ​ໃໝ່​ດ້ວຍ​ຕົນ​ເອງ​​ແລະ​ການ​ຍົກ​ລະດັບ​ໃຫ້​ຕົນ​ເອງ, ຜະ​ເຊີນກັບ "ການ​ທົດ​ສອບ 4 ຂໍ້" ​ແລະ​ຜ່ານ​ຜ່າ "ຄວາມ​ອັນຕະລາຍ 4 ຢ່າງ" ​ເພື່ອ​ຮັບປະກັນ​ໃຫ້​ພັກ​ກອມ​ມູນິດ​ຈີນ​ເປັນ​ແກນກາງ​ນຳພາ​​ໃນພາລະ ກິດສັງຄົມ​ນິຍົມ​ສີສັນ​ພິ​ເສດ​ຂອງ​ຈີນ​ທີ່​ເຂັ້ມ​ແຂງ​ຢ່າງ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ.

 ການ​ປົກຄອງ​ປະ​ເທດ​ຕ້ອງ​​ປົກຄອງ​ພັກ​ກ່ອນ​. ​ການ​ປົກຄອງ​ພັກ​ຕ້ອງ​ມີ​ຄວາມ​ເຂັ້ມງວດ. ຖ້າວ່າບໍ່​ໄດ້ຄຸ້ມ​ຄອງ​ພັກ​ຢ່າງ​ແຂງ​ແຮງ, ບໍ່​ໄດ້​ປົກຄອງ​ພັກ​ຢ່າງ​ເຂັ້ມ​ງວດ​​ເຮັດ​ໃຫ້ບັນຫາພົ້ນ​ເດັ່ນພາຍ​ໃນ​ພັກ​ທີ່​ປະຊາຊົນສ່ອງ​ແສງນັ້ນ​​​ບໍ່​ສາມາດ​ແກ້​ໄຂ​ໄດ້​, ​ພວກ​ເຮົາ​ກໍ​ຈະ​ເສຍ​ສິດ​ກຳ​ອຳ​ກາດ​ບໍ່​ໄວ​ກໍ​ຊ້າ​ຈົນ​ຖືກ​ຂ້າ​ຊື່ອອກ​ຈາກ​ປະຫວັດສາດ. ການຄຸ້ມ​ຄອງ​ແລະ​ປົກຄອງ​ພັກຕ້ອງ​ເນັ້ນ​ໃສ່ "​ຄວາມເຂັ້ມ​ງວດ", ​ຕ້ອງ​ເຂັ້ມ​ງວດ​ຕະຫຼອດ​ໄປ, ຕ້ອງ​ເຮັດ​ເຖິງ​ຂັ້ນ​ປົກຄອງພັກ​ຢ່າງ​ເຂັ້ມ​ງວດ​ແທ້ຈິງ, ກ້າ​ປົກຄອງ​ຢ່າງ​ເຂັ້ມ​ງວດ​ແລະ​ປົກຄອງພັກ​ຢ່າງ​ເຂັ້ມ​ງວດ​ເປັນເວລາ​ຍາວ​ນານ.

  ການ​ເຮັດ​ໃຫ້​ຊີ​ວິການ​ເມືອງ​ພາຍໃນພັກມີ​ຄວາມ​ເຂັ້ມ​ງວດ​ເປັນ​ພື້ນຖານ​ຂອງ​ການ​ປົກຄອງ​ພັກ​ຢ່າງ​ເຂັ້ມ​ງວດ. ​ພັກປົກຄອງ​ພັກ​, ກ່ອນອື່ນຕ້ອງ​ຄຸ້ມ​ຄອງ​ຊີວິດ​ການ​ເມືອງ ພາຍ​ໃນ​ພັກ​; ການ​ປົກຄອງ​ພັກ​ຢ່າງ​ເຂັ້ມ​ງວດກ່ອນອື່ນຕ້ອງ​ເຮັດ​ໃຫ້​ຊີວິດ​ການ​ເມືອງ​ມີ​ຄວາມ​ເຂັ້ມ​ງວດຂຶ້ນ. ພວກ​ເຮົາຕ້ອງ​​ເພີ່ມ​ທະວີ​ຊີວິດ​ການ​ເມືອງ​ພາຍ​ໃນ​ພັກໃຫ້​ມີ​ຄວາມ​ເຂັ້ມ​ແຂງ​ແລະ​ເປັນລະບຽບ​ຮຽບຮ້ອຍ, ​ເຮັດ​ໃຫ້​ລະບຽບ​ວິ​ໄນ​ແລະຂໍ້​ກຳນົດທາງ​ການ​ເມືອງ​ຂອງ​ພັກມີ​ຄວາມ​ເຂັ້ມ​ແຂງທັງເສີມ​ສ້າງ​ລັກສະນະ​ການ​ເມືອງ, ລັກສະນະ​ຍຸກ​ປັດຈຸບັນ, ລັກສະນະ​ຫຼັກການແລະລັກສະນະ​ສູ້​ຮົບ​ຂອງ​ຊີວິດ​ການ​ເມືອງ​ພາຍ​ໃນພັກໃຫ້ເຂັ້ມແຂງ ຂຶ້ນ, ​ເພື່ອສ້າງ​ສະພາບ​ແວດ​ລ້ອມ​ທາງ​ການ​ເມືອງພາຍ​ໃນ​ພັກ​ໃຫ້​ມີ​ຄວາມ​ປ່ອດ​ໃສ​ຢ່າງ ຮອບດ້ານ. ສະຫາຍໃນທົ່ວພັກຕ້ອງ​ເພີ່ມ​ສະຕິ​ການ​ເມືອງ, ສະຕິ​ຕໍ່ສະຖານະ​ການ​ລວມ, ສະຕິ​ທີ່​ເປັນ​ແກນ​ກາງ, ສະຕິເຂົ້າໃກ້ຊິດກັບສູນກາງພັກ, ​ຈົງ​ຮັກ​ພັກດີຕໍ່​ພັກ, ຫຼຸດຄວາມ​ເປັນ​ຫ່ວງ​ຂອງ​ພັກ, ​ແບກ​ຫາບ​ໜ້າ​ທີ່​ໃຫ້​ແກ້​ພັກ​ແລະມີຄວາມຮັບຜິດຊອບ​ຕໍ່​ພັກ​ຢ່າງ​ແທ້​ຈິງ.

  ​ແບບ​ແຜນວິທີເຮັດວຽກຂອງ​ພັກ​ເປັນພາບພົດ​ຂອງ​ພັກ, ກໍ​ເປັນ​ເຄື່ອງ​ວັດແທກ ສາຍ​ພົວພັນ​ລະຫວ່າງ​ສະມາຊິກ​ພັ​ກ​ແລະ​ປະຊາຊົນ​ກໍ​ຄື​ເຄື່ອງ​ວັດແທກຄວາມ​ເຫັນ​ທີ່​ວ່າ ປະຊາຊົນ​ສະໜັບສະໜູນ​ຫຼື​ບໍ່. ຖ້າວ່າພັກ​ມີ​ແບບ​ແຜນວິທີເຮັດວຽກ​ທີ່​ດີ​ແລະ​ຖືກໃຈປະ ຊາຊົນ, ພັກ​ແລະ​ປະຊາຊົນ​ກໍ​ສາມາດ​ຮ່ວມ​ສຸກ​ຮ່ວມ​ທຸກ​ໄດ້. ພຶດຕິ​ກຳ​ໄດ້ຢັ້ງ​ຢືນວ່າ, ຂໍ​ພຽງ​ແຕ່​ປົກຄອງ​ຢ່າງ​ເຂັ້ມ​ງວດຢ່າງ​ແທ້ໆຈິງ, ກ້າ​ປົກຄອງ​ພັກຢ່າງ​ເຂັ້ມ​ງວດ​, ການ​ກໍ່ສ້າງ​ແບບ​ແຜນວິທີເຮັດວຽກຂອງ​ພັກ​ກໍ​ຈະ​ບໍ່​ມີ​ບັນຫາ​ໃດ​ທີ່ແກ້​ໄຂ​ບໍ່​ໄດ້. ການກໍ່ສ້າງແບບແຜນທີ່ດີ ແມ່ນຕ້ອງດຳເນີນໄປຕະຫຼອດ "ຕົນ​ເອງ​ບໍ່​ດີ, ກໍ​ບໍ່​ສາມາດ​ໃຫ້​ຄົນ​ອື່ນ​ເຮັດ​ດີ​" ພວກ​ເຮົາ​ຕ້ອງ​​ປະຕິບັດ​ເລີ່ມແຕ່ຂັ້ນ​ຄະນະ​ປະຈຳ​ກົມ​ການ​ເມືອງ​ສູນ​ກາງ​ພັກ, ກົມ​ການ​ເມືອງ​ສູນ​ກາງ​ພັກ​ແລະ​ຄະນະ​ກຳມະການ​ສູນກາງ​ພັກ, ປະຕິບັດ​ຈາກ​​ເຈົ້າ​ໜ້າ​ທີ່​ອາວຸ​ໂສ, ​ເພີ່ມ​ທະວີ​ການ​ກໍ່ສ້າງ​ແບບ​ແຜນ​ວິທີເຮັດວຽກຢ່າງ​ຕໍ່​ເນື່ອງ, ຍຶດໝັ້ນ​ແລະ​ເສີມ​ຂະຫຍາຍ​ມູນ​ເຊື້ອ​​ແລະ​ແບບ​ແຜນວິທີເຮັດວຽກທີ່​ດີຂອງ​ພັກ, ຍຶດໝັ້ນປັບປຸງເປັນປະຈຳ, ປັບປຸງ​ຢ່າງ​ລະອຽດ​ແລະ​ປັບປຸງ​ເປັນ​ເວລາ​ຍາວ​ນານ ​ເພື່ອເຮັດ​ໃຫ້​ແບບ​ແຜນວິທີເຮັດວຽກຂອງ​ພັກດີ​ຂຶ້ນ​ຢ່າງ​ຮອບດ້ານ, ຮັບປະກັນ​ໃຫ້​ພັກ​ແລະ​ປະຊາຊົນຮ່ວມຫາຍ​ໃຈ, ຮ່ວມ​ຊາຕາກຳ​ແລະ​ຮ່ວມ​ໃຈກັນຕະຫຼອດໄປ.

  ພັກ​ກອມ​ມູນິດ​ຈີນ​ໃນ​ຖານະ​ເປັນ​ພັກ​ກຳ​ອຳນາດ, ​ໄດ້​ຜະ​ເຊີນ​ກັບ​ໄພ​ຂົ່ມຂູ່​ໃຫຍ່​ທີ່​ສຸດ​ກໍ​ຄື​ບັນຫາ​ສໍ້​ລາດ​ບັງ​ຫຼວງ. ນັບ​ແຕ່​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ 18 ຂອງ​ພັກ​ກອມ​ມູນິດ​ຈີນ​ເປັນ​ຕົ້ນ​ມາ, ພວກ​ເຮົາ​ໄດ້​ຍຶດໝັ້ນຕໍ່ຕ້ານ​ທັງ​ເສືອ​ແລະ​ແມງວັນ​ຈົນເກີດຄວາມສັ່ນສະ​ເທືອ​ນ​ເຮັດ​ໃຫ້​ສະພາບບໍ່​ກ້າ​ສໍ້​ລາດ​ບັງ​ຫຼວງເກີດຂຶ້ນ, ​ບໍ່​ສາມາ​ດສໍ້​ລາດ​ບັງ​ຫຼວງແລະ​ບໍ່​ມີ​ເຈຕະ ນາ​ສໍ້ລາດ​ບັງ​ຫຼວງ​ໂດຍ​ການ​ສູ້​ຮົບ​ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງ​ພວມ​ມີ​ທ່າ​ໄດ້​ປຽບ​ແລະເປັນ​ຮູບ​ເປັນ​ຮ່າງ​ຂຶ້ນ. ການ​ຕໍ່ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງ​ແລະ​ສ້າງຄວາມບໍລິສຸດ​ຜຸດ​ຜ່ອງ, ການ​ປະຕິ​ເສດ​ການ​ສໍ້​ລາດ​ບັງ​ຫຼວງ​ແລະ​ສະກັດ​ກັ້ນ​ການ​ເສື່ອມທາດຕ້ອງ​ມີ​ສະຕິ​ລະມັດລະວັງ​ໃນ​ເວລາ​ຍາວ​ນານ. ການ​ນຳ​ທຸກ​ຂັ້ນ​ຕ້ອງ​ສ້າງ​ທັດສະນະ​ຕໍ່​ສິດ​ອຳນາດ​ທີ່​ຖືກຕ້ອງ​ຢ່າງ​ໜັກແໜ້ນ​, ຮັກສາ​ສິ່ງ​ສະ​ແຫວ​ງຫາທາງ​ຈິດ​ໃຈ​ອັນ​ສູງ​ສົ່ງ, ​ເຄົາລົບ​ປະຊາຊົນ, ເຄົາລົບ ອົງການ​ຈັດ​ຕັ້ງ​ພັກແລະເຄົາລົບ​ລະບຽບ​ວິ​ໄນ, ​ເພື່ອ​ໃຊ້​ອຳນາດ​ຢ່າງ​ຍຸຕິ​ທຳ, ​ໃຊ້​ອຳນາດ​ຕາມ​ກົດໝາຍ, ​​ໃຊ້​ອຳນາດ​ເພື່ອປະຊາຊົນ​ແລະ​​ໃຊ້​ອຳນາດ​ຢ່າງມີຂອບເຂດ​, ຮັກສາ​ທາດ​ແທ້​ທາງ​ການ​ເມືອງ​ຂອງ​ສະມາຊິກ​ພັກ​ກອມ​ມູນິດ​ທີ່​ປະຕິ​ເສດ​ການ​ເສື່ອມທາດ​​ແລະ​ບໍ່ພົວ ພັນກັບ​ສໍ້​ລາດ​ບັງ​ຫຼວງ​ຢ່າງ​ເດັດຂາດ. ​ແນວ​​ໃດ​ກໍ​ດີ, ພວກ​ເຮົາ​ຕ້ອງ​ຍຶດ ໝັ້ນມານະຈິດ ອັນເດັດດ່ຽວໜຽວແໜ້ນ, ຍຶດໝັ້ນ​ທ່າ​ທີທີ່​ບໍ່​ອົດ​ກັ້ນຕໍ່​ບັນຫາສໍ້ລາດບັງຫຼວງ​ແຕ່​ຢ່າງ​ໃດ, ເຮັດເຖິງຂັ້ນທີ່ເກີດ​ຄະດີ​ກໍ​ຕ້ອງ​ໄດ້​ສືບສວນ, ມີ​ບັນຫານ​ສໍ້​ລາດ​ບັງ​ຫຼວງ​ກໍ​ຕ້ອງ​ໄດ້​ລົງ​ໂທດ​ຢ່າງ​ເຂັ້ມ​ງວດ ​ເພື່ອ​ບໍ່​ໃຫ້​ຜູ້​ຕິດ​ບັນຫາ​ດັ່ງກ່າວມີ​ບ່ອນ​ລີ້ຊ້ອນ​​ໃນ​ພັກແຕ່​ຢ່າງ​ໃດ.

  ການ​ຕໍ່ສູ້​ອັນ​ຍິ່ງ​ໃຫຍ່, ພາ​ລະ​ກິດ​ອັນ​ສູງສົ່ງ​ຕ້ອງ​ການ​ມີ​ພະນັກງານ​ທີ່​ຄຸນທາດ​ສູງ. ພວກ​ເຮົາ​ຕ້ອງ​ຍຶດໝັ້ນ​​ໃຫ້ພະນັກງານ​ມີ​ທັງ​ຄຸນສົມບັດແລະຄວາມ​ສາມາດ​ໂດຍ​ຖື​ຄຸນສົມ ບັດ​ເປັນ​ປັດ​ໄຈທຳອິດ; ຍຶດໝັ້ນ​ການຄັດເລືອກ​ພະນັກງານ​ໂດຍ​ອີງ​ໃສ່​ຄຸນສົມບັດ, ຍຶດ ໝັ້ນພາລະກິດ​ເປັນ​ສິ່ງ​ສຳຄັນ​ແລະ​ມີ​ຄວາມ​ຍຸຕິ​ທຳເປັນທ່ຽງທຳ, ສະກັດ​ກັ້ນ​ແລະ​ປັບປຸງ​ການ​ຄັດເລືອກ​ພະນັກງານ​ທີ່​ບໍ່​ຖືກຕ້ອງ, ຄົ້ນຫາ, ອົບຮົມ​​ແລະ​ນຳ​ໃຊ້ພະນັກງານ​ທີ່​ດີ​ທີ່​ພັກ​ແລະ​ປະຊາຊົນ​ຕ້ອງການ.

  ​​ປັບປຸງ​ຕົນ​ເອງດ້ວຍຄຸນສົມບັດ, ສ້າງອິດ​ທິພົນດ້ວຍຄຸນສົມບັດ​ແລະສ້າງ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ໃຫ້ແກ່​ປະຊາຊົນ​ດ້ວຍ​ຄຸນສົມບັດເປັນ​ປັດ​ໄຈ​ສຳຄັນ​ໃນ​ການ​ເຕີບ​ໂຕຂອງ​ພະນັກງານ. ພະນັກງານສະມາຊິກພັກ​​ທຸກ​ຄົນ​ຕ້ອງ​ປະຕິບັດ​ຕາມ "ສາມ​ເຂັ້ມ​ງວດ​ສາມ​ຮອບດ້ານ" ​ໃຫ້​ມີ​ທັດສະນະ​ຕໍ່​ໂລກ, ຕໍ່​ຊີວິດ​ແລະ​ຕໍ່​ຄ່າ​ນິຍົມ​ທີ່​ຖືກຕ້ອງ, ​ເພື່ອໃຫ້​ມີ​ພັກ, ມີປະຊາຊົນ, ມີໜ້າ​ທີ່​ຮັບຜິດຊອບແລະມີລະບຽບ​ວິ​ໄນ​ຢູ່​ໃນ​ໃຈ, ​ເອົາ​ການ​ອຸທິດຕົນ​ເອງ​ເພື່ອ​ພາລະກິດ​ຂອງ​ພັກ​​​ແລະ​ປະຊາຊົນ​ເປັນ​ຍອດ​ປະ​ຖະໜາ. ພະນັກງານ​ທຸກຂັ້ນ​ຕ້ອງ​ຮຽນ​ເອົາ​ຄວາມ​ຮູ້​ໃໝ່​ແລະ​ເພີ່ມ​ທະວີພຶດຕິ​ກຳ​ເພື່ອ​ໃຫ້​ລະດັບວິຊາ​ການ​ແລະ​ຄວາມ​ສາ​ມາດ​ໃນການເຮັດ​ວຽກ​ງານ​ໄປທັນ​ກັບ​ຈັງຫວະ​ຂອງ​ຍຸກ​ສະ​ໄໝ, ຫຼີກ​ເວັ້ນບໍ່ໃຫ້ເກີດ ກໍລະນີ​ບໍ່ຮູ້ບໍ່ເຂົ້າໃຈ​ຍ້ອນ​ຄວາມ​ຮູ້​ໜ້ອຍ, ວູ້ນວາຍ​ຍ້ອນ​ຂາດຄວາມ​ຮູ້​, ​ພະຍາຍາ​ມກາຍ​ເປັນ​ຜູ້​ຊຳນານ​​ໃນ​ວຽກ​ງານ.



1 2 3 4 5 6 7 8 9 10 11 12 13
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ