ກົດ​ລະບຽບ​ຂອງ​ພັກ​ກອມ​ມູນິດ​ຈີນ

(GMT+08:00) 2012-11-16 16:56:32     cri
ກົດ​ລະບຽບ​ຂອງ​ພັກ​ກອມ​ມູນິດ​ຈີນ
(ປັບປຸງ​ໃນ​ກອງ​ປະຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຄັ້ງທີ 18 ຂອງ​ພັກ​ກອມ​ມູນິດ​ຈີນ ແລະ​ຮັບຮອງ​ໃນ​ວັນ​ທີ 14 ພະຈິກ 2012)
 
​​ໂຄງການ​ທົ່ວ​ໄປ
 
ພັກ​ກອມ​ມູນິດ​ຈີນ​ແມ່ນ​ກອງ​ນຳ​ໜ້າ​ຂອງ​ຊົນ​ຊັ້ນກຳມະກອນ​ຈີນ, ​ແລະ​ກໍ​ແມ່ນ​ກອງ​ນຳ​ໜ້າ​ຂອງ​ປະຊາ​ຊາດ​ຈີນ​ແລະ​ປະຊາຊົນ​ຈີນ, ​ແມ່ນ​ແກນ​ນຳ​ຂອງ​ພາລະ​ກິດ​ສັງຄົມ​ນິຍົມ​ທີ່​ມີ​ສີສັນ​ພິ​ເສດ​ຂອງ​ຈີນ, ​ໂດຍ​​ເປັນ​ຕົວ​ແທນ​​ໃຫ້​ແກ່​ຄວາມຮຽກ​ຮ້ອງຕ້ອງການ​ດ້ານ​ການ​ພັດທະນາ​ກຳລັງ​ການ​ຜະລິດ​ທີ່​ກ້າວໜ້າ​ຂອງ​ຈີນ, ​ເປັນ​ຕົວ​ແທນ​ໃຫ້​ແກ່​ທິດ​ຂະຫຍາຍ​ໄປ​ໜ້າ​ຂອງ​ວັດທະນະທຳທີ່​ກ້າວໜ້າ​ຂອງ​ຈີນ, ​ເປັນ​ຕົວ​ແທນ​ໃຫ້​ແກ່​ຜົນ​ປະ​ໂຫຍ​​ດພື້ນຖານ​ຂອງ​ປະຊາຊົນອັນ​ກວ້າງ​ໃຫຍ່​ໄພສານ​ທີ່​ສຸດ​ຂອງ​ຈີນ. ອຸດົມ​ການ​ສູງ​ສຸດ​​ແລະ​ຈຸດໝາຍ​ປາຍທາງຂອງ​ພັກກ​ອມມູນິດ​ຈີນ​ແມ່ນ​ບັນລຸ​ກອມ​ມູນິດນິຍົມ​.

ພັກ​ກອມ​ມູນິດ​ຈີນ​ຖື​ລັດທິ​ມາກ​-ເລ​ນິນ, ​ແນວ​ຄິດ​ເໝົາ​ເຈີ​ຕົງ, ທິດ​ສະ​ດີ​ເຕິ​ງສຽວ​ຜິ​ງ, ​​ແນວ​ຄິດ "ສາມຕົວ​ແທນ" ທີ່​ສຳຄັນ ​ແລະ ທັດສະນະ​ພັດທະນາ​ແບບ​ວິທະຍາສາດ​ເປັນ​ເຂັມທິດ​ຊີ້​ນຳ​ການ​ເຄື່ອນ​ໄຫວ​ຂອງ​ຕົນ.

ລັດທິ​ມາກ-​ເລ​ນິນ​ໄດ້​ເຜີຍ​ໃຫ້​ຮູ້​ກົດ​ເກນ​ການ​ພັດທະນາ​ຂອງ​ປະຫວັດສາດ​ສັງຄົມມະ​ນຸດ, ​ເຊິ່ງມີ​ຫຼັກ​ມູນ​ພື້ນຖານ​ອັນ​ຖືກຕ້ອງ, ມີ​ພະລັງ​ຊີວິດ​ທີ່​ເຂັ້ມແຮງ. ກອມ​ມູນິດນິຍົມ​ເຊິ່ງ​ເປັນອຸດົມການສູງສຸດ ຂອງຊາວກອມມູນິດຈີນ ຈະ​ບັນລຸ​ຜົນ​ເປັນ​ຈິງ​ບົນ​ພື້ນຖານລັດທິສັງຄົມ​ນິຍົມ​ໄດ້​ຮັບ​ການ​ພັດທະນາ​ຢ່າງ​ເຕັມ​ສ່ວນ​ ແລະ​ກ້າວໜ້າ​ທີ່​ສຸດ. ການ​ພັດທະນາ​ລະບອບ​ສັງຄົມ​ນິຍົມ​ແລະ​ໄດ້​ປັບປຸງ​ໃຫ້​ສົມບູນນັ້ນ ​ແມ່ນ​ຂະ​ບວນການ​ປະຫວັດສາດທີ່​​ຍາວ​ນານ. ຍຶດໝັ້ນຫຼັກ​ມູນ​ພື້ນຖານ​ຂອງ​ລັກ​ທິມາກ-​ເລ​ນິນ, ​ເດີນ​ໄປ​ຕາມ​ເສັ້ນທາງ​ທີ່​ສອດຄ່ອງ​ກັບສະພາບ​ແຫ່ງ​ຊາດ​ຈີນ​ທີ່​ປະຊາຊົນຈີນ​ສະໝັກ​ໃຈເລືອກ​ເອົາ​​​ເອງ, ພາລະ ກິດ​ສັງຄົມ​ນິຍົມ​ຂອງ​ຈີນ​ກໍຍ່ອມ​ຈະ​ໄດ້​ຮັບ​ໄຊຊະນະ​ໃນ​ຂັ້ນ​ສຸດທ້າຍ.

ຊາວ​ກອມ​ມູນິດ​ຈີນ ​ເຊິ່ງ​ແມ່ນ​ສະຫາຍ​ເໝົາ​ເຈີຕົງ ເປັນ​ຕົວ​ແທນ​​ທີ່ສຳຄັນ ​ໄດ້​ເອົາ​ຫຼັກ​ມູນ​ພື້ນຖານ​ລັດທິ​ມາກ-​ເລ​ນິນ ປະສານ​ສົມທົບ​ກັບ​ພຶດຕິ​ກຳ​ທີ່​ເປັນຮູບ​ປະ​ທຳ​ຂອງການ​ປະຕິວັດ​ຂອງ​ຈີນ, ​ແລະ​ປະດິດສ້າງ​ແນວ​ຄິດ​​ເໝົາ​ເຈີ​ຕົງຂຶ້ນມາ. ​ແນວ​ຄິດ​ເໝົາ​ເຈີ​ຕົງ ​ແມ່ນ​ກຳ​ເນີ​ດຈາກການ​ນຳ​ໃຊ້​ແລະ​ພັດທະ ນາ​ລັດທິ​ມາກ-​ເລ​ນິນ​ຢູ່​ຈີນ, ​ແມ່ນ​ຫຼັກການ​ທິດ​ສະ​ດີ​ອັນ​ຖືກຕ້ອງ​ ແລະ​ ບົດຮຽນ​ທີ່​ໄດ້ສະຫຼຸບ​ໄວ້ກ່ຽວ​ກັບ​ການ​ປະຕິວັດ​ແລະ​ການ​ສ້າງສາ​ປະ​ເທດ​ຈີນ ທີ່ໄດ້​ຮັບ​ການ​ຢືນຢັນ​ຈາກພຶດຕິ​ກຳ, ​ແມ່ນ​ຜົນງານ​ອັນ​ລ້ຳ​ເລີດ​ຈາກ​ສະຕິ​ປັນຍາ​ລວມໝູ່​ຂອງພັກ​ກອມ​ມູນິດ​ຈີນ. ພາຍ​ໃຕ້​ການ​ຊີ້​ນຳ​ຂອງ​ແນວ​ຄິດ​ເໝົາ​ເຈີ​ຕົງ, ​ແລະ​ຜ່ານ​ການ​ປະຕິວັດ​ແລະ​ຕໍ່ສູ້​ຕ້ານ​ກັບ​​ຈັກກະພັດນິຍົມ, ສັກດິນາ​ ​ແລະ ນາຍທຶນ​ເປັນ​ເວລາຍາວ​ນານ, ​ໃນ​ທີ່​ສຸດ, ພັກ​ກອມ​ມູນິດ​ຈີນກໍ​ສາມາດ​ນຳພາ​ປະຊາຊົນ​ບັນດາ​ເຜົ່າ​ຍາດ​ໄດ້​ໄຊ​ຊະນະ​ແຫ່ງ​ການ​ປະຕິວັດ​ປະຊາທິປະ​ໄຕ​ແບບໃໝ່, ​ແລະ​ສະຖາປະນາ​ສາທາລະນະ​ລັດປະຊາຊົນ​ຈີນ​ທີ່ຜະ​ເດັດ​ການ​ໂດຍ​ປະຊາທິປະ​ໄຕ​ປະຊາຊົນ; ຫຼັກ​ຈາກ​ສະຖາປະນາ​ສາທາລະນະ​ລັດ​ປະຊາຊົນ​ຈີນ​ຂຶ້ນ ກໍ​ໄດ້​ດຳ​ເນີນ​ການ​ປະດິດ​ສ້າງ​ແບບ​ສັງຄົມ​ນິຍົມ​ຢ່າງ​ສະດວກ, ​ແລະ​ສຳ​ເລັດ​ການ​ຂ້າມ​ຜ່ານ​ຈາກ​ປະຊາທິປະ​ໄຕ​ແຜນ​ໃໝ່​ມາ​ເປັນ​ສັງຄົມ​ນິຍົມ, ​ໄດ້​ກຳນົດ​ລະບອບພື້ນຖານສັງຄົມ​ນິຍົມ. ​ເສດຖະກິດ, ການ​ເມືອງ ​ແລະ ວັດທະນະທຳ​ຂອງ​ສັງຄົມ​ນິຍົມ​ກໍ​ໄດ້​ຮັບ​ການ​ພັດທະນາ.

ນັບ​ແຕ່​ກອງ​ປະຊຸມ​ຄົບ​ຄະນະ​ຄັ້ງທີ 3 ຂອງ​ຄະນະ​ກຳມະການ​ສູນ​ກາງ​ພັກ​ກອມ​ມູນິດ​ຈີນ​ສະ​ໄໝ​ທີ 11 ​ເປັນຕົ້ນມາ, ຊາວ​ກອມ​ມູນິດ​ຈີນ​ເຊິ່ງ​ແມ່ນ​ສະຫາຍເຕິ​ງສຽວ​ຜິ​ງ​ເປັນ​ຕົວ​ແທນ​ທີ່​ສຳຄັນ ​ໄດ້​ສະຫຼຸບ​ບົດຮຽນດ້ານ​ດີ​ແລະ​ດ້ານອ່ອນ​​ຂອງໄລຍະນັບ​ແຕ່​ສະຖາປະນາ​ສາທາລະນະ​ລັດປະຊາຊົນ​ຈີນ ເປັນ ຕົ້ນມາ, ​ດຳ​ເນີນ​ການ​ປົດ​ປ່ອຍ​ແນວ​ຄິດ, ສະ​ແຫວ​ງຫາ​ສັດຈະທຳ​ຈາກ​ຄວາມ​ເປັນ​ຈິງ, ບັນລຸ​ໃຫ້​ໃຈກາງ​ວຽກ​ງານ​ຂອງ​ທົ່ວ​ພັກ​ຫັນ​ໄປ​ສູ່​ການ​ສ້າງສາ​ເສດຖະກິດ, ດຳ​ເນີນ​ການ​ປະຕິ​ຮູບ​ແລະ​ໄຂ​ປະຕູ​ສູ່​ພາຍ​ນອກ, ອັນ​ໄດ້​​ເປີດ​ໄລຍະ​ໃໝ່​ແຫ່ງ​ການ​ພັດທະນາ​ພາລະກິດ​ສັງຄົມ​ນິຍົມ, ​ໄດ້​ກໍ່​ຕົວ​ເປັນ​ແນວທາງ, ທິດ​ທາງ ​ແລະ​ນະ​ໂຍບາຍ​ຂອງ​ການ​ສ້າງສາ​ສັງຄົມ​ນິຍົມ​ທີ່​ມີ​ສີສັນ​ພິ​ເສດ​ຂອງ​ຈີນ​ເປັນ​ກ້າວໆ, ​ໄດ້​ບັນ​ລະ​ຍາຍ​ບັນຫາ​ພື້ນຖານ​ຂອງ​ການ​ສ້າງສາ​, ປັບປຸງ​ແລະ​ພັດທະນາ​ສັງຄົມ​ນິຍົມ, ​ແລ້ວ​ປະດິດ​ສ້າງ​ທິດ​ສະ​ດີ​ເຕິ​ງສຽວ​ຜິ​ງຂຶ້ນ. ທິດ​ສະ​ດີ​ເຕິ​ງສຽວ​ຜິ​ງ​ແມ່ນ​ກຳ​ເນີ​ດຈາກ​ການ​ປະສານ​ສົມທົບ​ກັນ​ລະຫວ່າງ​ຫຼັກ​ມູນ​ພື້ນຖານ​ຂອງ​ລັດທິ​ມາກ-​ເລ​ນິນ​ກັບ​ພຶດຕິ​ກຳ​ແລະ​ຈຸດ​ພິ​ເສດ​ຍຸກ​ສະ​ໄໝ​ຂອງ​ຈີນ​ໃນ​ຍຸກ​ປັດຈຸບັນ, ​ເປັນ​ການ​ສືບ​ທອດ​ແລະ​ພັດທະນາ​ແນວ​ຄິດ​​ເໝົາ​ເຈີ​ຕົງ ພາຍ​ໃຕ້​ເງື່ອນ​ໄຂ​ປະຫວັດສາດ​ໃໝ່, ​ແມ່ນ​ໄລຍະ​ໃໝ່​ແຫ່ງ​ການ​ພັດທະນາ​ລັດທິ​ມາກ-​ເລ​ນິນ​ຢູ່​ຈີນ, ​ແມ່ນ​ລັດທິ​ມາກ-​ເລ​ນິນ​ຂອງ​ຈີນ​ໃນ​ຍຸກ​ປັດຈະ​ບັນ, ​ແມ່ນ​ຜົນງານ​ອັນ​ລ້ຳ​ເລີດຂອງ​ສະຕິ​ປັນຍາ​ລວມໝູ່​ຂອງພັກ​ກອມ​ມູນິດ​ຈີນ ທີ່​ໄດ້ຊີ້​ນຳ​​ພາລະກິດ​ສັງຄົມ​ນິຍົມ​​ແບບທັນ​ສະ​ໄໝ​ຂອງ​ຈີນ​ໃຫ້​ກ້າວ​ເດີນ​ໄປ​ໜ້າ​ຢ່າງ​ບໍ່​ຢຸດ​ຢັ້ງ.
1 2 3 4 5 6 7 8 9 10 11 12 13 14 15 16 17 18 19 20 21 22 23 24